Homeຂ່າວທ້ອງຖິ່ນແຂວງຄໍາມ່ວນ ຈັດພິທີທໍາລາຍສິນຄ້າລອກຮຽນແບບ ແລະ ສິນຄ້າໝົດອາຍຸ

ແຂວງຄໍາມ່ວນ ຈັດພິທີທໍາລາຍສິນຄ້າລອກຮຽນແບບ ແລະ ສິນຄ້າໝົດອາຍຸ

Published on

ປັດຈຸບັນ ການສະກັດກັ້ນ ຫຼື ຍຶດສິນຄ້າຜິດກົດໝາຍເຊັ່ນ ສິນຄ້າໝົດອາຍຸ ສິນຄ້າລອກຮຽນແບບ ແລະ ອື່ນໆ ແລ້ວມາທໍາລາຍຖິ້ມ ແມ່ນເກີດຂຶ້ນຢ່າງຕໍ່ເນື່ອງ ຫຼ້າສຸດ ແຂວງຄໍາມ່ວນ ກໍໄດ້ມີການຈັດພິທີທໍາລາຍສິນຄ້າຜິດກົດໝາຍທີ່ສາມາດກວດພົບ ແລະ ຍຶດມາໄດ້ ໃນວັນທີ 06 ພຶດສະພາ 2016 ໂດຍພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງຄໍາມ່ວນ ຮ່ວມກັບພະແນກອຸດສາຫະກໍາ ແລະ ການຄ້າແຂວງ ພະແນກສາທາລະນະສຸກແຂວງ ຕໍາຫຼວດເສດຖະ ກິດ ພາສີເຂດ 3 ຕະຫຼອດຮອດພາກສ່ວນກ່ຽວຂ້ອງກໍໄດ້ຮ່ວມພິທີທໍາລາຍສິນຄ້າລອກຮຽນແບບ ແລະ ສິນຄ້າໝົດອາຍຸ ຢູ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ໂດຍມີທ່ານນາງ ແຕງອ່ອນ ລິນສົມພູ ຮອງຫົວໜ້າພະແນກດັ່ງກ່າວ ມີບັນດາພະນັກງານ-ວິຊາການຈາກພະແນກການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແສງຄໍາ ພິມມະສອນ ຫົວໜ້າຂະແໜງຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ໄດ້ລາຍງານການເຄື່ອນໄຫວວຽກງານຊັບສິນທາງປັນຍາໃນໄລຍະສົກປີ 2014 – 2015 ໂດຍທ່ານກ່າວວ່າ ໃນໄລຍະ 1 ປີຜ່ານມາ ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງຄໍາມ່ວນ ໂດຍສະເພາະກໍຄືຂະແໜງຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນຢ່າງຕັ້ງໜ້າດ້ວຍຫຼາຍຮູບຫຼາຍແບບ ມີການປະສານສົມທົບກັບຂະແໜງການ ອົງການຈັດຕັ້ງທີ່ກ່ຽວຂ້ອງ ເຮັດໃຫ້ສາມາດເຄື່ອນໄຫວກວດພົບ ແລະ ຍຶດສິນຄ້າລອກຮຽນແບບ ( ສິນຄ້າປອມແປງ ) ປະເພດແປ້ງນົວກາຈອງ (ຣາຊາ ຊູຣົດ ) ໄດ້ 739 ຖົງ ຮວມມູນຄ່າ 7 ແສນກວ່າກີບ ແລະ ຍຶດສິນຄ້າໝົດອາຍຸການບໍລິໂພກປະເພດເຂົ້າໜົມ ນ້ຳຫວານ ນົມສໍາເລັດຮູບ ເຄື່ອງປຸງອາຫານ ແລະ ອື່ນໆຮວມທັງໝົດ 21 ລາຍການ ຮວມມູນຄ່າ 7,4 ລ້ານກວ່າກີບ ຮວມສິນຄ້າທີ່ຍຶດມາໄດ້ທັງໝົດ 8,1 ລ້ານກວ່າກີບ ຜ່ານການເກັບກໍາຂໍ້ມູນ ແລະ ສັງເກດຕີລາຄາຈາກການລົງເຄື່ອນໄຫວວຽກງານໂຕຈິງຍັງພົບວ່າ ມີສິນຄ້າລອກຮຽນແບບ ສິນຄ້າບໍ່ໄດ້ມາດຖານ ແລະ ສິນຄ້າໝົດອາຍຸການບໍລິໂພກ ແລະ ນໍາໃຊ້ເປັນຈໍານວນຫຼວງຫຼາຍໃນທົ່ວສັງຄົມເວົ້າຮວມ ເວົ້າສະເພາະແມ່ນຢູ່ຕາມຫ້າງຮ້ານຂາຍສົ່ງ-ຂາຍຍ່ອຍ ແລະ ທ້ອງຕະຫຼາດພາຍໃນແຂວງ ຈິ່ງໄດ້ລົງເຄື່ອນໄຫວກວດກາເພື່ອໃຫ້ເກີດຄວາມຍຸຕິທໍາແກ່ຜູ້ບໍລິໂພກ ແລະ ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍດີ.

ຂ່າວ/ພາບ: ກອງຄໍາ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...