Homeຂ່າວການພັດທະນາອີຢູຢືນຢັນ​ສືບ​ຕໍ່​​ຊ່ວຍ​ເຫລືອລາວ​ເພື່ອ​ການ​ພັດທະນາ

ອີຢູຢືນຢັນ​ສືບ​ຕໍ່​​ຊ່ວຍ​ເຫລືອລາວ​ເພື່ອ​ການ​ພັດທະນາ

Published on

ທ່ານ​ອຸປະ​ທູດ​ສໍານັກງານ​ຜູ້ຕາງໜ້າ​ສະຫະພາບ​ເອີຣົບປະ​ຈໍາ​ລາວ (EU) ມີ​ແຊນ ​ໂກ​ແຟງ ​ໄດ້​​ກ່າວ​ວ່າ: ອີ​ຢູ ຈະ​ສືບ​ຕໍ່​​ໃຫ້ການຊ່ວຍ​ເຫລືອ ສ ປປລາວ ​ເພື່ອ​ການ​ພັດທະນາ,​ໂດຍ​ສະ​ເພາະ​ແມ່ນ​ການ​ບັນລຸ​ເປົ້າ​ໝາຍ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີຄັ້ງ​ທີ VIII (2016-2020).

ການ​ຢືນຢັນ​ດັ່ງກ່າວ​ມີ​ຂຶ້ນ​ໃນການ​ຖະ​ແຫລ​ງຕໍ່​ສື່​ມວນ​ຊົນ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ​,​​ ກ່ຽວ​ກັບ​ການສະ​ເຫລີ​ມສະຫລອງ​ວັນ​ສ້າງ​ຕັ້ງ​ສະຫະພາບ​ເອີຣົບ9 ພຶດສະພາຄົບຮອບ 66 ປີຂອງທ່ານ​ອຸປະ ທູດອີ​ຢູປະ​ຈໍາ​ລາວ, ​ເຊິ່ງທ່ານ​ໄດ້ຕີ​ລາຄາ​ສູງຕໍ່ສາຍ​ພົວພັນ ​ແລະ ການ​ຮ່ວມ​ມື​ກັບ ສ ປປ ລາວ ​ທີ່​ເຫັນ​ວ່າ​ນັບ​ມື້​​ເພີ່ມ​ຂຶ້ນ ​ແລະ ກວມ​ເອົາ​ຫລາຍ​ຂະ​​ແໜງ​ການ​ຄື:ການ​ເມືອງ, ການ​ປົກຄອງ, ການ​ຊ່ວຍ​ເຫລືອ​ດ້ານ​ການ​ພັດທະນາ, ດ້ານ​ສິດທິ​ມະນຸ​ດ, ການ​ຄ້າ,ການ​ລົງທຶນ ​ແລະ ອື່ນໆ,​

