spot_img
Homeຂ່າວຕ່າງປະເທດແຜ່ນດິນໄຫວຕື້ນໃນຕີເບດ ເຈັບ 60 ຄົນ

ແຜ່ນດິນໄຫວຕື້ນໃນຕີເບດ ເຈັບ 60 ຄົນ

Published on

ເຈົ້າໜ້າທີ່ຈີນລາຍງານວ່າ ເກີດແຜ່ນດິນໄຫວລະດັບຕື້ນຂະໜາດ 5,5 ໃນເຂດພູເຂົາທີ່ຕີເບດມື້ນີ້ ມີຜູ້ບາດໄດ້ຮັບບາດເຈັບ 60 ຄົນ ບ້ານເຮືອນເປ່ເພຫຼາຍຫຼັງ ຖະໜົນ ແລະ ຂົວເສຍຫາຍ.

ສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດລາຍງານວ່າ ແຜ່ນດິນໄຫວທາງຕີເບດເກີດຂຶ້ນເມື່ອເວລາ 09:15 ໂມງ ຕາມເວລາທ້ອງຖິ່ນ ຫຼື ເວລາ 08:15 ນາທີໃນບ້ານເຮົາ ໂດຍຢູ່ທາງເຂດແດນຕີເບດທີ່ຕິດກັບມົນທົນຊິງໄຫ່ໄປທາງເໜືອ ເວັບໄຊທາງການທ້ອງຖິ່ນລະບຸວ່າ ຜູ້ບາດເຈັບສາຫັດມີຈຳນວນ 6 ຄົນ ແຕ່ບໍ່ໄດ້ເປີດເຜີຍຕົວເລກບ້ານເຮືອນເປ່ເພຖະຫຼົ່ມລົງ ຫຼື ຖະໜົນ ແລະ ຂົວທີ່ເປ່ເພເສຍຫາຍ ທາງດ້ານສຳນັກງານຂ່າວໄຊນານິວສເຊີວິສລາຍງານວ່າ ແຜ່ນດິນໄຫວເຮັດໃຫ້ເກີດດິນຖະຫຼົ່ມຕາມມາ ສຳນັກຂ່າວຊິນຮວາຂອງທາງການຈີນລາຍງານອ້າງເຈົ້າໜ້າທີ່ສຳນັກງານແຜ່ນດິນໄຫວທ້ອງຖິ່ນວ່າ ສູນກາງຢູ່ທີ່ເມືອງກາຕາທາວ ຫ່າງໄປປະມານ 2.200 ກິໂລແມັດຈາກນະຄອນຫຼວງປາກກິ່ງ ແລະ ວັດພຸດ 2 ແຫ່ງ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...