spot_img
Homeຂ່າວຕ່າງປະເທດຮອງ​ນາຍົກຯ ເນັ້ນ​​​ຂະ​ແໜງ​ການ​ເງິນ ເອົາ​ໃຈ​ໃສ່​ການ​ປະຕິບັດ​ລາຍ​ຮັບ ​ໃຫ້​ໄດ້​ຕາມ​ເປົ້າ!

ຮອງ​ນາຍົກຯ ເນັ້ນ​​​ຂະ​ແໜງ​ການ​ເງິນ ເອົາ​ໃຈ​ໃສ່​ການ​ປະຕິບັດ​ລາຍ​ຮັບ ​ໃຫ້​ໄດ້​ຕາມ​ເປົ້າ!

Published on

​​ໃນ​ໂອກາດ ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ເງິນ​​​ ເຂົ້າ​ຮ່ວມ​ ​ແລະ ໂອ້​ລົມ​ ຕໍ່ກອງ​ປະຊຸມ​ວຽກ​ງານ​ຈັດ​ຕັ້ງ​-ກໍ່ສ້າງ​​ພະນັກງານ ​ແລະ ກວດກາ​ການ​ເງິນ​ທົ່ວ​ປະ​ເທດ ​ປະ​ຈໍາສົກປີ 2015-2016, ທີ່​​ໄດ້​ຈັດ​ຂຶ້ນ​ໃນວັນ​ທີ 12 ພຶດ​ສະພານີ້ ທີ່​ສູນ​ການ​ຮ່ວມ​ມື​ສາກົນ ​ແລະ ຝຶກ​ອົບຮົມຫລັກ 5 ​ໂດຍ​ທ່ານ ​ໄດ້​ເນັ້ນ​ໃຫ້​ຄະນະ​ພັກ ພະນັກງານ​ທົ່ວ​ຂະ​ແໜງ​ການ​ເງິນ ຈົ່ງ​ເພີ່ມ​ທະວີ​ຄວາມເອົາ​ໃຈ​ໃສ່​ ເກັບ​ລາຍ​ຮັບ​ໃຫ້​ໄດ້​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ​ແລະ ​ໃນ​ໂອກາດ​ນີ້ ທ່ານກໍ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ ຕໍ່​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ການ​ເງິນ​ໃນໄລຍະ 5 ປີ​ຜ່ານ​ມາ​, ອັນ​ໄດ້​ເຮັດ​ໃຫ້ GDP ຂອງ​ລາວ​ເພີ່​ມຂຶ້ນ​ລະ​ເລ່ຍ 7,9%, ພ້ອມ​ໄດ້​ແນະນຳ​ໃຫ້​ພະນັກງານ​ທົ່ວ​ຂະ​ແໜງ​ການ​ເງິນ ​ເຫັນ​ໄດ້​ສະພາບຫຍຸ້ງຍາກ​ ຂອງ​ວຽກ​ງານ​ການ​ເງິນ​ຢູ່​ພາຍ​ໃນ​ປະ​ເທດ​ເຮົາ​​ ໃນ​ປັດຈຸບັນ, ບໍ່​ໄປ​ລວງ​ດຽວ​ກັບ​ ການ​ພັດທະນາ​ເສດຖະກິດ-ສັງຄົມ, ສະ​ນັ້ນ ພວກ​ເຮົາຕ້ອງ​ໄດ້​ເອົາ​ໃຈ​ໃສ່​ ປັບປຸງ​ແບບ​ແຜນ​ວິທີ​ເຮັດ​ວຽກຂອງ​ຕົນ​ ຢ່າງມີ​ຄວາມ​ຮັບຜິດຊອບ​​ ຜົນ​ປະ​​ໂຫຍ​ດສ່ວນລວມ​​ເປັນ​ຫລັກ ​ແລະ ຕ້ອງ​ເອົາ​ໃຈ​ໃສ່​ສຶກສາອົບຮົມ​ການ​ເມືອງ​ແນວ​ຄິດ ​​ໃຫ້​ພະນັກງານ​ແຕ່ລະ​ຂັ້ນ​ໃຫ້​ທົ່ວ​ເຖິງ ​ແລະ ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ຊື່​ສັດ​ບໍລິສຸດ​ຕໍ່ໜ້າ​ທີ່​ວຽກ​ງານ, ພ້ອມ​ນັ້ນ ກໍ​ຈະ​ໄດ້ສືບຕໍ່​ປັບປຸງ​ລະບົບ​ການຈັດ​ຕັ້ງ​ ຂອງ​ຂະ​ແໜງ​ການ​ເງິນ ໃຫ້​ມີ​ຄວາມ​ເໝາະສົມ​ ຢູ່​ບັນດາສະ​ຖາ​ບັນ​ການ​ເງິນ ກໍ​ຕ້ອງ​ເອົາ​ໃຈ​ໃສ່​ປັບປຸງ​ຫລັກສູດ​ຂອງ​ຕົນ ​ໃຫ້​ມີ​ຄວາມ​ສອດຄ່ອງ ​ແລະ ​ແທດ​ເໝາະ​ກັບ​ສະພາບ​ຄວາມ​ເປັນ​ຈິງຂອງ​ປະ​ເທດ, ປັບປຸງ​ລະບົບ​ການ​ເກັບ​ພາສີ​-ອາກອນ ​ໃຫ້​ມີ​ຄວາມ​ໂປ່ງ​ໃສ​ກວດ​ສອບ​ໄດ້, ພະນັກງານ​ຜູ້​ໃດ​ເຮັດ​ດີ ​ກໍ​ຄວນ​ໄດ້​ຮັບ​ການ​ຍ້ອງຍໍ​ຊົມ​ເຊີຍ, ຜູ້​ໃດ​ລະ​ເມີດ​ລະບຽບ​ວິ​ໄນ​ ກໍ​ຕ້ອງ​ສຶກສາ​ອົບຮົມ ​ແລະ ປະຕິບັດ​ລະບຽບ​ກົດໝາຍ​ຢ່າງ​ເຂັ້ມ​ງວດ, ​ເພ່ືອ​ເຮັດ​ໃຫ້ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ ​ໄປ​ຕາມ​ທິດ ​ແລະ ມີ​ປະສິດທິ​ຜົນ​ດີ​ຂຶ້ນ ​ເພື່ອ​ແນ​ໃສ່​ແກ້​ໄຂ​ສະພາບ​ການ​ຂອງ​ຕົນ ຂອງ​ວຽກ​ງານ ການ​ເງິນ​ດີ​ຂຶ້ນ​ກວ່າ​ເກົ່າ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...