Homeຂ່າວເຫດການການຮ່ວມມື ລາວ-ອາເມລິກາ ມີບາດກ້າວຂະຫຍາຍຕົວໃໝ່

ການຮ່ວມມື ລາວ-ອາເມລິກາ ມີບາດກ້າວຂະຫຍາຍຕົວໃໝ່

Published on

ຂປລ.ໃນ​ວັນ​ທີ 6 ພຶດສະພາ​ ນີ້, ຢູ່ນະຄອນຫລວງ​ວຽງ​ຈັນ, ທ່ານ ແສງ​ເພັດ ຮຸ່ງ​ບຸນ​ຍວງ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​​​ໄດ້ເປີດ​ເຜີຍ​ໃນ​ກອງ​ປະຊຸມປຶກສາ​ຫາລື​ຮອບດ້ານ ກ່ຽວ​ກັບ​ການ​ພົວພັນ-​ຮ່ວມ​ມື​ສອງ​ຝ່າຍລະຫວ່າງ ສປປ ລາວ ​ແລະ ສ ອາ​ເມ​ລິ​ກາ ຄັ້ງທີ 7 ວ່າ: ຜ່ານ​ການ​ປຶກສາ​ຫາລື​ໃນ​ຄັ້ງນີ້ ສອງ​ຝ່າຍ​ມີ​ຄວາມ​ເປັນ​ເອກະ​ພາບ​ກັນ​ວ່າ ການ​ພົວພັນ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ ໃນ​ປັດຈຸບັນມີ​ທ່ວງທ່າ ​ແລະ ບັນຍາກາດ​ອັນ​ດີ, ມີ​ບາດກ້າວ​ຂະຫຍາຍຕົວ​ໃໝ່, ສະຫະລັດ​ອາ​ເມ​ລິ​ກາ ​ໄດ້​ຢືນ​ຢັນ​ຈະ​ສືບ​ຕໍ່​ສະໜັບສະໜຸນ ​ແລະ ​ໃຫ້ການ​ຮ່ວມ​ມື​ອັນ​ດີກັບ ສປປ ລາວ ​ໃນ​ອະນາຄົດ ​ແລະ ຈະ​ປະກອບສ່ວນ​ຢ່າງ​ເໝາະ​ສົມ​ເຂົ້າ​ໃນ​ບັນດາ​ໂຄງການ​ຕ່າງໆ ທີ່ ສ ອາ​ເມ​ລິ​ກາ​ ມີ​ສ່ວນ​ຮ່ວມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ-​ປາຊີ​ຟິກ.

ກອງ​ປະຊຸມປຶກສາ​ຫາລື​ຮອບດ້ານ ​ກ່ຽວ​ກັບ​ການ​ພົວພັນ-​ຮ່ວມ​ມື​ສອງ​ຝ່າຍດັ່ງກ່າວ, ​ໄດ້​ຮ່ວມ​ກັນສະຫລຸບ​ຕີ​ລາຄາ​ຄືນການ​ພົວພັນ​ – ຮ່ວມ​ມື​ ລະຫວ່າງສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ​ໂດຍ​ສະ​ເພາະກອງ​ປະຊຸມ​ຫາລື​ຮອບດ້ານ ລາວ – ອາ​ເມ​ລິ​ກາ ຄັ້ງທີ VI ທີ່ ວໍ​ຊິງ​ຕັນດີຊີ ​ໃນ​ປີ 2015 ຜ່ານ​ມາ ​ເຊິ່ງ​ໄດ້​ລົງ​ເລິກ, ​ແລກປ່ຽນຄຳ​ຄິດ​ເຫັນ​ເຊິ່ງກັນ​ ​ແລະ ກັນ​ ຢ່າງ​ກວ້າງຂວາງ​ກ່ຽວ​ກັບ​ບັນຫາ​ຕ່າງໆ ທີ່​ນອນ​ຢູ່​ໃນ​ຂອບ​ການ​ຮ່ວມ​ມື​ສອງ​ຝ່າຍ​ເຊັ່ນ: ວຽກ​ງານ​ການ​ຊອກ​ຄົ້ນຫາ​ ສິ່ງ​ເສດ​ເຫລືອ​ຂອງ​ທະຫານ​ອາ​ເມ​ລິ​ກາ ທີ່​ຫາ​ຍສາບ​ສູນ​ໃນ​ປາງ​ສົງຄາມ (MIA), ການ​ເກັບ​ກູ້​ລະ​ເບີ​ດທີ່​ບໍ່​ທັນ​ແຕກ (UXO), ການ​ຮ່ວມ​ມືດ້ານ​ສາທາລະນະ​ສຸກ, ​ສຶກສາ ​ແລະ ວັດທະນະທຳ, ຊຸກຍູ້​ສົ່ງ​ເສີມ​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ – ການ​ລົງທຶນ, ພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍໃຫ້ຄວາມສົນໃຈ ເປັນຕົ້ນແມ່ນ ການເປັນປະທານອາຊຽນຂອງ ສປປ ລາວ, ບົດ ບາດຂອງອາເມລິກາ ໃນພາກພື້ນອາຊີ – ປາຊິຟິກກໍຄື ໄດ້ປຶກສາຫາລືດ້ານການກະກຽມໃຫ້ແກ່ການເດີນ ທາງມາຢ້ຽມຢາມສປປ ລາວ ຄັ້ງປະຫວັດສາດ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຂອງປະທາ ນາທິບໍດີສະຫະລັດອາເມລິກາ ໃນເດືອນກັນຍາ ທີ່ຈະເຖິງນີ້.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...