Homeຂ່າວພາຍ​ໃນທ່ານ ສັນຕິພາບ ພົມວິຫານ ເຂົ້າຮັບໜ້າທີ່ ເປັນເຈົ້າແຂວງສະຫວັນນະເຂດ ຜູ້ໃໝ່!

ທ່ານ ສັນຕິພາບ ພົມວິຫານ ເຂົ້າຮັບໜ້າທີ່ ເປັນເຈົ້າແຂວງສະຫວັນນະເຂດ ຜູ້ໃໝ່!

Published on

ພິທີມອບ-ຮັບໜ້າທີ່ ເຈົ້າແຂວງສະຫວັນນະເຂດຜູ້ເກົ່າ ແລະ ໃໝ່ ໄດ້ຈັດຂຶ້ນເມື່ອວັນທີ 6 ພຶດສະພາຜ່ານມາ ລະຫວ່າງ ທ່ານ ປອ. ສຸພັນ ແກ້ວມີໄຊ ກຳມະການສູນກາງພັກ ເຈົ້າແຂວງຜູ້ເກົ່າກັບ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເຈົ້າແຂວງຜູ້ໃໝ່ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ.

ໃນພິທີ ພາຍຫຼັງມີການມອບ-ຮັບຢ່າງເປັນທາງການແລ້ວ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ໃຫ້ຄຳ ໂອວາດຕັກເຕືອນ ຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຜົນງານການຊີ້ນຳນຳພາຂອງ ເຈົ້າແຂວງຜູ້ເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາແຂວງສະຫວັນນະເຂດ ໃຫ້ຫັນໄປສູ່ຄວາມຈະເລີນ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການພັດທະນາດີຂຶ້ນ.

ຈາກນັ້ນທ່ານກໍໄດ້ແນະນຳໃຫ້ທ່ານເຈົ້າແຂວງຜູ້ໃໝ່ ຈົ່ງສືບຕໍ່ຈັດຕັ້ງປະຕິບັດ ແຜນພັດທະນາແຂວງ ໃຫ້ຕິດພັນກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ຮຽກຮ້ອງ ໃຫ້ສູ້ຊົນຈັດຕັ້ງຜັນ ຂະຫຍາຍມະຕິ X ຂອງພັກໄປສູ່ຜົນງານຕົວຈິງ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...