spot_img
Homeຂ່າວພາຍ​ໃນລັດຖະບານເຊັນຖືຮຸ້ນ 30% ຈັບມືເອກະຊົນລາວ ພັດທະນາເສດຖະກິດສະເພາະ ຈຳປານະຄອນ!

ລັດຖະບານເຊັນຖືຮຸ້ນ 30% ຈັບມືເອກະຊົນລາວ ພັດທະນາເສດຖະກິດສະເພາະ ຈຳປານະຄອນ!

Published on

ຄະນະກຳມະການແຫ່ງຊາດລາວ ເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ໂດຍສົມທົບກັບ ຄະນະບໍລິຫານເຂດເສດຖະກິດພິເສດ ແຂວງຈຳປາສັກ ແລະ ບໍລິສັດ ແອລທີວີ ກໍ່ສ້າງຂົວທາງ ແລະ ເຄຫາສະຖານ ຈຳກັດ ໄດ້ຮ່ວມກັນລົງນາມເຊັນສັນຍາ ວ່າດ້ວຍການພັດທະນາເຂດເສດຖະກິດສະເພາະ ຈຳປານະຄອນ ໃຫ້ເປັນຕົວເມືອງໃໝ່ທີ່ທັນສະໄໝ.

ພິທີເຊັນສັນຍາມີຂຶ້ນ ໃນວັນທີ 6 ພຶດສະພາ ທີ່ໂຮງແຮມຈຳປາສັກແກຣນ ໂດຍການລົງນາມຮ່ວມຂອງ ທ່ານ ປອ. ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກ ຮອງປະທານ ຜູ້ປະຈຳການຄຸ້ມຄອງເສດຖະກິດ ແລະ ເສດຖະກິດສະເພາະ,​ ທ່ານ ສຸລິວັນ ສະຫວັດທະສິນ ເຈົ້າເມືອງປາກເຊ ທັງເປັນຄະນະບໍລິຫານງານ ເຂດເສດຖະກິດພິເສດ ແຂວງຈຳປາສັກ, ທ່ານ ລາຕີ ສີສຸພັນນະວົງ ປະທານ ບໍລິສັດ ແອລທີວີ ກໍ່ສ້າງ ຂົວທາງ ແລະ ເຄຫາສະຖານ ຈຳກັດ, ທ່ານ ບຸນຍົກ ສີສຸພັນນະວົງ ຜູ້ຈັດການ ບໍລິສັດ ແລະ ທ່ານ ນາງ ຕຸກຕາ ສີສຸພັນນະວົງ ຜູ້ຈັດການບໍລິສັດ ໂດຍ ການເຂົ້າຮ່ວມເປັນສັກຂີພິຍານ ຂອງ ທ່ານ ປອ. ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ຮອງ ນາຍົກລັດຖະມົນຕີ.

ທ່ານ ນາງ ບົວທາ ຂັດທິຍະ ຮອງລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ຮອງປະທານຄະນະກຳມະການ ຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະແຫ່ງຊາດ ໄດ້ຜ່ານຂໍ້ຕົກລົງຂອງ ທ່ານຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການແຫ່ງຊາດລາວ ເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ (ຄຂພສ) ວ່າດ້ວຍການສ້າງຕັ້ງ ເຂດເສດຖະກິດສະເພາະຈຳປານະຄອນ ແຂວງຈຳປາສັກ ຊຶ່ງເປັນເຂດເສດຖະກິດສະເພາະໜຶ່ງ ທີ່ຂຶ້ນກັບເຂດເສດຖະກິດພິເສດ ແຂວງຈຳປາສັກ ເຂດເສດຖະກິດ ສະເພາະຈຳປານະຄອນ ມີເນື້ອທີ່ ທັງໝົດ 58,3 ເຮັກຕາ ຕັ້ງຢູ່ຂອບເຂດຂອງບ້ານຫ້ວຍປູນ ແລະ ບ້ານ ສະພານໄຊ ເມືອງປາກເຊ ແຂວງຈຳປາສັກ ມີໄລຍະເວລາສຳປະທານ 99​ ປີນັບແຕ່ວັນລົງລາຍເຊັນ ສັນຍາພັດທະນາເຂດເປັນຕົ້ນໄປ ແລະ ສາມາດຕໍ່ໄດ້ຕາມການຕົກລົງເຫັນດີຂອງລັດຖະບານ ມີມູນ ຄ່າການລົງທຶນປະມານ 80 ລ້ານໂດລາສະຫະລັດ, ລັດຖະບານລາວ ຖືຮຸ້ນ 30% ແລະ ບໍລິສັດ ແອລທີວີ ກໍ່ສ້າງຂົວທາງ ເຄຫາສະຖານຈຳກັດ ຊຶ່ງເປັນຜູ້ພັດທະນາ ຖືຮຸ້ນ 70% ເຂດເສດຖະກິດພິເສດ ຈຳປານະຄອນ ສ້າງຕັ້ງຂຶ້ນ ເພື່ອດຳເນີນທຸລະກິດ ດ້ານອະສັງຫາລິມະຊັບ (ທີ່ພັກອາໄສ, ໂຮງແຮມ ແລະ ລີສອດ) ເຂດສູນການຄ້າ ແລະ ການບໍລິການ ຕາມທີ່ກຳນົດໄວໃນສັນຍາພັດທະນາເຂດ ລະຫວ່າງລັດຖະບານ ແລະ ຜູ້ພັດທະນາ ເຂດເສດຖະກິດພິເສດຈຳປານະຄອນ ໄດ້ຮັບນະໂຍບາຍສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຕາມນິຕິກຳ ວ່າດ້ວຍການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ໃນຂອບເຂດທົ່ວປະເທດ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...