spot_img
Homeຂ່າວການພັດທະນາຜົງສາລີ ເປີດກວ້າງການລົງທຶນພັດທະນາ ຊົນນະບົດ ແລະລົບລ້າງຄວາມທຸກຍາກ

ຜົງສາລີ ເປີດກວ້າງການລົງທຶນພັດທະນາ ຊົນນະບົດ ແລະລົບລ້າງຄວາມທຸກຍາກ

Published on

ຜົ້ງ​ສາ­ລີ​ເປັນ​ອີກ​ແຂວງ ໜຶ່ງ​ທີ່​ປະ­ກອບ­ສ່ວນ​ສຳ­ຄັນ​ໃນ ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງຄົມ ຊຶ່ງ​ໃນ​ການ​ປະ­ກອບ­ສ່ວນ​ດັ່ງ ກ່າວ​ແຂວງ​ຜົ້ງ​ສາ­ລີ​ໄດ້​ເປີດ​ກວ້າງ

ການ​ລົງ­ທຶນ​ພັດ­ທະ­ນາ​ຊົນ­ນະ­ບົດແລະ​ລົບ​ລ້າງ​ຄວາມ­ທຸກ​ຍາກ ເພື່ອ​ໃຫ້​ເສດ­ຖະ­ກິດ​ຂອງ​ແຂວງ​ມີ​ການ​ຂະ­ຫຍາຍ­ຕົວ​ເປັນ​ກ້າວໆ.

ອີງ​ຕາມ​ຂໍ້​ມູນ​ພະ​ແນກ​ແຜນ ການ ແລະ​ການ​ລົງ­ທຶນ ແຂວງ​ຜົ້ງ ສາ­ລີ​ໃຫ້​ຮູ້​ວ່າ: ໃນ​ສົກ​ປີ 2014- 2015 ລັດ­ຖະ­ບານ​ໄດ້​ອະ­ນຸ­ມັດ ໂຄງ­ການ, ການ​ລົງ­ທຶນ​ລັດ​ໃຫ້ ແຂວງ​ຜົ້ງ​ສາ­ລີ​ມີ​ທັງ​ໝົດ 93 ໂຄງ ການ, ລວມ​ມູນ​ຄ່າ​ທັງ​ໝົດ 63,51 ຕື້​ກີບ, ໃນ​ນັ້ນ ທຶນ​ປົກ­ກະ­ຕິ 41 ຕື້​ກີບ,ທຶນ​ພັດ­ທະ­ນາ​ຊົນ­ນະ­ບົດ ແລະ​ລົບ ລ້າງ​ຄວາມ­ທຸກ​ຍາກ 6 ຕື້​ກີບ ທຶນ ຈັດ​ສັນ​ພູມ­ລຳ­ເນົາ 2,51 ຕື້​ກີບ, ທຶນ ພັດ­ທະ­ນາ​ຕົວ​ເມືອງ​ໃໝ່ 10 ຕື້​ກີບ, ທຶນ​ໂຄງ­ການ​ເປົ້າ​ໝາຍ​ສະ­ເພາະ 4 ຕື້​ກີບ, ໃນ 1 ປີ­ຜ່ານ­ມາ​ສາ­ມາດ​ຈັດ ຕັ້ງ​ປະ­ຕິ­ບັດ ແລະ​ຊຳ­ລະ​ສະ​ສາງ ຜ່ານ​ຄັງ​ເງິນ​ເປັນ​ມູນ​ຄ່າ 63,51 ຕື້​ກີບ, ກວມ 100% ຂອງ​ການ​ລົງ ທຶນ​ທັງ​ໝົດ.

ທັງ​ນີ້ ວຽກ​ງານ​ສົ່ງ­ເສີມ​ການ ລົງ­ທຶນ​ໃນ​ໄລ­ຍະ 1 ປີ­ຜ່ານ­ມາ​ໄດ້​ອະ­ນຸ­ມັດ​ການ​ລົງ­ທຶນ​ຂອງ​ພາກ​ເອ­ກະ​ຊົນ​ພາຍ​ໃນ ແລະ​ຕ່າງ­ປະ­ເທດທັງ​ໝົດ 9 ໂຄງ­ການ, ມູນ​ຄ່າ 13,53 ລ້ານ​ໂດ​ລາ​ສະ­ຫະ­ລັດ, ໃນ​ນັ້ນ ນັກ​ລົງ­ທຶນ​ພາຍ​ໃນ​ມີ 3 ໂຄງ­ການ​ມູນ​ຄ່າ 0,77 ລ້ານ​ໂດ ລາ​ສະ­ຫະ­ລັດ ແລະ​ຕ່າງ­ປະ­ເທດ​ມີ 6 ໂຄງ­ການ ມູນ​ຄ່າ 12,76 ລ້ານ ໂດ​ລາ​ສະ­ຫະ­ລັດ,

ປະ­ຈຸ​ບັນ​ການ​ລົງ­ທຶນ​ພາກ​ເອ ກະ​ຊົນ​ພາຍ​ໃນ ແລະ​ຕ່າງ­ປະ­ເທດ ມີ​ທັງ​ໝົດ 84 ໂຄງ­ການ, ມູນ​ຄ່າ 119,17 ລ້ານ​ໂດ​ລາ​ສະ­ຫະ­ລັດ, ການ​ລົງ­ທຶນ​ເອ­ກະ​ຊົນ​ພາຍ​ໃນ​ມີ 35 ໂຄງ­ການ, ມູນ​ຄ່າ 16,65  ລ້ານໂດ​ລາ​ສະ­ຫະ­ລັດ, ກວມ 13,97% ແລະ​ການ​ລົງ­ທຶນ​ພາກ​ເອ­ກະ​ຊົນ ຕ່າງ­ປະ­ເທດ​ມີ 49 ໂຄງ­ການ, ມູນ ຄ່າ 102,51 ລ້ານ​ໂດ​ລາ​ສະ­ຫະ ລັດ​ກວມ 86,02% ຂອງ​ການ ລົງ­ທຶນ​ທັງ​ໝົດ.

ຂ່າວຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...