spot_img
HomeນານາສາລະAntonov An 225 Mriya ເຮືອບິນລຳລຽງທີ່ໃຫຍ່ທີ່ສຸດໃນໂລກ

Antonov An 225 Mriya ເຮືອບິນລຳລຽງທີ່ໃຫຍ່ທີ່ສຸດໃນໂລກ

Published on

Antonov An 225 Mriya ເຮືອບິນລຳລຽງທີ່ໃຫຍ່ທີ່ສຸດໃນໂລກລຳນີ້ ເຮືອບິນລຳນີ້ຖືກສ້າງສຳເລັດໃນປີ 1980 ຈຸດປະສົງເບື້ອງຕົ້ນແມ່ນສ້າງຂຶ້ນເພື່ອຂົນສົ່ງກະສວຍອະວິກາດ Buran ຂອງສະຫະພາບໂຊວຽດ ແລະ ໄດ້ມີການບິນທົດສອບຄັ້ງທຳອິດໃນປີ 1988 ໃຊ້ເວລາບິນທັງໝົດ 74 ນາທີ ຈາກເມືອງ Kiev ມາຮ່ວມລົງເພື່ອຕັ້ງສະແດງການບິນທີ່ Paris Air Show ໃນປີ 1990

4DQpjUtzLUwmJZZC1wGiNAXjUNS5K5gmnIFmhUPX9zJc

ໂຄງສ້າງຂອງເຮືອບິນລຳນີ້ແມ່ນຕິດຕັ້ງຈຳນວນເຄື່ອງຍົນເທີໂບແຟນຈຳນວນ 6 ເຄື່ອງຍົນ ທີ່ປີກຂ້າງລະ 3 ເຄື່ອງ ແລະ ​ວັດ​ແທກ​ຄວາມ​ກ້ວາງ​ຂອງ​ປີກ​ມີ​ຄວາມ​ຍາວ​ເຖິງ 88 ​ແມັດ, ມີ​ຄວາມ​ຍາວ​ຂອງ​ລຳ 43 ​ແມັດ ມີ​ລໍ້ 32 ລໍ້ ບາງຊຸດຂອງຖານລໍ້ມີກົນໄກສຳລັບບັງຂັບລ້ຽວ ເຮັດໃຫ້ເຮືອບິນສາມາດລ້ຽວກັບລຳພາຍໃນໄລຍະຄວາມກ້ວາງ 60 ແມັດຂອງທາງແລ່ນທົ່ວໆໄປ ແລະ ສາມາດ​ບັນທຸກ​ນ້ຳໜັກ​ໄດ້​ຫຼາຍ​ທີ່​ສຸດ 640 ​ໂຕນ,

ຫຼັງຈາກການລົ້ມລະລາຍຂອງສະຫະພາບໂຊວຽດໃນປີ 1991 ຕາມມາດ້ວຍການຍົກເລີກໂຄງການສຳຫຼວດອະວະກາດທີ່ມີກະສວຍອະວະກາດ Buran ຈິ່ງເຮັດໃຫ້ Antonov An 225 Mriya ທີ່ໃຊ້ລຳລຽງຂົນສົ່ງກະສວຍຖືກເກັບໄວ້ຈົນຮອດປີ 1994

48p

ໃນວັນທີ 3 ມັງກອນ 2002 ເຮືອນບິນ Antonov An 225 ໄດ້ຂຶ້ນບິນອີກຄັ້ງຈາກໂຊວຽດໄປທີ່ປະເມດໂອມານ ພ້ອມລຳລຽງອາຫານສຳເລັດຮູບປະມານ 216,000 ຊຸດ ສຳລັບທະຫານອາເມລິກັນເຊິ່ງປະຈຳການຢູ່ເຂດນັ້ນ

1088368_resize_4366

Antonov An 225 ໄດ້ເຮັດສັນຍາກັບລັດຖະບານການາດາ ແລະ ສະຫະລັດອາເມລິກາ ໂດຍຂົນສົ່ງອຸປະກອນທາງທະຫານໄປທີ່ຕະເວັນອອກກາງ ເພື່ອສະໜັບສະໜູນກອງກຳລັງປະສົມ ໃນເດືອນພະຈິກ 2004 Antonov An 225 ໄດ້ຂົນສົ່ງປ່ອງໄຟຂະນາດໃຫຍ່ຈາກປະເທດເດນມາກໄປທີ່ປະເທດຄາຊັດສະຖານ ໂດຍມີຄ່າໃຊ້ຈ່າຍການບິນສູງເຖິງ 266,000 ຢູໂຣ

NjpUs24nCQKx5e1DHNGaq11K8lH8VhV94KNkFVdBnkZ

ໃນວັນທີ 11 ສິງຫາ 2009 ໄດ້ຂົນເຄື່ອງກຳເນີດໄຟຟ້າສຳລັບໂຮງງານແຍກແກ໊ສໃນອາຣເມເນຍ ໂດຍເຄື່ອງປັ່ນໄຟດັ່ງກ່າວມີນ້ຳໜັກເຖິງ 189 ໂຕນ, ມີຄວາມຍາວ 16.23 ແມັດ, ກ້ວາງ 4.27 ແມັດ.

ວັນທີ 11 ມິຖຸນາ 2010 ເຮືອບິນ Antonov An 225 ບັນທຸພັດລົມຂອງອຸໂມງລົມຂະໜາດຍັກ ທີ່ມີຄວາມຍາວເຖິງ 42 ແມັດ ໂດຍບິນຈາກຈີນ ໄປທີ່ ເກນມາກ ປັເຈຸບັນຜູ້ຄອບຄອງເຮືອບິນລຳນີ້ຄື ບໍລິສັດ Ukraine Antonov Airlines.

ທີ່ມາ: http://www.thairath.co.th/content/422779

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...