Homeຂ່າວທ້ອງຖິ່ນໂຮງ­ແຮມ​ຫຼວງ​ພະ​ບາງ 3 ແຫ່ງ​ໄດ້​ຮັບ​ນາມ­ມະ­ຍົດ ​ເປັນ​ໂຮງ­ແຮມ​ຂຽວ​ອາ​ຊຽນ

ໂຮງ­ແຮມ​ຫຼວງ​ພະ​ບາງ 3 ແຫ່ງ​ໄດ້​ຮັບ​ນາມ­ມະ­ຍົດ ​ເປັນ​ໂຮງ­ແຮມ​ຂຽວ​ອາ​ຊຽນ

Published on

ນັບ​ວ່າ​ເປັນ​ໂສມ​ໜ້າ​ອັນ​ໃໝ່​ຂອງ​ເມືອງ​ມໍ­ລະ­ດົກ​ໂລກ​ຫຼວງ​ພະ​ບາງເພາະ​ບັນ­ດາ​ໂຮງ­ແຮມ​ເຮືອນ​ພັກ​ທີ່​ໃຫ້​ບໍ­ລິ­ການແກ່​ນັກ​ທ່ອງ​ທ່ຽວ​ໄດ້​ຄ່ອຍ​ຫັນ​ເຂົ້າ​ສູ່​ຂອດ​ບໍ­ລິ­ການ​ທີ່​ໄດ້​ມາດ­ຕະ­ຖານ​ໄປ​ຄຽງ​ຄູ່​ກັນ​ກັບ​ການ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ​ອ້ອມ​ຂ້າງ​ໃຫ້​ມີ​ຄວາມ​ສວຍ​ງາມເຮັດ​ໃຫ້​ປີ​ນີ້​ໄດ້​ຮັບ​ນາມ­ມະ­ຍົດ​ເປັນໂຮງ­ແຮມ​ຂຽວ​ອາ​ຊຽນ​ເຖິງ 3 ແຫ່ງ ແລະ​ເຮືອນ​ພັກ​ມາດ­ຕະ­ຖານ​ດາວŒດອກ ຈຳ­ປາ​ອີກ 2 ແຫ່ງ.

ພິ­ທີ​ມອບ​ລາ­ງວັນ​ດັ່ງ­ກ່າວ​ຈັດ​ຂຶ້ນເມື່ອ​ທ້າຍ​ອາ­ທິດ​ທີ່​ຜ່ານ​ມາ​ຢູ່​ຫ້ອງ​ປະ­ຊຸມໂຮງ­ແຮມ​ຈິດ​ຈະ­ເລີນ​ເມືອງ​ຫຼວງ​ໂດຍ ໃຫ້​ກຽດ​ມອບ​ຂອງ ທ່ານ ອຸ່ນ​ທວງ ຂາວ​ພັນ ຫົວ­ໜ້າ​ກົມ​ຄຸ້ມ​ຄອງ​ການ­ທ່ອງ­ທ່ຽວ, ມີ​ຜູ້​ຕາງ​ໜ້​ຈາກ​ໂຮງ­ແຮມ​ຂຶ້ນ​ຮັບ​ຄື: ຈາກ​ໂຮງ­ແຮມ​ຫຼວງ​ພະ​ບາງ​ວິວ, ໂຮງ­ແຮມ​ຄີ­ລີ​ດາ​ຣາ ແລະ​ໂຮງ­ແຮມ​ຈິດ​ຈະເລີນ​ເມືອງ​ຫຼວງ, ພ້ອມ​ນີ້ ​ກໍ​ມີ​ຕາງ­ໜ້າເຮືອນ​ພັກ​ສາຍ​ຄຳ, ເຮືອນ​ພັກ​ບີ​ແອນ​ບີ ແລະ​ ມີ​ບັນ­ດາ​ຊຽວ​ຊານປະ­ຈຳ​ໂຄງ­ການ RELATED, ມີ​ຮອງ​ພະ​ແນກ ຖວ​ທ ແຂວງ​ຫຼວງ​ພະ​ບາງ, ນະ­ຄອນ­ຫຼວງ​ວຽງຈັນ, ແຂວງ​ຈຳ­ປາ​ສັກພ້ອມ​ດ້ວຍ​ຜູ້​ຕາງໜ້າ​ຂະ­ແໜງ­ການ​ອ້ອມ​ຂ້າງ​ທັງ​ພາກ​ລັດ ແລະ​ພາກ​ທຸ­ລະ​ກິດ​ໂຮງ­ແຮມŒເຮືອນພັກ​ເຂົ້າ​ຮ່ວມ.

