Homeຂ່າວການພັດທະນາກັນ​ຝັ່ງ​ເຈື່ອນ​ ແຄມ​ນ້ຳ​ຊັນ​ ສຳ­ເລັດ​ເກືອບ 80%

ກັນ​ຝັ່ງ​ເຈື່ອນ​ ແຄມ​ນ້ຳ​ຊັນ​ ສຳ­ເລັດ​ເກືອບ 80%

Published on

ໂຄງ­ການ​ກໍ່­ສ້າງ​ກັນ​ຕະ​ຝັ່ງ​ເຈື່ອນແຄມ​ນ້ຳ​ຊັນເຂດ​ບ້ານ​ສີ​ມຸງ­ຄຸນ ເມືອງ ປາກ​ຊັນ ແຂວງ​ບໍ​ລິ​ຄຳ​ໄຊ ຫຼື ເຂດ​ວັດ ບ້ານ ສີ​ມຸງ­ຄຸນ ທີ່​ໄດ້​ເລີ່ມ​ການ​ກໍ່­ສ້າງ​ມາແຕ່​ເດືອນ​ມັງ­ກອນ 2016 ນັ້ນ ປະ­ຈຸ​ບັນໄດ້​ສຳ­ເລັດ​ການ​ກໍ່­ສ້າງ​ແລ້ວ 78% ສ່ວນທີ່​ເຫຼືອ​ແມ່ນ​ໄດ້​ສຸມ​ໃສ່​ຢ່າງ​ຕັ້ງ­ໜ້າ​ເພື່ອໃຫ້​ສຳ­ເລັດ​ໃນ​ທ້າຍ​ເດືອນ​ມິ­ຖຸ­ນາ 2016, ຂະ­ນະ​ທີ່​ປະ­ຊາ­ຊົນ​ສຸດ​ທີ່​ດີ­ໃຈ​ທີ່​ຈະ​ໄດ້​ເຫັນແຄມ​ນ້ຳ​ຊັນ​ທີ່​ສວຍ​ງາມ ແລະ​ປອດ​ໄພຈາກ​ນ້ຳ​ເຊາະ​ຕະ​ຝັ່ງ​ເຈື່ອນ.

ທ່ານ ແກ້ວ​ອຸ­ດອນ ຫຼວງ​ສຸ­ວັນ­ນະ​ວົງ ຫົວ­ໜ້າ​ຂະ­ແໜງ​ຄຸ້ມ​ຄອງ​ທາງ­ນ້ຳ​ພະແນກ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ ແຂວງ ບໍ​ລິ​ຄຳ​ໄຊ ຜູ້​ຮັບ­ຜິດ­ຊອບ​ໂຄງ­ການ​ດັ່ງ ກ່າວ​ໄດ້​ໃຫ້​ຮູ້​ຫວ່າງ​ບໍ່​ດົນ​ນີ້​ວ່າ: ໂຄງການ​ກໍ່­ສ້າງ​ກັນ​ຕະ​ຝັ່ງ​ເຈື່ອນ​ແຄມ​ນ້ຳ​ຊັນເຂດ​ບ້ານ​ສີ​ມຸງ­ຄຸນເມືອງ​ປາກ​ຊັນ ມີຄວາມ​ຍາວ 325 ແມັດ ໂດຍ​ການ​ກໍ່­ສ້າງປ້ອງ​ກັນ​ຕະ​ຝັ່ງ​ເຈື່ອນ​ແບບ​ລຽນ​ຫີນ (REBACKMENT) ຊຶ່ງ​ແມ່ນ​ບໍ­ລິ­ສັດໂລ​ໂກ​ສ ກໍ່­ສ້າງ​ຂົວ-ທາງ ແລະ​ຊົນ​ລະປະ­ທານ ຈຳ­ກັດ ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງໃນ​ມູນ​ຄ່າ​ຂອງ​ໂຄງ­ການ​ທັງ​ໝົດ 18,5 ຕື້​ກວ່າ​ກີບເປັນ​ງົບ­ປະ­ມານ​ຂອງ​ລັດ​ຕາມແຜນ​ພັດ­ທະ­ນາ​ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງແຕ່​ປີ 2015-2020. ໂດຍ​ໄດ້​ເລີ່ມ​ກໍ່­ສ້າງມາ​ແຕ່​ວັນ​ທີ 10 ມັງ­ກອນ 2016 ມາຮອດ​ປະ­ຈຸ​ບັນ​ແມ່ນ​ໄດ້​ສຳ­ເລັດ​ແລ້ວ 78% ຄາດ​ວ່າ​ໃນ​ທ້າຍ​ເດືອນ​ມິ­ຖຸ­ນາຂອງ​ປີ​ນີ້​ຈະ​ໃຫ້​ສຳ­ເລັດ 100%.

