spot_img
Homeຂ່າວພາຍ​ໃນລາວເຊັນສັນຍາຊື້ໄຟຟ້າຈາກຈີນ

ລາວເຊັນສັນຍາຊື້ໄຟຟ້າຈາກຈີນ

Published on

ວັນທີ 5 ພຶດສະພາ 2016 ທີ່ຫ້ອງປະຊຸມຂອງລັດວິສາຫະກິດໄຟຟ້າລາວສາຂາແຂວງຫຼວງນ້ຳທາ ໄດ້ມີພິທີເຊັນສັນຍາຊື້-ຂາຍໄຟຟ້າລະຫວ່າງລັດວິສາຫະກິດໄຟຟ້າລາວສາຂາແຂວງຫຼວງນ້ຳທາ  ກັບບໍລິສັດສະໜອງໄຟຟ້າເມືອງຫຼ້າຈຳກັດ ສປ ຈີນ, ເຂົ້າຮ່ວມມີ ທ່ານ ບຸນມາ ມະນີວົງ ຮອງຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ, ມີທ່ານ ນາງ ຫຼີ່ ໂກເມີ້ຍ ຮອງຫົວໜ້າບໍລິສັດສະໜອງໄຟ ຟ້າເມືອງຫຼ້າຈຳກັດ, ມີທ່ານ ສີສະຫວາດ ນານທິລັດ ຫົວໜ້າສາຂາລັດວິສາຫະກິດໄຟຟ້າລາວ, ມີຮອງຫົວໜ້າລັດວິສາຫະກິດໄຟຟ້າລາວສາຂາແຂວງຫຼວງນ້ຳທາ ຕະຫຼອດຮອດພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ.

ທ່ານ ບຸນຫອມ ອິນລໍຢິກ ຮອງຫົວໜ້າລັດວິສາຫະກິດໄຟຟ້າລາວສາຂາແຂວງຫຼວງນ້ຳທາໄດ້ລາຍງານການຮ່ວມມືຈັດຕັ້ງປະຕິບັດກ່ຽວກັບວຽກງານໄຟຟ້າຂອງສອງຝ່າຍໃນໄລຍະຜ່ານມາເລີ່ມແຕ່ເດືອນພຶດສະພາ 2013 ສະຖານີປາງທອງໄດ້ກໍ່ສ້າງສຳເລັດແລະນຳໃຊ້ຈົນເຖິງປະຈຸບັນໄລຍະເລີ່ມຕົ້ນລັດວິສາຫະກິດໄຟຟ້າລາວກໍຄື ແຂວງຫຼວງນ້ຳທາໄດ້ຮັບການສະໜອງໄຟ ຈາກບໍລິສັດສະໜອງໄຟຟ້າເມືອງຫຼ້າ ຈຳກັດ 4,34 ລ້ານກິໂລວັດໂມງ ຄຽງຄູ່ກັບເສດຖະກິດຂອງ ສປປ ລາວ ນັບມື້ນັບຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ມາຮອດປີ 2015 ແຂວງຫຼວງນ້ຳທາໄດ້ຮັບການສະໜອງໄຟ 14,6 ລ້ານກິໂລວັດໂມງ ທຽບໃສ່ປີ 2003 ອັດຕາເພີ່ມຂຶ້ນເທົ່າກັບ 236,83% ແຕ່ມາຮອດປີ 2016 ນີ້ທາງລັດວິສາຫະກິດໄຟຟ້າລາວໄດ້ມີແຫຼ່ງພະລັງງານໄຟຟ້າພາຍໃນພຽງພໍກັບຄວາມຕ້ອງການຈິ່ງໄດ້ຫຼຸດການນຳເຂົ້າພະລັງງານໄຟຟ້າເບື້ອງເມືອງມາງ-ປາງທອງ ລົງຈຳນວນເຄິ່ງໜຶ່ງຂອງປີຜ່ານມາຈິ່ງມີການເຊັນສັນຍາໃນມື້ນີ້ ເກີດຂຶ້ນ.

ຊຶ່ງການເຊັນສັນຍາຊື້-ຂາຍຮ່ວມກັນ ໃນຄັ້ງນີ້ແມ່ນຊື້-ຂາຍໃນຈຳນວນເຄິ່ງໜຶ່ງຂອງສັນຍາຄັ້ງກ່ອນ ໃຫ້ກຽດເຊັນສັນຍາໂດຍແມ່ນ ທ່ານ ບຸນມາ ມະນີວົງ ຮອງຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ແລະທ່ານ ນາງ ຫຼີ່ໂກ ເມີ້ຍ ຮອງຫົວໜ້າບໍລິສັດສະໜອງໄຟຟ້າ ເມືອງຫຼ້າ ຈຳກັດ.

ທີ່ມາ:logo
ຕິດຕາມຂ່າວເສດຖະກິດ-ສັງຄົມລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...