ໂອ­ກາດ​ນີ້ທ່ານ​ຫົວ​ໜ້້າ​ກົມ​ຄຸ້ມ​ຄອງການ­ທ່ອງ­ທ່ຽວ​ກ່າວ​ວ່າ: ນັບ​ແຕ່​ປີ 2008 ເປັນ­ຕົ້ນ​ມາ​ອາ​ຊຽນ​ໄດ້​ກຳ­ນົດ​ໃຫ້​ມີ​ການ​ໃຫ້​ລາ­ງວັນ​ໂຮງ­ແຮມ​ຂຽວ​ອາ​ຊຽນ​ແກ່ ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ​ໂຮງ­ແຮມ, ຣີ​ສອດ ຢູ່​ບັນ­ດາ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ໂດຍ​ປະ­ເທດ​ໜຶ່ງ​ບໍ່​ໃຫ້​ກາຍ 10 ແຫ່ງ ໂດຍ​ຈະ​ມີ​ການ​ຈັດ​ພິ­ທີ​ມອບŒຮັບ​ລາ­ງວັນ ເປັນ​ປະ­ຈຳ​ທຸກໆ​ສອງ​ປີ​ຕໍ່​ຄັ້ງ​ມາ​ຮອດ ປີ​ນີ້​ຖື​ເປັນ​ຄັ້ງ​ທີ 5 ແລ້ວ. ສຳ­ລັບ ສປປ ລາວ ໂຮງ­ແຮມ​ໄດ້​ຮັບ​ລາ­ງວັນ​ໂຮງ­ແຮມ ຂຽວ​ອາ​ຊຽນ​ທັງ​ໝົດ 48 ແຫ່ງ, ໃນ​ນີ້​ຢູ່ ແຂວງ​ຫຼວງ​ພະ​ບາງ​ມີ​ຈຳ­ນວນ 16 ແຫ່ງ, ເທົ່າ​ກັບ 33% ຂອງ​ໂຮງ­ແຮມ​ທີ່​ໄດ້​ຮັບ ລາ­ງວັນ​ທັງ​ໝົດ ແລະ​ລ່າ​ສຸດ​ໃນ​ປີ 2016 ນີ້ ສປປ ລາວ ມີ​ໂຮງ­ແຮມ ຈຳ­ນວນ 10 ແຫ່ງ ທີ່​ໄດ້​ຮັບ​ນາມ­ມະ­ຍົດ​ເປັນ​ໂຮງ­ແຮມ ຂຽວ​ຂອງ​ອາ​ຊຽນ ໃນ​ນີ້​ ຢູ່ແຂວງ​ຫຼວງ​ພະ​ບາງ​ມີ 3 ແຫ່ງ​ຄື ໂຮງ­ແຮມ​ຫຼວງ​ພະບາງ​ວິວ, ໂຮງ­ແຮມ​ຄີ­ລີ​ດາ​ຣາ ແລະ ໂຮງແຮມ​ຈິດ​ຈະ­ເລີນ​ເມືອງ​ຫຼວງ.

ສຳ­ລັບ​ລາ­ງວັນ​ອັນ​ມີ​ກຽດ​ນີ້​ສະ­ແດງ​ໃຫ້​ເຫັນ​ວ່າ ສປປ ລາວ ມີ​ສັກ­ກະ​ຍະ​ພາບໃນ​ການ​ບໍ­ລິ­ການ​ດ້ານ​ທີ່​ພັກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ, ເປັນ​ທີ່​ຍອມ­ຮັບ​ຂອງ​ສາ­ກົນ ແລະ​ພາກ​ພື້ນ. ເພື່ອ​ເຮັດ​ໃຫ້​ມາດ­ຕະ­ຖານດັ່ງ­ກ່າວ​ໄປ​ຄຽງ ຄູ່​ກັບ​ການ​ບໍ­ລິ­ການ​ຂອງ ໂຮງ­ແຮມ ແນ­ໃສ່​ຍົກ​ລະ​ດັບ​ມາດ­ຕະ­ຖານ​ໃຫ້​ດີ​ກວ່າ​ເກົ່າ​ອີກ​ໃນ​ຂັ້ນ​ຕໍ່​ໄປ​ນັ້ນ​ຢາກ​ໄດ້​ຮຽກ­ຮ້ອງ​ໃຫ້​ບັນ­ດາ​ຜູ້​ບໍ­ລິ­ຫານ​ໂຮງ­ແຮມ​ເຮືອນ​ພັກ​ຈົ່ງ​ພ້ອມ​ກັນ​ຮັກ­ສາ​ມາດຕະ​ຖານ​ດັ່ງ­ກ່າວ​ໄວ້​ໃຫ້​ດີ​ໄປ​ພ້ອມໆ​ກັບ​ການ​ຍົກ​ລະ​ການ​ບໍ­ລິ­ການ​ໃຫ້​ດີ​ຂຶ້ນ​ໄປ​ເລື້ອຍໆ​ໂດຍ​ເອົາ­ໃຈ­ໃສ່​ສົ່ງ­ເສີມ​ການ​ນຳໃຊ້​ຜະ­ລິດ​ຕະ​ພັນ​ພາຍ​ໃນ​ປະ­ເທດ, ການ​ດຳ­ເນີນ​ທຸ­ລະ​ກິດ​ທີ່​ເປັນ​ມິດ​ກັບ​ສິ່ງ­ແວ­ດລ້ອມ, ເນັ້ນ​ການ​ປະ­ຢັດ​ພະ­ລັງ­ງານເພື່ອ​ກ້າວ​ສູ່​ການ​ເຮັດ​ໃຫ້​ອາ​ຊຽນ​ກໍ​ຄື ສປປ ລາວ ໂດຍ​ສະ­ເພາະ​ແມ່ນ​ເມືອງ​ມໍ­ລະ­ດົກໂລກ​ຫຼວງ​ພະ​ບາງ​ກາຍ­ເປັນ​ຈຸດ­ໝາຍ​ປາຍ­ທາງ​ການ­ທ່ອງ­ທ່ຽວ​ທີ່​ມີ​ຄຸນ​ນະ​ພາບ​ດຽວ​ກັນທີ່​ສາ­ມາດ​ແຂ່ງ­ຂັນ​ກັບ​ສາ­ກົນ​ໄດ້.

ທີ່ມາ: logo

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...