spot_img
Homeຂ່າວເຫດການສອງສະຖາບັນການເມືອງຯ ລາວ-ຫວຽດນາມ ເປີດໂຄງການແປປື້ມ ນິພົນໂຮ່ຈິມິນ ເປັນພາສາລາວ

ສອງສະຖາບັນການເມືອງຯ ລາວ-ຫວຽດນາມ ເປີດໂຄງການແປປື້ມ ນິພົນໂຮ່ຈິມິນ ເປັນພາສາລາວ

Published on

ຕອນເຊົ້າວັນທີ 10 ພຶດສະພາ, ຢູ່ທີ່ໂຮງແຮມລາວພລາຊາ ໄດ້ມີພິທີເປີດ “ໂຄງການແປປຶ້ມນິພົນ ໂຮ່ຈິມິນ ຄົບຊຸດ ຈາກພາສາຫວຽດນາມເປັນພາສາລາວ” ຂຶ້ນ ໂດຍການເປັນເຈົ້າພາບຂອງ ສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດລາວ ແລະ ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ສສ ຫວຽດນາມ.

ເປັນກຽດເຂົ້າຮ່ວມພິທີຂອງ ທ່ານ ສຈ.ປອ. ກິແກ້ວ ໄຂຄຳພິທູນ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ກຳມະການສູນກາງພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະຄຸ້ມຄອງໂຄງການ, ຜູ້ຕາງໜ້າຈາກອົງການຈັດຕັ້ງພັກ-ລັດ, ນັກແປ ແລະ ນັກກວດແກ້ຂອງລາວ. ຝ່າຍຫວຽດນາມແມ່ນ ທ່ານ ສຈ. ປອ. ຫງວຽນຊວນຖັງ ກຳມະການສູນກາງ ພັກກອມມູນິດຫວຽດນາມ ຫົວໜ້າສະຖາບັນການ ເມືອງແຫ່ງຊາດໂຮ່ຈິມິນ ພ້ອມດ້ວຍຄະນະຄຸ້ມຄອງໂຄງການຝ່າຍຫວຽດນາມ ແລະ ຜູ້ຕາງ ໜ້າຈາກ ອົງການຈັດຕັ້ງພັກ- ລັດຂອງຫວຽດນາມ.

ໂຄງການແປປຶ້ມນິພົນໂຮ່ຈິມິນຄົບຊຸດ ຈາກພາສາຫວຽດນາມເປັນພາສາລາວ ເປັນການ ຜັນຂະຫຍາຍສັນຍາ ວ່າດ້ວຍການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ – ເຕັກນິກ ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ. ໂຄງການດັ່ງກ່າວ ມີໄລຍະ 3 ປີ (2015 – 2017). ເນື້ອໃນນິພົນທີ່ຈະແປ ລວມມີນິພົນໂຮ່ຈິມິນຄົບຊຸດ 15 ເຫຼັ້ມ, ມີຈຳນວນ 8.073 ໜ້າ ແລະ ວັດຈະນານຸກົມໂຮ່ຈິມິນ ຈຳນວນ 1.890 ໜ້າ ໂດຍແມ່ນທຶນຊ່ວຍເຫຼືອຂອງລັດຖະບານ ສສ ຫວຽດນາມ ທຶນສົມທົບຂອງລັດຖະບານລາວ.

ບັນດານິພົນໂຮ່ຈິມິນ ຈະເປັນເອກະສານພື້ນຖານສຳຄັນ ເພື່ອຮັບໃຊ້ການຄົ້ນຄວ້າຊອກຮູ້ ແລະ ກຳແໜ້ນບັນດາ ຫຼັກມູນພື້ນຖານຂອງ ແນວຄິດໂຮ່ຈິມິນ ຮັບໃຊ້ແກ່ວຽກງານສຶກສາຮ່ຳຮຽນ ແລະ ຄົ້ນຄວ້າ ຢູ່ບັນດາສະຖາບັນການສຶກສາຂອງລາວ ເວົ້າລວມ, ເວົ້າສະເພາະແມ່ນ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ.

ການແປບົດນິພົນຄົບຊຸດຂອງປະທານ ໂຮ່ຈິມິນ ເປັນການຮຽນຮູ້ບົດຮຽນຂອງເພື່ອນຫວຽດນາມ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກທີ່ວ່າ: ເຮັດໃຫ້ລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ກາຍເປັນພື້ນຖານແຫ່ງແນວຄິດ ແລະ ການກະທຳຂອງປະຊາຊົນພົນລະເມືອງ ໃນທົ່ວສັງຄົມ.