ເຊິ່ງການ​ຮ່ວມ​ມື​ດັ່ງກ່າວ​ນັບ​ທັງ​ໃນ​ລະດັບ​ພາກ​ພື້ນ ​ແລະ ສາກົນ​ໂດຍບໍ່ຜ່ານ​ເວທີ​ອາ​ຊຽນ ​ແລະ ​ອາ​ເຊັມ. ອີ​ຢູ ​ແລະບັນດາ​ປະ​ເທດ​ສະມາ​ຊິກ​ແມ່ນ​ຜູ້​ສະໜອງ​ການ​ຊ່ວຍ​ເຫລືອ​ເພື່ອການພັດທະນາ​ລາຍ​ໃຫຍ່​ທີ່​ສຸດ​ໃນ​ລາວ​ໂດຍ​ມີ​ວົງ​ເງິນ​ການ​ຊ່ວຍ​ເຫລືອ​ຫລາຍ​ກວ່າ 500 ​ໂດ​ລາ​ສະຫະລັດ ຫລື​ປະມານ 4,5 ພັນຕື້ກີບ​ສໍາລັບ​ປີ 2016-2020 ​ແລະ ການ​ສະໜອງ​ທຶນ​ສອງ​ຝ່າຍ​ຂອງ​ອີ​ຢູ​ໃຫ້​ແກ່ ສ ປປ ລາວ​ແຕ່​ປີ 2007-2013 ມີ​ທັງ​ໝົດ 69 ລ້ານ​ເອີ​​ໂຣ ຫລື ປະມານ 79ລ້ານ​ໂດ​ລາ​ສະຫະລັດ,​ ແຕ່​​​ໃນ​ໄລຍະ​ແຕ່​ປີ 2014 – 2020 ​ແມ່ນ​ເພີ່ມ​ຂຶ້ນ​ໃນ​ວົງ​ເງິນ 207 ລ້ານ​ເອີ​ໂຣ ຫລື ປະມານ237 ລ້ານ​ໂດ​ລາ​ສະຫະລັດ, ຊຶ່ງ​ແບ່ງ​ອອກ​ເປັນ​ສອງ​ໄລຍະ​ຄື:ສະໜັບສະໜູນ​​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ​ຄັ້ງ​ທີ VII ​ໃນ​ສົກ​ປີ 2014-2015 ​ໃນ​ມູນຄ່າ 45 ລ້ານ​ເອີ​ໂຣ,​ ໃນ​ນີ້​ປະກອບ​ມີ​ຂະ​ແໜງ​ສຶກສາ 15 ລ້ານ​ເອີ​ໂຣ,ກະສິກໍາ​ທີ່​ຍືນ​ຍົງ, ການ​ຄໍ້າປະກັນ​ສະບຽງ​ອາຫານ ​ແລະ ​ໂພ​ສະນາ​ການ,​ ວຽກ​ງານເກັບກູ້​ລະ​ເບີດ 24 ລ້ານ​ເອີ​ໂຣ, ຂົງ​ເຂດ​ການ​ປົກຄອງ, ສ້າງ​ລັດ​ແຫ່ງ​ກົດໝາຍ ​ແລະ ສິດທິ​ມະນຸດປະມານ 12,2 ລ້ານ​ເອີ​ໂຣ ​ແລະ ຊ່ວຍ​ເຫລືອ​ດ້ານ​ວິຊາ​ການ​ປະມານ 5 ​ແສນ​ເອີ​ໂຣ. ສ່ວນ​ການ​ຊ່ວຍ​ເຫລືອ​ໃນ​ໄລຍະ​ປີ 2016-2020 ​ແມ່ນ​ຈະ​ດໍາ​ເນີນ​ໄປ​ຄຽງ​ຄູ່​ໄປ​ກັບ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ 5 ປີຄັ້ງທີ VIII ​ແລະ ​ແຜນການ​ຊ່ວຍ​ເຫລືອ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ໂດຍ​ຈະ​ມີ​ການ​ສ້າງ​ແຜນ​ງານ​ການ​ຊ່ວຍ​ເຫລືອຮ່ວມກັນ.

