Homeຂ່າວເຫດການທ່ານ ສຸກກົງແສງ ໄຊຍະເລີດ ເຂົ້າຮັບໜ້າທີ່ເປັນປະທານ ສະຖາບັນວິທະຍາສາດສັງຄົມແຫ່ງຊາດ ຜູ້ໃໝ່!

ທ່ານ ສຸກກົງແສງ ໄຊຍະເລີດ ເຂົ້າຮັບໜ້າທີ່ເປັນປະທານ ສະຖາບັນວິທະຍາສາດສັງຄົມແຫ່ງຊາດ ຜູ້ໃໝ່!

Published on

ພິທີມອບ-ຮັບໜ້າທີ່ ປະທານສະຖາບັນວິທະຍາສາດສັງຄົມແຫ່ງຊາດ ລະຫວ່າງ ທ່ານ ສຈ. ປອ. ຈະເລີນ ເຢຍປາວເຮີ ປະທານສະຖາບັນວິທະຍາສາດ-ສັງຄົມແຫ່ງຊາດ ຜູ້ເກົ່າ ແລະ ທ່ານ ສຈ. ປອ. ສຸກກົງແສງ ໄຊຍະເລີດ ປະທານສະຖາບັນວິທະຍາສາດສັງຄົມແຫ່ງຊາດຜູ້ໃໝ່ ໄດ້ມີຂຶ້ນໃນວັນທີ 6 ພຶດສະພາ ຜ່ານມານີ້, ທີ່ສະຖາບັນດັ່ງກ່າວ ໂດຍມີທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການ ສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ສະຫາຍ ຈັນສີ ໂພສີຄຳ ໄດ້ມີຄຳເຫັນວ່າ: ການມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ສຈ. ປອ. ຈະເລີນ ເຢຍ ປາວເຮີ ປະທານສະຖາບັນວິທະຍາສາດສັງຄົມແຫ່ງຊາດ ຜູ້້້ເກົ່າ ແລະ ສະຫາຍ ສຈ. ປອ. ສຸກກົງແສງ ໄຊຍະເລີດ ປະທານສະຖາບັນວິທະຍາສາດສັງຄົມແຫ່ງຊາດຜູ້ໃໝ່. ເປັນການສັບປ່ຽນບ່ອນປະຈຳການ ແມ່ນກົດເກນ ແລະ ຫຼັກການປົກກະຕິຂອງພັກເຮົາ ໂດຍອີງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ໂດຍສະເພາະແມ່ນອີງຕາມ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ການແບ່ງໜ້າທີ່ ພາຍໃນ ຄະນະບໍລິຫານງານສູນກາງພັກ ສະໄໝທີ X ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງວຽກງານ ໄດ້ສັບຊ້ອນ ທ່ານ ສຈ. ປອ. ຈະເລີນ ເຢຍປາວເຮີ ໄປເປັນລັດຖະມົນຕີປະຈຳສຳນັກງານນາຍົກ ແລະ ສະຫາຍ ສຈ. ປອ. ສຸກກົງແສງ ໄຊຍະເລີດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ມາຮັບໜ້າທີ່ເປັນເລຂາຄະນະພັກ, ປະທານສະຖາບັນວິທະຍາສາດສັງຄົມແຫ່ງຊາດ ຜູ້ໃໝ່.

ການມອບ-ຮັບໜ້າທີ່ໃໝ່ຂອງ ສະຫາຍ ສຈ. ປອ. ສຸກ ກົງແສງ ໄຊຍະເລີດ ແມ່ນເປັນການສືບຕໍ່ເສີມຂະຫຍາຍ ຜົນງານທີ່ໄດ້ເຮັດໃນຜ່ານມາ ໃຫ້ໃຫຍ່ຫຼວງກ່ວາເກົ່າ, ສືບຕໍ່ນຳພາວຽກງານຄົ້ນຄວ້າ ວິທະຍາສາດສັງຄົມ, ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງ ພະນັກງານສະມາຊິກພັກທຸກສະຫາຍ ຈົ່ງໃຫ້ການສະໜັບສະໜູນ ແລະ ຮ່ວມມື ເພື່ອພ້ອມກັນສຳເລັດໜ້າທີ່ການເມືອງ ຂອງສະຖາບັນວິທະຍາສາດສັງຄົມແຫ່ງຊາດ ກໍຄືຂັ້ນເທິງມອບໝາຍໃຫ້.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...