ທ່ານ ຮສ.ປອ. ທອງສະລິດ ມັງໜໍ່ເມກ ໄດ້ກ່າວໃນງານຄັ້ງນີ້ວ່າ: ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແມ່ນສູນກາງການສຶກສາແຫ່ງຊາດ ເຮັດໜ້າທີ່ບຳລຸງ, ຍົກລະດັບທາງດ້ານ ແນວຄິດທິດສະດີມາກ-ເລນິນ, ແນວຄິດປະທານ ໂຮ່ຈິມິນ ແລະ ແນວຄິດປະທານ ໄກສອນ ພົມວິຫານ ແລະ ແນວທາງນະໂຍບາຍຂອງພັກ-ລັດ ໃຫ້ແກ່ຖັນແຖວພະນັກງານແຕ່ລະຂັ້ນຢູ່ ສປປ ລາວ. ປັດຈຸບັນສະຖາບັນ ພວມ ຈັດຕັ້ງປະຕິບັດຫຼັກສູດປະລິນຍາໂທ ແລະ ມີແຜນເປີດລະບົບປະລິນຍາເອກ ໃນຂະແໜງປັດຊະຍາ, ເສດຖະກິດການເມືອງ ແລະ ກໍ່ສ້າງພັກ.

ມາຮອດປັດຈຸບັນ, ການຄົ້ນຄວ້າ ແລະ ໝູນໃຊ້ລັດທິມາກ-ເລນິນ, ແນວຄິດ ປະທານ ໂຮ່ຈິມິນ ຢູ່ລາວ ເຫັນວ່າຍັງຂາດບັນດານິພົນທີ່ເປັນລະບົບ ໂດຍສະເພາະແມ່ນນິພົນໂຮ່ຈິມິນຄົບຊຸດ. ສະນັ້ນ, ການແປນິພົນໂຮ່ຈິມິນ ຄົບຊຸດນີ້ ເຫັນວ່າມີຄວາມເໝາະສົມ ແລະ ສາມາດຈັດຕັ້ງປະຕິບັດໄດ້ ເພາະວ່າບັນດານິພົນໂຮ່ຈິມິນຄົບຊຸດ ໄດ້ມີການພິມຈຳໜ່າຍຢ່າງຄົບຖ້ວນ, ມີການພິມຄືນໃໝ່ຫຼາຍເທື່ອ ແລະ ມີຄວາມຊັດເຈນສູງ, ພ້ອມກັນນັ້ນຜູ້ແປ ແລະ ຜູ້ຮຽບຮຽງຂອງພວກເຮົາ ກໍມີບົດຮຽນໃນການແປນິພົນເລືອກເຟັ້ນ ມາກ- ອັງແກນ, ເລນິນ ແລະ ໂຮ່ຈິມິນ ຈຳນວນ 13 ເຫຼັ້ມມາກ່ອນແລ້ວ.

ດັ່ງນັ້ນ, ການແປ ແລະ ຈັດພິມນິພົນໂຮ່ຈິມິນຄົບຊຸດ ຈຳນວນ 15 ເຫຼັ້ມ ຈາກພາສາຫວຽດນາມເປັນພາສາລາວ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ ແລະ ຮີບດ່ວນ ໃນການຮັບໃຊ້ແກ່ການສຶກສາ, ຄົ້ນຄວ້າຢູ່ສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດລາວ ກໍຄືຢູ່ບັນດາສະຖາບັນການສຶກສາຕ່າງໆ ໃນການກໍ່ສ້າງພະນັກງານ, ນັກວິທະຍາສາດ ທາງດ້ານທິດສະດີການເມືອງ – ການປົກຄອງ ແລະ ຮັບໃຊ້ໃຫ້ແກ່ການປັບປຸງບູລະນະ ແນວທາງ, ນະໂຍບາຍຂອງພັກເຮົາ ໃຫ້ສົມບູນຂຶ້ນເທື່ອລະກ້າວ. ທັງເປັນການຍົກລະດັບຄວາມຮູ້ຄວາມສາມາດ ຖັນແຖວພະນັກງານນຳພາ, ຄຸ້ມຄອງໃນການສຶກສາ, ຄົ້ນຄວ້າ ແລະ ໝູນໃຊ້ບັນດາແນວຄວາມຄິດຂອງເພິ່ນ ແລະ ຜູ້ນຳທ່ານອື່ນໆ ເຂົ້າໃນເງື່ອນໄຂ, ສະພາບຄວາມເປັນຈິງ ຂອງປະເທດລາວ ກໍຄືຄັງສາງທາງດ້ານທິດສະດີປະຕິວັດ ຂອງພວກເຮົາອຸດົມສົມບູນຍິ່ງຂຶ້ນ, ປະກອບສ່ວນເຂົ້າໃນ ພາລະກິດສ້າງສາ ແລະ ພັດທະນາປະເທດລາວ. ພ້ອມກັນນັ້ນ, ກໍປະກອບສ່ວນສຳຄັນ ໃຫ້ແກ່ການເສີມຂະຫຍາຍນ້ຳໃຈມິດຕະພາບ ແລະ ຄວາມສາມັກຄີພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...