Homeຂ່າວການສຶກສາມອບ-ຮັບ​ອາຄານ​ໂຮງຮຽນ ມ ຕົ້ນ​ ຫລັງ​ໃໝ່​ຢູ່​ແຂວງຫົວພັນ​ເປັນ​ການ​ຊ່ວຍ​ເຫລືອ​ຈາກ​ອາ​ເມ​ລິ​ກາ

ມອບ-ຮັບ​ອາຄານ​ໂຮງຮຽນ ມ ຕົ້ນ​ ຫລັງ​ໃໝ່​ຢູ່​ແຂວງຫົວພັນ​ເປັນ​ການ​ຊ່ວຍ​ເຫລືອ​ຈາກ​ອາ​ເມ​ລິ​ກາ

Published on

ພິທີມອບ-ຮັບ ອາຄານ​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ​ເມືອງ​ນາ ເມືອງ​ຊໍາ​ໃຕ້ ແຂວງຫົວພັນ ຊຶ່ງ​ເປັນ​ການ​ຊ່ວຍ​ເຫລືອລ້າ​ ຈາກ​ລັດຖະບານ​ສະຫະລັດ​ອາ​ເມ​ລິ​ກາ ​ໄດ້ຈັດ​ຂຶ້ນ​​ໃນ​ວັນ​ທີ 11 ພຶດສະພາ​ນີ້ ລະຫວ່າງ​ ທ່ານ ​ໄມ​ໂຄ ຄລາຍ ຮອງ​ທູດ​ສະຫະລັດ​ອາ​ເມ​ລິ​ກາ​ປະ​ຈໍາ​ລາວ ​ແລະ ທ່ານ​ ນາງ ​ແພງ ກັນຍາ​ພີ​ມ ຮອງ​ເຈົ້າ​ແຂວງ​ຫົວພັນ, ມີ​ອໍານາດ​ການປົກຄອງ, ພ້ອມ​ດ້ວຍ​ຄຸ​ອາຈານ ​ແລະ ນ້ອງ​ນັກຮຽນ​ ເຂົ້າ​ຮ່ວມ​ຢ່າງ​ຫລວງຫລາຍ.

ໂຮງຮຽນດັ່ງກ່າວລວມ​ມີ: ອາຄານ​ໃໝ່​ໜຶ່ງ​ຫລັງ, ມີ 5 ຫ້ອງຮຽນ, ຫ້ອງການຄູ, ຫໍພັກນັກຮຽນ ແລະ ຫ້ອງນໍ້າ, ພ້ອມປະກອບອຸປະກອນ ການຮຽນ-ການສອນຄົບຊຸດ ແລະ ຕິດຕັ້ງລະບົບໄຟຟ້າ ແລະ ນໍ້າປະປາເປັນຢ່າງດີ, ຊຶ່ງລວມມີມູນຄ່າການກໍ່ສ້າງ ຫລາຍກວ່າ 630 ພັນໂດລາສະຫະລັດ.

ທ່ານຮອງທູດສະຫະລັດອາເມລິກາ ກ່າວວ່າ: ການສຶກສາແມ່ນສິ່ງທີ່ສໍາຄັນ ຕໍ່ການພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດ, ພວກເຮົາມີຄວາມພູມໃຈ ທີ່ໄດ້ປະກອບສ່ວນປັບປຸງ ແລະ ສະໜອງສິ່ງອໍານວຍຄວາມສະດວກ ເຂົ້າໃນວຽກງານການສຶກສາຂອງລາວ ໃຫ້ດີຂຶ້ນເທື່ອລະກ້າວ ແລະ ໂຮງຮຽນແຫ່ງນີ້ ຈະເປັນສັນຍາລັກໃໝ່ແຫ່ງການພົວພັນ ລະຫວ່າງລາວ ແລະ ອາເມລິກາທີ່ເຫັນວ່າ ນັບມື້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

ລັດຖະບານ​ອາ​ເມ​ລິ​ກາ​ ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ ສປປ ລາວ ​ໃນຫລາຍ​ຂົງ​ເຂດ​ໃນ​ຕະຫລອດ​ໄລຍະ 18 ປີຜ່ານມາ​ ເປັນ​ຕົ້ນ: ການສຶກສາ, ສາທາລະນະ​ສຸກ, ລະບົບຊົນລະປະທານ ​ແລະ ອື່ນໆ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...