spot_img
Homeຂ່າວທ້ອງຖິ່ນເມືອງມະຫາໄຊ ເລັ່ງເກັບກ່ຽວເຂົ້ານາແຊງ ໃຫ້ສໍາເລັດ 100% ທ້າຍເດືອນນີ້!

ເມືອງມະຫາໄຊ ເລັ່ງເກັບກ່ຽວເຂົ້ານາແຊງ ໃຫ້ສໍາເລັດ 100% ທ້າຍເດືອນນີ້!

Published on

ທ່ານ ບຸນຍືນ ໄຊຍະລາດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງມະຫາໄຊ ແຂວງຄຳມ່ວນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວ່າ: ການຜະລິດເຂົ້ານາແຊງສົກປີນີ້, ຖືວ່າເປັນປີໜຶ່ງ ທີ່ດິນຟ້າອາກາດບໍ່ເອື້ອອໍານວຍ ໃຫ້ແກ່ການຜະລິດເຂົ້ານາແຊງ ເຊິ່ງເນື້ອທີ່ແຜນການປັກດໍາຕົວຈິງ ໃນທົ່ວເມືອງມີ 1.100 ເຮັກຕາ, ຄາດຄະເນຜົນຜະລິດ 5.600 ໂຕນ, ສະມັດຕະພາບໃຫ້ໄດ້ 5,09ໂຕນ​ / ເຮັກຕາ. ສໍາລັບການຜະລິດເຂົ້ານາແຊງປີນີ້ ແມ່ນພົບກັບສະພາບດິນຟ້າອາກາດບໍ່ເອື້ອອໍານວຍ. ສ່ວນແນວພັນ ທີ່ນໍາມາປູກປະກອບມີແນວພັນທ່າສະໂນ, ທ່າດອກຄໍາ 8 ແລະ  ທ່າດອກຄໍາ 11. ຖ້າມາສົມທຽບໃສ່ສະມັດຕະ ພາບປີນີ້ໃສ່ປີຜ່ານມາແມ່ນຫລຸດລົງ ເນື່ອງຈາກວ່າປີຜ່ານມານາແຊງ-ນາປີບວກກັນ ສະມັດຕະພາບສະເລ່ຍຫົວຄົນໄດ້ ປະມານ 700 ກິໂລ/ຄົນ/ປີ ສ່ວນປີນີ້ ຄາດຄະເນສະມັດຕະພາບນາແຊງ ທີ່ຍັງບໍ່ທັນໄດ້ຕີສະມັດຕະພາບ 600 ກວ່າກິໂລ/ຄົນ/ປີ ແຕ່ຜົນກະທົບຂອງມັນ ແມ່ນຍ້ອນບັນຫາດິນຟ້າອາກາດ ບໍ່ອໍານວຍ ກ່ຽວເຂົ້າກໍ່ຖືກຊ່ວງລະດູຝົນ ເຮັດໃຫ້ປະຊາຊົນທັງແລ່ນ, ທັງຫອບ, ທັງກ່ຽວ ມາເບິ່ງແລ້ວແມ່ນພົບກັບຄວາມຫຍຸ້ງຍາກ ມາເບິ່ງແລ້ວປັດຈຸບັນການກ່ຽວເຂົ້ານາແຊງ ປະຕິບັດໄດ້ແລ້ວ 80% ຂອງເນື້ອທີ່ປັກດໍາຕົວຈິງ ຄາດວ່າອີກປະມານສອງອາທິດ ປະຊາຊົນຈະເລັ່ງໃຫ້ມັນແລ້ວ.

ສ່ວນພືດລະດູແລ້ງແຜນການ 787 ເຮັກຕາແຕ່ທີ່ໄດ້ຈັດຕັ້ງປະຕິບັດປີນີ້ ມີເນື້ອທີ່ປູກໝາຖົ່ວ, ໝາກແຕງ ແລະ ພືດຜັກອື່ນໆໄດ້ 777 ເຮັກຕາເທົ່າກັບ 90% ຂອງເນື້ອທີ່ແຜນການ ຖືວ່າສະມັດຕະພາບ 3,4 ໂຕນ/ເຮັກຕາ. ນອກຈາກການປູກເຂົ້າແລ້ວ ຍັງໄດ້ຫັນໄປປູກພືດອິນຊີ ເຊິ່ງປະຈຸບັນໄດ້ຫັນໄປປູກທາງບ້ານນາໝາກບ້າ ປະກອບມີ 6 ຄອບຄົວ ໃນເນື້ອທີ່ 8,6 ເຮັກຕາ ດ້ວຍການໃສ່ຝຸ່ນທໍາມະຊາດ ແລະ ຢູ່ບ້ານແກ້ງສະຫວ່າງຈໍານວນ 15 ຄອບຄົວ.

ຕາມແຜນການຂອງເມືອງຄາດຄະເນວ່າ ເມືອງມະຫາໄຊ ເປັນເມືອງໜຶ່ງຈະຜະລິດເຂົ້າເປັນສະບຽງອາຫານ ປະຈຸບັນແມ່ນໄດ້ສົມທົບກັບຫຼາຍໂຮງສີ ແລະ ບໍລິສັດ ພ້ອມນັ້ນ ແມ່ນໄດ້ວາງແຜນການປັບປຸງເນື້ອທີ່ນາຄືນໃໝ່ ເຮັດແນວໃດເພື່ອຍາດແຍ່ງເອົາ ເນື້ອທີ່ທີ່ມັນຮັບຮອງນ້ຳໄດ້ ແລະ ຈະໄດ້ຫັນລົງໃສ່ປູກພືດຕອບສະໜອງເຂົ້າ ໃຫ້ໄດ້ສົ່ງອອກໃຫ້ມັນຫຼາຍຂຶ້ນຕື່ມ ເພາະເມືອງມະຫາໄຊ ສ່ວນຫຼາຍແມ່ນເປັນທົ່ງຮາບ ເພາະການຕອບສະໜອງນ້ຳ ກໍ່ສະດວກ ເນື່ອງຈາກວ່ານ້ຳເທີນສອງ ໄດ້ປ່ອຍນ້ຳມາເຮັດໃຫ້ນ້ຳພຽງພໍຕໍ່ການຜະລິດ.

ແຜນການແລ້ວນາແຊງປີທີ່ຈະມາເຖິງນີ໊ ຈະໄດ້ບຸກບືນຂຶ້ນຕື່ມ ໃນເນື້ອທີ່ໂຕໃດທີ່ມັນຕອບສະໜອງໄດ້ ທັງນ້ຳເຮົາຈະໄດ້ລະດົມການປູກ ນອກຈາກປູກນາແຊງແລ້ວ ເຮົາຈະໄດ້ປູກພືດຕື່ມ ເພື່ອແກ້ໄຂຄອບຄົວ ໃນເສດຖະກິດຂອງຄອບຄົວເຂົາເຈົ້າໃຫ້ມັນດີຂຶ້ນຕື່ມ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...