Homeຂ່າວຕ່າງປະເທດນັກທ່ອງທ່ຽວກວ່າ 40 ຊີວິດໂດດໜີໄຟໄໝ້ເຮືອອົດສະຕຣາລີ

ນັກທ່ອງທ່ຽວກວ່າ 40 ຊີວິດໂດດໜີໄຟໄໝ້ເຮືອອົດສະຕຣາລີ

Published on

ນັກທ່ອງທ່ຽວກວ່າ 40 ຄົນສ່ວນໃຫຍ່ເປັນຜູ້ສູງອາຍຸຊາວຈີນ ໄດ້ຮັບຄວາມຊ່ວຍເຫຼືອໃນມື້ນີ້ ພາຍຫຼັງຈາກພວກເຂົາຕ້ອງໂດດລົງແພຊູຊີບພາຍຫລັງໄຟໄໝ້ເຮືອທ່ອງທ່ຽວອົດສະຕຣາລີ.

ເຮືອສະປີຣິດອອຟ 1770 ປະສົບເຫດໄຟໄໝ້ໃນຫ້ອງເຄື່ອງຈັກເມື່ອ 16:00 ໂມງ ລະຫວ່າງການນຳທ່ຽວໄປຍັງເກາະເລຕີມັສກຣາຟທາງແລວປະກາຮັງເກຣດແບຣີເອີຣີຟ ໜັງສືພິມທ້ອງຖິ່ນລາຍງານວ່າ ຜູ້ໂດຍສານ 42 ຄົນ ແລະ ລູກເຮືອ 4 ຄົນຕ້ອງສະຫຼະເຮືອ ແລະ ໂດດລົງນໍ້າກ່ອນລອຍນໍ້າມາຍັງແພຊູຊີບເມື່ອແລງວັນພຸດ ພວກເຂົາຕ້ອງລອຍຢູ່ກາງທະເລດົນຫຼາຍຊົ່ວໂມງ ຈົນເຮືອກູ້ໄພ 3 ລຳເດີນທາງມາເຖິງ ແລະ ພາກັບເຂົ້າຝັ່ງເພື່ອໃຫ້ໜ່ວຍກູ້ຊີບເບິ່ງແຍງໃນເບື້ອງຕົ້ນ ສ່ວນເຈົ້າໜ້າທີ່ກຳລັງກວດສອບສາເຫດ ຜູ້ເຫັນເຫດການກ່າວວ່າ ນັກທ່ອງທ່ຽວຫຼາຍຄົນເປັນຊາວຈີນສູງອາຍຸ ສ່ວນຄົນອື່ນມາຈາກການາດາ ນິວຊີແລນ ແລະ ອັງກິດ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...