Homeຂ່າວການພັດທະນາລາວ-ມຽນມາ ເຫັນດີຟື້ນຟູ ເປີດສາຍການບິນກົງ ວຽງຈັນ-ຢ່າງກຸ້ງ ແລະ ຫລວງພະບາງ-ບາການ!

ລາວ-ມຽນມາ ເຫັນດີຟື້ນຟູ ເປີດສາຍການບິນກົງ ວຽງຈັນ-ຢ່າງກຸ້ງ ແລະ ຫລວງພະບາງ-ບາການ!

Published on

ຂປລ.​ວັນ​ທີ 6 ພືດ​ສະພາ2016, ທ່ານ ​ອູ ຕິນ ຈໍ ປະທານາທິບໍດີ ​ແຫ່ງ ສສ ມຽນມາ ພ້ອມ​ດ້ວຍພັນ​ລະ​ຍາ ​ແລະ​ ຄະນະ​ໄດ້​ເດີນທາງ​ມາຢ້ຽມຢາມທາງ​ລັດຖະກິດ ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາ​ຊົນລາວ​ ​​ເພື່ອຕອບ​ສະໜອງຕາມ​ຄຳ​ເຊີນ ​ຂອງ​ທ່ານບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ​​ ແຫ່ງ ສາທາລະນະ​ລັດ ປະຊາ​ທິປະ​ໄຕ ປະຊາຊົນລາວ ​ເພື່ອ​ສະ​ເໜີ​ຕົວ​ ພາຍຫລັງ ​ເຂົ້າ​ດໍາລົງ​ຕໍາ​ແໜ່​ງ​ໃໝ່ ​ເພື່ອ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ​ແລະ ຮັດ​ແໜ້ນ​ການ​ຮ່ວມ​ມື​ທີ່​ດີ ລະຫວ່າງ ສອງ​ປະ​ເທດ​ລາວ-ສສ ມຽນມາ.

ການ​ພົບ​ປະ​ສອງ​ຝ່າຍ​ໄດ້​ຈັດ​​ຂຶ້ນ ທີ່​ທຳນຽບປະທານ​ປະ​ເທດລະຫວ່າງ​ ທ່ານບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ​ ແຫ່ງ ສປປ ລາວ ​ແລະ ທ່ານ ​ອູ ຕິນ ຈໍ ປະທານາ​ທິບໍດີ ​ແຫ່ງ ສສ ມຽນມາ​ ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ ​ແລະ ຕີ​ລາຄາ​ສູງ​ຕໍ່ໝາກຜົນ​ຂອງ​ສາຍ​ພົວພັນ​ມິດຕະພາບ​ອັນ​ດີງາມລະຫວ່າງ ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ນັ້ນ ສອງ​ຝ່າຍ​ຍັງ​ໄດ້​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຮ່ວມ​ກັນ ​ກ່ຽວ​ກັບ​ບັນ​ຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ມີ​ຄວາມ​ສົນ​ໃຈ​ໄດ້​ຕົກລົງ​ເຫັນ​ດີ ​ແລະ ຜັນ​ຂະຫຍາຍ​ຜົນ​ການ​ຕົກລົງ ​ຂອງ​ຄະນະ​ກໍາ​ມະ​ທິການ​ຮ່ວມ​ມື​ລາວ-ມຽນມາ​ ຄັ້ງ​ທີ 11 ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ​ແລະ ຊອກຊ່ອງ​ທາງ​ຮ່ວມ​ມື​ກັນ​ໃນ​ການ​ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ, ການ​ສຶກສາ, ການທ່ອງທ່ຽວ ​ແລະ ຟື້ນ​ຟູ​ຄືນ​ການ​ເປີດ​ສາຍ​ການບິນ​ໂດຍ​ກົງ ລະຫວ່າງ ວຽງ​ຈັນ-​ຢາງ​ກຸ້ງ ​ແລະ ຫລວງ​ພະ​ບາງ-ບາ​ການ ກໍ​ຄື ການ​ພົວພັນ​ຮ່ວມ​ມື ລະຫວ່າງ ສອງ​ປະ​ເທດ ​ທັງ​ໃນ​ຂອບ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ​ໃຫ້​ນັບ​ມື້​ນັບ​ກ້ວາງ​ຂວາງ ​ແລະ ​ເກີດ​ດອກ​ອອກ​ຜົນງອກ​ງາມ​ຍິ່ງໆ​ຂຶ້ນ ​ບົນ​ພື້ນຖານ​ສອງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...