spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມປົວພົກຍ່ຽວອັກເສບ ດ້ວຍວັດຖຸດິບທຳມະຊາດໄດ້ຜົນຈິງ ຈາກປະສົບການທີ່ຢາກບອກຕໍ່

ປົວພົກຍ່ຽວອັກເສບ ດ້ວຍວັດຖຸດິບທຳມະຊາດໄດ້ຜົນຈິງ ຈາກປະສົບການທີ່ຢາກບອກຕໍ່

Published on

ມືນີ້ເຮົາມີປະສົບການຂອງທ່ານໜຶ່ງທີ່ເຄີຍອົດຢ່ຽວ ຈົນເກີດເຮັດໃຫ້ພົກຢ່ຽວອັກເສບ ຈົນຢ່ຽວອອກເປັນເລືອດ ມາແບ່ງປັນປະສົບການໃຫ້ທຸກທ່ານໄດ້ອ່ານ ເພື່ອທ່ານໃດທີ່ໄດ້ອ່ານຈະໄດ້ຮັບຂໍ້ມູນດີໆໃນການປິ່ນປົວຫາກວັນໜຶ່ງເກີດເປັນອາການດັ່ງກ່າວກັບຕົວ ຫຼື ຄົນໃກ້ຕົວທ່ານ.

ເປັນເລື່ອງລາວຂອງ ປ້າວັນ ອາຍຸ 55 ປີ ເປັນຄົນບ້ານ ຫາດຊາຍຂາວ, ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີອາຊີບຄ້າຂາຍ ເລົ່າສູ່ພວກເຮົາຟັງວ່າ ໃນໄລຍະ 2 ປີກ່ອນ ລາວມີພຶດຕິກຳມັກອົດຢ່ຽວເປັນປະຈຳ ເຊິ່ງບາງເທື່ອຄາຂາຍເຄື່ອງເກີດປວດຢ່ຽວກໍ່ໄປບໍ່ຢ່ຽວ ອົດຕາມອົດ ຜ່ານໄປປະມານ 4 ວັນ ລາວຮູ້ສຶກເຈັບທ້ອງຢ່ຽວເຈັບແທ້ເຈັບວ່າ ແລະ ກໍ່ປວດຢ່ຽວດຸໆ ໄປຢ່ຽວເທື່ອໃດກໍ່ອອກຢັອດດຽວ ແຕ່ທັງເຈັບທາງແສບ ເມື່ອລາວສັງເກດເບິ່ງຢ່ຽວເຫັນເປັນສີແດງເລືອດ ທຳອິດລາວຕົກໃຈຄິດວ່າລາວເປັນປະຈຳເດືອນບໍ້ ແຕ່ສິເປັນໄດ້ຈັ່ງໃດລະ ເພາະລາວໝົດປະຈຳເດືອນແລ້ວ ມື້ນັ້ນເກືອບໝົດເຊົ້າລາວທຽວຢ່ຽວ ຈົນລາວຮູ້ສຶກທໍລະມານຫຼາຍ ລາວເລີຍມາຊອກຢາຮາກໄມ້ທີ່ມີຕາມອ້ອມແອ້ມເຮືອນ ເຊິ່ງຢາພື້ນບ້ານທີ່ໃຊ້ປະກອບມີ:

  1. ທັງຮາກທັງຕົ້ນຫຍ້າຢຸບ 1 ກຳ
  2. ທັງຮາກທັງຕົ້ນຫຍ້າຂວາກ 1 ກຳ (ຫຍ້າທີ່ດອກມັນມັກຕິດເຄື່ອງນຸ່ງເວລາທີ່ເຮົາຍ່າງຜ່ານ)
  3. ຮາກຫຍ້າຂິວ 1 ກຳ
  4. ຫົວສີໃຄພ້ອມຮາກ 3-4 ຫົວ
  5. ໃບໝາກເດືອຍ 1 ກຳ (ສັ່ງກັບພີ່ນ້ອງແຖວສາລາຄາມຝາກລົດເມມາໃຫ້)

ວິທີເຮັດ: ນຳທຸກຢ່າງມາລ້າງໃຫ້ສະອາດແລ້ວໃສ່ລົງໃນໝໍ້ກາຕົ້ມນ້ຳ, ຕື່ມນ້ຳໃນລະດັບພໍດີ ແລ້ວນຳໄປຕົ້ມ (ເຮັດຄືເຮົາຕົ້ມຢາພື້ນເມືອງຕາມປົກກະຕິ) ໜຶ່ງໝໍ້ຈະສາມາດຕົ້ມໄດ້ສາມເທື່ອ ເມື່ອຢາໃນໝໍ້ຈືດແລ້ວຈິ່ງຖິ້ມຢານັ້ນ

ວິທີກິນ: ໃນຊ່ວງໄລຍະເຈັບທຳອິດແມ່ນກິນຕາງນ້ຳທຳມະດາເລີຍ ກິນໝົດໝໍ້ທີໜຶ່ງທ່ານກໍ່ຈະເຫັນຜົນແລ້ວວ່າຢ່ຽວງ່າຍຂຶ້ນ, ຢ່ຽວອອກຫຼາຍຂຶ້ນ, ອາການເຈັບເລີ່ມຫຼຸດລົງ

ປ້າລີ ເພິ່ນບອກວ່າ ສຳລັບເພິ່ນໝໍ້ທີສອງກໍ່ຫາຍດີແລ້ວ ແລະ ຕັ້ງແຕ່ນັ້ນມາເພິ່ນກໍ່ບໍ່ເຄີຍອົດຢ່ຽວອີກເລີຍ

ຂໍເພີ່ມເຕີມໜ້ອຍໜຶ່ງ ສຳລັບເປັນຢ່ຽວຢັອດຖ້າບໍ່ເປັນເຖິງຂັ້ນເລືອດອອກເປັນທຳມະດາ ຂໍແນະນຳກິນຢາຕ້ານເຊື້ອໃສ່ 2 ເມັດກໍ່ຮັກສາໄດ້ເຊັ່ນກັນ ຜ່ານໄປ 1 ຊົ່ວໂມງແມ່ນດີແນ່ນອນ ເພາະແອັດມິນເຮັດເປັນປະຈຳເລີຍຢາກນຳມາບອກຕໍ່ ເພື່ອໃຫ້ຄົນທີ່ເປັນຢ່ຽວຢັອດໄດ້ລອງເຮັດເບິ່ງ.

ນີ້ແມ່ນປະສົບການຕົວຈິງທີ່ນຳມາແບ່ງປັນ ບາງທ່ານອາດຈະບໍ່ເຄີຍຮູ້ວ່າຫຍ້າບາງຊະນິດສາມາດນຳມາເປັນຢາໄດ້ ແລະ ຄັ້ງໜ້າເຮົາຈະມາເລົ່າປະສົບການໃນເລື່ອງໃດນັ້ນຕ້ອງຕິດຕາມກັນຕໍ່ໄປ

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...