ທ່ານ ຄຳ​ແສນ ພະ­ຍາ​ໄຊ ຜູ້​ຕິດ­ຕາມການ​ກໍ່­ສ້າງພະ​ແນກ ຍທຂ ກໍ​ໃຫ້​ຮູ້​ຕື່ມວ່າ: ສາ­ເຫດ​ທີ່​ມີ​ການ​ກໍ່­ສ້າງ​ໃນ​ຈຸດ​ນີ້ ກ່ອນ​ກໍ່​ເພາະ­ວ່າ​ຕະ​ຝັ່ງ​ແຄມ​ນ້ຳ​ຊັນ (ເຂດ​ຫຼັງ​ວັດ ບ້ານ​ສີ​ມຸງ­ຄຸນ) ແມ່ນ​ໄດ້ຖືກ​ຜົນ​ກະ­ທົບ​ແຮງ​ຈາກ​ໄພ​ທຳ​ມະ​ຊາດ ນ້ຳ​ຊັນ​ເຊາະ​ເຈື່ອນຊຶ່ງ​ມີ​ຜົນ​ກະ­ທົບ​ຕໍ່່​ວັດຖຸ​ສິ່ງ​ຂອງ​ວັດ​ວາ​ອາ​ຮາມ ແລະ​ບ້ານເຮືອນ​ປະ­ຊາ­ຊົນ​ທີ່​ອາ​ໃສ​ຢູ່​ເຂດ​ນີ້ທັງ ເປັນ​ການ​ເຮັດ​ໃຫ້​ຄວາມ​ສະ­ດວກ​ສະບາຍ​ໃຫ້​ແກ່​ປະ­ຊາ­ຊົນ​ທີ່​ອາ​ໃສ​ຢູ່​ຕາມແຄມ​ນ້ຳ​ຊັນ​ໄດ້​ມີ​ໃບ​ໜ້າ​ໃໝ່​ໃນ​ການ​ພັດ ທະ​ນາ​ບ້ານ​ເຮືອນ​ໃຫ້​ສະ­ອາດ​ງາມ​ຕາພ້ອມ​ປ້ອງ​ກັນ​ໄພ​ທຳ​ມະ​ຊາດ​ຈາກ​ນ້ຳເຊາະ​ເຈື່ອນ.

ທ່ານ ພັດ​ສອນ ຈັນ​ທິ​ວົງ ອຳ­ນວຍ ການ​ບໍ­ລິ­ສັດ​ຜູ້​ຮັບ​ເໝົາ​ກໍ່­ສ້າງ​ໂຄງ­ການດັ່ງ­ກ່າວ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ໂຄງ­ການ​ກໍ່ ສ້າງ​ປ້ອງ​ກັນ​ຕະ​ຝັ່ງ​ເຈື່ອນ​ດັ່ງ­ກ່າວ​ກໍ່ແມ່ນ​ໜຶ່ງ​ໃນ​ຫຼາຍ​ໂຄງ­ການ​ປ້ອງ​ກັນ​ຕະຝັ່ງ​ເຈື່ອນ​ທີ່ ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ມອບ ໃຫ້​ບໍ­ລິ­ສັດ​ໂລ​ໂກ​ສ​ກໍ່­ສ້າງ​ຂົວ-ທາງ ແລະ ຊົນ­ລະ­ປະ­ທານ​ຈຳ­ກັດໄດ້​ຈັດ​ຕັ້ງ​ປະ­ຕິ­ບັດຈົນ​ສຳ­ເລັດຊຶ່ງ​ຜ່ານ​ມາ​ກໍ່​ໄດ້​ສຳ­ເລັດ ການ​ກໍ່­ສ້າງ​ປ້ອງ​ກັນ​ຕະ​ຝັ່ງ​ເຈື່ອນ​ຢູ່ ເຂດ​ບ້ານ​ປາກ​ທວຍ ເມືອງ​ທ່າ​ພະ​ບາດ, ສຳ­ເລັດ​ການ​ສຳ​ຫຼວດ​ອອກ​ແບບ​ເສດ ຖະ​ກິດ​ສະ­ເພາະ​ນ້ຳ​ຫງາງ ແລະ​ຫຼາຍ​ໂຄງການ​ທີ່​ແຂວງ​ມອບ​ໃຫ້ ຢ່າງ­ໃດ​ກໍ​ຕາມສຳ­ລັບ​ໂຄງ­ການ​ກໍ່­ສ້າງ​ປ້ອງ​ກັນ​ຕະ​ຝັ່ງ​ເຈື່ອນ​ແຄມ​ນ້ຳ​ຊັນ ເຂດ​ບ້ານ​ສີ​ມຸງ­ຄຸນ ເມືອງ​ປາກ​ຊັນ ທາງ​ບໍ­ລິ­ສັດ​ກໍ່​ໄດ້​ເອົາ­ໃຈໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ຕາມ​ການ​ອອກ​ແບບໃຫ້​ໄດ້​ມາດ­ຕະ­ຖານ ແລະ​ຈະ​ໃຫ້​ສຳ­ເລັດຕາມ​ແຜນ­ການ​ທີ່​ວາງ​ໄວ້.

ທີ່ມາ:logo

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...