Homeຂ່າວການພັດທະນາກົດ 3 ຂໍ້ທີ່ເຮັດໃຫ້ປະເທດຢີ່ປຸ່ນຈະເລີນກ້າວໜ້າ

ກົດ 3 ຂໍ້ທີ່ເຮັດໃຫ້ປະເທດຢີ່ປຸ່ນຈະເລີນກ້າວໜ້າ

Published on

໑.ມາດຕະຖານໃນທຸກໆເລື່ອງທີ່ເຮັດ
ຄົນຢີ່ປຸ່ນໃຫ້ຄວາມສໍາຄັນກັນມາດຕະຖານໃນສິ່ງທີ່ເຮັດທຸກເລື່ອງ,ທຸກກິດຈະກໍາຂອງຊີວິດ ແລະ ທຸກຢ່າງທີ່ຕົນເອງກຳລັງເຮັດ ຫຼື ຖືກມອບໝາຍໃຫ້ເຮັດ ຈົນກາຍເປັນວັດທະນາທໍາພິເສດ ຫຼື ພາສາຂຽນວ່າ “ລະບຽບ” ເຊິ່ງລະບຽບນີ້ເອງເປັນຮາກຖານຂອງມາດຕະຖານທີ່ທົ່ວໂລກໃຫ້ການຍອມຮັບ.

໒.ມີຈຸດສຸມຊັດເຈນ
ເຊື່ອວ່າຫຼາຍຄົນຄົງເຄີຍໄປປະເທດຢີ່ປຸ່ນ ແລະ ສິ່ງທີ່ຫຼາຍຄົນຢາກໄປສໍາພັດຄື “ອາຫານຢີ່ປຸ່ນ” ແຕ່ເຊື່ອບໍວ່າຮ້ານອາຫານຢີ່ປຸ່ນຈະມີອາຫານຂາຍຫຼັກພຽງໜື່ງຢ່າງ ນັ້ນໝາຍຄວາມວ່າ ຮ້ານຊູຊີ ກໍ່ມີແຕ່ຊູຊີ ຈະບໍ່ຂາຍອາຫານປະເພດອື່ນ. ປະເດັນໃນຈຸດນີ້ຄືທຸກໆ ຮ້ານອາຫານໃນຢີ່ປຸ່ນຈະມີຈຸດສຸມ ຫຼື ເປົ້າໝາຍທີ່ຊັດເຈນວ່າຮ້ານອາຫານຂອງຕົນເອງຂາຍຫັຍງ ແລະ ເຮັດພຽງສິ່ງດຽວເທົ່ານັ້ນ ເຊິ່ງສິ່ງນີ້ເອງເຮັດໃຫ້ເຂົາຮູ້ຈັກຈຸດອ່ອນ,ຈຸດແຂງ ແລະ ມີຄວາມຊ້ຽວຊານເລື່ອງອາຫານນັ້ນແບບຈັກທຸກໆແງ່ມູມ.

໓.ຊາດນີຍົມ
ອິກໜື່ງຢ່າງທີ່ເຮັດຢີ່ປຸ່ນກ້າວໜ້າທີ່ສຸດກໍ່ແມ່ນເລື່ອງຂອງຊາດນິຍົມ ເຊິ່ງຄົນຢີ່ປຸ່ນຈະພູມໃຈກັບສິ່ງທີ່ເປັນຢີ່ປຸ່ນບໍ່ວ່າຈະເປັນຊາດ,ພາສາ,ອາຫານ,ວັດທະນາທໍາ ແລະ ສິ່ງຕ່າງໆທີ່ເປັນເລື່ອງລາວກ່ຽວຂ້ອງກັບຢີ່ປຸ່ນ.

3 ຂໍ້ນີ້ທີ່ເຮັດໃຫ້ປະເທດຢີ່ປຸ່ນ ແລະ ຄົນຢີ່ປຸ່ນກ້າວໜ້າ ແລະ ເປັນສະເໜ່ທີ່ມີເອກກະລັກສະເພາະ.

ທີ່ມາຈາກ: Viroj’s Diary

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...