Homeຂ່າວພາຍ​ໃນເສດຖະກິດຂະຫຍາຍຕົວຊ້າ! UNESCAP ແນະ​ຂົງເຂດ​ອາຊີ-ປາຊີ​ຟິກ ຂະ​ຫຍາ​ຍການ​ຜະລິດ​ໃຫ້ສູງຂຶ້ນ!

ເສດຖະກິດຂະຫຍາຍຕົວຊ້າ! UNESCAP ແນະ​ຂົງເຂດ​ອາຊີ-ປາຊີ​ຟິກ ຂະ​ຫຍາ​ຍການ​ຜະລິດ​ໃຫ້ສູງຂຶ້ນ!

Published on

ຜູ້ຕາງໜ້າ​ອົງການ​ສະຫະ​ປະຊາ​ຊາດ ​ເພື່ອການ​ພັດທະນາ​ເສດ​ຖະກິດ-ສັງຄົມ UNESCAP ​ເປີດ​ເຜີຍ​ໃນ​ພິທີ​​ເຜີຍ​ແຜ່​ຜົນ​ການ​ສຳຫຼວດ ສະພາບ​ເສດຖະກິດ-ສັງຄົມ​ຢູ່​ອາຊີ- ປາຊີ​ຟິກ ປະຈຳ​ປີ 2016 ​ນີ້​ວ່າ: ​ເສດຖະກິດ​ທົ່ວ​ພາກ​ພື້ນ​ດັ່ງກ່າວ​ ມີ​ການ​ຂະຫຍາຍຕົວ​ຊ້າ ​ໂດຍ​ສ່ວນ​ໜຶ່ງ​ແມ່ນ​ມາຈາກ​ ການ​ຜະລິດ​ທີ່​ຫຼຸດ​ລົງ, ດັ່ງ​ນັ້ນ​ອົງການ (UNESCAP) ​ໄດ້​ແນະນຳ​ໃຫ້​ບັນດາ​ປະ​ເທດ​ ໃນ​ຂົງ​ເຂດ​ດັ່ງກ່າວ ​ເພີ່ມ​ຄວາມ​ພະຍາຍາມ​ກະຕຸ້ນ ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ ​​ແລະ ພາກ​ພື້ນໃຫ້ຫຼາຍຂຶ້ນ, ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ ​ແລະ ຄວນ​ສຸມ​ໃສ​ສົ່ງ​ເສີມ​ການ​ຜະລິດ, ​ເພີ່ມ​ຄ່າ​ແຮງ​ງານ ແລະ ຂະຫຍາຍ​ການ​ຜະລິດໃຫ້ຫຼາຍຂຶ້ນ, ​ລວມທັງ ສປປ ລາວ ເພື່ອຊຸກຍູ້ການເຕີບໂຕຂອງເສດຖະກິດ, ສຳລັບ ສປປ ລາວ ແລະ ສິ່ງສຳຄັນຕ້ອງຮັບປະກັນ ຄວາມສະເໜີພາບ ໃນການເພີ່ມຄ່າໃຊ້ຈ່າຍທາງສັງຄົມ ແລະ ການສ້າງຄວາມຫຼາກຫຼາຍທາງດ້ານເສດຖະກິດ.

ຜູ້ຕາງໜ້າ​ອົງການ UNESCAP  ກ່າວ​​ວ່າ: ສຳລັບ​ບາດ​ກ້າວ​ຕໍ່​ໄປ ​ຂອງ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະກິດ​ຢູ່​ອາຊີ-ປາຊີ​ຟິກ ຄວນ​ໄດ້​ຮັບ​ການ​ຂັບ​​ເຄື່ອນ​ຈາກ​ ຜົນ​ໄດ້​ຮັບ​ຈາກ​ການ​ຜະລິດ​ຢ່າງ​ກ້ວາງ​ຂວາງ, ​ເຖິງວ່າການ​ສົ່ງ​ເສີມ​ການ​ຜະ​ລິດ​ດັ່ງກ່າວ ຕ້ອງ​ໄດ້​ນຳ​ໃຊ້​ງົບປະມານ​ທີ່​ເພີ່ມ​ຂຶ້ນ ​ແລະ ສອດຄ່ອງ​ກັບ​ເປົ້າ​ໝາຍ, ພັດທະນາ​ທັດສະ, ປັບປຸງ​ພື້ນຖານ​ໂຄງ​ລ່າງ ​ແລະ ຍົກ​ສູງ​ການ​ຜະລິດ​ກະສິກຳ ​ແລະ ປັບປຸງ​ຄຸນ​ນະພາ​ບ ຂອງ​ການ​ເຕີບ​ໂຕ​ທາງ​ດ້ານ​​ເສດຖະກິດ​ໄປ​ສູ່​ຄວາມ​ສົມສ່ວນ ​ແລະ​ ຍືນ​ຍົງ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...