Homeຂ່າວການສຶກສາຄວາມພາກພູມໃຈ ແລະ ຮອຍຍິ້ມແຫ່ງຄວາມສຸກຂອງຄູດີເດັ່ນຂອງອາຊຽນ ອຈ ຄຳຊ້ອຍ ວົງສຳພັນ.

ຄວາມພາກພູມໃຈ ແລະ ຮອຍຍິ້ມແຫ່ງຄວາມສຸກຂອງຄູດີເດັ່ນຂອງອາຊຽນ ອຈ ຄຳຊ້ອຍ ວົງສຳພັນ.

Published on

ອາຈານ ຄຳຊ້ອຍ ວົງສຳພັນ ໄດ້ຮັບນາມມະຍົດ “ຄູດີເດັ່ນຂອງອາຊຽນ” ເມື່ອວັນທີ 6 ຕຸລາ 2015 ທີ່ປະເທດໄທ.
ອາຈານ ຄຳຊ້ອຍ ວົງສຳພັນ ປັດຈຸບັນແມ່ນໄດ້ຮັບໜ້າສອນພາສາຝຣັ່ງເສດ, ຄູສຶກສານິເທດຂັ້ນສູນກາງຂອງຫ້ອງ 2 ພາສາ ເພື່ອຝຶກຄູສຶກສານິເທດພາສາຝຣັ່ງໃຫ້ແກ່ບັນດາແຂວງຕ່າງໆທົ່ວປະເທດ ( ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ ), ພ້ອມທັງເປັນທີ່ປຶກສາປະຈຳຢູ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ( ມສ. ວຽງຈັນ ), ນອກຈາກນັ້ນກໍ່ຍັງໄດ້ຖືກຮັບເຊີນໄປສອນຢູ່ສະຖາບັນຝຣັ່ງ ຢູ່ນະຄອນຫຼວງວຽງຈັນນຳອີກ. ສຳລັບໄລຍະທີ່ຜ່ານແຕ່ປີ 1994 – 2014 ແມ່ນໄດ້ຖືກແຕ່ງຕັ້ງເປັນຮອງຜູ້ອຳນວຍການຂອງໂຮງຮຽນ ເຊິ່ງມີໜ້າທີ່ຮັບຜິດຊອບວຽກງານຈັດຕັ້ງ, ວຽກງານບໍລິຫານ ແລະ ຊີ້ນຳໂດຍກົງຫ້ອງສອງສາພາ; ໄດ້ເຊັນສັນຍາຮ່ວມມືເຮັດປຶ້ມແບບຮຽນເອເລັກໂຕຣນິກພາສາຝຣັ່ງຮ່ວມກັບ 9 ປະເທດ ປຶ້ມ “ ອາເລໂກນເດິລາຟັງໂກໂຟນີ ( A l’ecole de la Francophonie ) ” ໂດຍໄດ້ຮັບການຊ່ວຍເຫຼືອຈາກສະຖາບັນພາສາຝຣັ່ງທີ່ນະຄອນຫຼວງປາຣີ ແລະ ປັດຈຸບັນປຶ້ມດັ່ງກ່າວກຳລັງກຽມການຝຶກອົບຮົມເພື່ອນຳໃຊ້ໃນຊັ້ນປະຖົມ ແລະ ມັດທະຍົມຕົ້ນ. ນອກຈາກນັ້ນ, ຍັງໄດ້ຊ່ວຍຂຽນປຶ້ມແບບຮຽນພາສາຝຣັ່ງຊັ້ນມັດທະຍົມຕົ້ນ ທີ່ຮ່ວມກັບສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ.

ທ່ານ ອາຈານ ຄຳຊ້ອຍ ວົງສຳພັນ ຍັງໄດ້ເວົ້າຕື່ມອີກວ່າ ການເຮັດວຽກຫຍັງກໍ່ຕາມ ຖ້າຕົນເອງຮັກມັກ, ມີຄວາມເປັນທຳ, ມີຄວາມຮັບຜິດຊອບ, ມີຄວາມອົດທົນພະຍາຍາມ ແລະ ມີຈັນຍາບັນກໍ່ຈະເຮັດໃຫ້ເຮົາປະສົບຜົນສຳເລັດອັນຍິງໃຫຍ່ໄດ້ ແລະ ໃນຕໍ່ໜ້າຂອງອາຈານກໍ່ຄືທາງໂຮງຮຽນແມ່ນໄດ້ມີການປັບປຸງການຮຽນ-ການສອນທຸກວິທີທາງ ເພື່ອໃຫ້ມີຄວາມເໝາະສົມກັບຍຸກປັດຈຸບັນເພື່ອໃຫ້ເທົ່າທຽມກັບອາຊຽນ. ສະນັ້ນ, ພາຍໃນໂຮງຮຽນກໍ່ໄດ້ມີການສຶກສາອົບຮົມຄູ-ອາຈານເພື່ອໃຫ້ມີແລກປ່ຽນຄວາມຮູ້ເຊິ່ງກັນ ແລະ ກັນກັບຄູອາວຸໂສ ແລະ ຄູທີ່ໝຸ່ມນ້ອຍ ( 1 ຄັ້ງຕໍ່ອາທິດ ) ເພື່ອໃຫ້ເປັນຄູສຶບທອດໃນອານາຄົດ.

ຂ່າວ: ບຸນສົມ.
ຮູບ: ວີລະໄຊ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...