ນອກຈາກ​ບັນດາ​ຂະ​ແໜງ​ບູລິ​ມະ​ສິດ​ທີ່​ກ່າວ​ມາ​ແລ້ວ ສ ປປ ລາວ​ຍັງ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ໂຄງການ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ ​ແລະ ບັນ​ດາ​ຂະ​ແໜງ​ສະພາບ​ແວດ​ລ້ອ​ມ ​ແລະ ການ​ຄຸ້ມ​ຄອງ​ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ນອກຈາກ​ການ​ຊ່ວຍ​ເຫລືອ​ຜ່ານ​ກອບສອງ​ຝ່າຍ​ແລ້ວ, ສ ປປ ລາວ​ຍັງ​ໄດ້​ຮັບປະ​ໂຫຍ​ດຈາກບັນດາ​ໂຄງການ​ໃນ​ຂະ​ແໜງ​ການສະ​ເພາະ​​ເຊັ່ນ: ​ໂຄງການຫລຸດຜ່ອນ​ຄວາມທຸກ​ຍາກ, ຄໍ້າປະກັນ​ສະບຽງ​ອາຫານ ​ແລະ ​ໂພ​ສະນາ​ການ,ດ້ານ​ສາທາ​ລະນະ​ສຸກ, ​ໂຄງການ​ປັບ​ໂຕ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ການປົກຄອງ ​ແລະ ສິດ​ທິມະນຸດ​ຫລາຍ​ໂຄງ​ການມີ​ມູນ​ຄ່າ​ເກືອບ 20 ລ້ານ​ເອີ​ໂຣ,​ເຊິ່ງ​ປະຕິບັດ​ໂດຍ​ອົງການຈັດ​ຕັ້ງ​ທາງ​ສັງຄົມ ​ແລະ ຍິ່ງ​ໄປ​ກວ່າ​ນັ້ນ ສປປ ລາວ ຍັງ​ໄດ້​ຮັບປະ​ໂຫຍ​ດຈາກ​ໂຄງການ​ລະດັບ​ພາກ​ພື້ນທີ່​ສະໜອງ​ໂດຍ​ສະຫະພາບ​ເອີຣົບ ກ່ຽວ​ກັບ​ການ​ຊ່ວຍ​ເຫລືອ​ໄພ​ ແລະ ຕອບ​ໂຕ້​ໄພພິບັດ.

ສ່ວນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະຫວ່າງ​ລາວ ​ແລະ ອີ​ຢູ ​ໃນ​ປີ 2015 ມີ​ມູນ​ຄ່າ 362 ລ້ານ​ເອີ​ໂຣ,​ໃນ​ນັ້ນ​ອີ​ຢູຂາດ​ດຸນ​ການ​ຄ້າ​ໃຫ້​ລາວ​ປະມານ 115 ລ້ານ​ເອີ​ໂຣ,​ ໂດຍສີນ​ຄ້າ​ທີ່​ສົ່ງ​ໄປ​ຕະຫລາດ​ເອີຣົບສ່ວນ​​ໃຫຍ່ແມ່ນ​ແຜ່ນ​ແພ,​ເຄື່ອງ​ນຸ່ງ​ຫົ່ມ, ກາ​ເຟ ​ແລະ ນໍ້າຕານ ​ແລະ ​ເນື່ອງ​ຈາກ ສປປ ລາວ ​ເປັນ​ປະ​ເທດ​ດ້ອຍ​ພັດທະນາ​ຈຶ່ງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດສິດທິພິ​ເສດ​ທາງ​ການ​ຄ້າ​ຈາກ​ອີ​ຢູໂດຍບໍ່​ຕ້ອງ​ເສຍ​ພາສີ ຫລື ​ເສຍ​ພາສີ​ໜ້ອຍ​ທີ່​ສຸດ,​ເຊິ່ງມີ 48 ປະ​ເທດ​ດ້ອຍ​ພັດທະນາໄດ້​ຮັບສິດທິ​ພິ​ເສດ​ດັ່ງກ່າວ, ນອກ ຈາກ​ນີ້​ໂຄງ​ການ​ຮ່ວມ​ມື​ຂອງ​ອີ​ຢູຍັງ​ຊ່ວຍ​ເຫລືອ​ລາວ​ສ້າງ​ນະ​ໂຍບາຍ ​ແລະ ຄວາມ​ເຂັ້ມ​​ແຂງ​ດ້ານ​ການ​ຄ້າ​ເພື່ອ​ເພີ່​ມທະວີ​ການ​ພັດທະນາ​ເສດຖະກິດ ​ແລະ ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ສາມາດ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ລະບົບ​ເສດຖະກິດ​ໂລກ​ໄດ້ ​ແລະ ອີ​ຢູ​ເປັນ​ຜູ້​ລົງທຶນ​ລາຍ​ໃຫຍ່​ອັນ​ດັບ​ສີ່​​ໃນ​ລາວຖັດຈາກຈີນ,​ໄທ ​ແລະຫວຽດນາມ.

ຂໍ້ມູນຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...