spot_img
Homeນານາສາລະວິທີປ້ອງກັນຕົວຈາກການຖືກຂົ່ມຂືນ

ວິທີປ້ອງກັນຕົວຈາກການຖືກຂົ່ມຂືນ

Published on

ສັງຄົມທຸກມື້ນີ້ຢູ່ຍາກຂຶ້ນທຸກວັນ ໄພສັງຄົມແມ່ນມີຫຼາຍຮູບແບບເຊິ່ງອອກຂ່າວໃຫ້ເຫັນທຸກມື້ ແລະ ການຂົົ່ມຂືນ ໄພອັນຕະລາຍຂອງແມ່ຍິງທີ່ບໍ່ຮູ້ວ່າຈະເກີດຂຶ້ນເມື່ອໃດ, ສະຖານທີ່ໃດ, ຮູບແບບໃດບໍ່ມີໃຜຮູ້ລ່ວງໜ້າກ່ອນໄດ້ ສະນັ້ນວັນນີ້ລາວໂພສຕ໌ມີວິທີການປ້ອງກັນຕົວໄວ້ໃຫ້ສາວໆໄດ້ສຶກສາກັນ ເຊິ່ງຈະມີແນວໃດນັ້ນໄປອ່ານກັນເລີຍ:

  1. ແຕ່ງໂຕມິດຊິດ : ຢ່າເປີດເປືອຍສິີ່ງທີ່ເປັນຈຸດສ້າງອາລົມຫື່ນແກ່ຄົນຮ້າຍ. ຫຼາຍຄົນອາດຈະເວົ້າວ່າ ຄັນຜູ້ມັນຢາກເຮັດ ແຕ່ງໂຕມິດຊິດປານໃດມັນກໍເຮັດ!  ແຕ່ຢ່າງໜ້ອຍຫາກເກີດເຫດການດັ່ງກ່າວຂຶ້ນ ການນຸ່ງໂສ້ງຂາຍາວທີ່ແກ້ຍາກ ຍັງຊ່ວຍຍືດເວລາໃຫ້ທ່ານແກ້ໄຂບັນຫາ ແລະຫາທາງເອົາໂຕລອດ.
  2. ຢ່າໄປໃສມາໃສຄົນດຽວ: ໄພອັນຕະລາຍມີຢູ່ຮອບກາຍ ແລະ ເກີດຂຶ້ນໄດ້ທຸກເວລາ ສາວໆທັງຫຼາຍຢ່າເດີນທາງຄົນດຽວ ໂດຍສະເພາະຍາມເດິກດື່ນທ່ຽງຄືນ ຫຼື ຢູ່ສະຖານທີ່ແປກໆ ຖ້າມີເຫດຈຳເປັນຄວນຫາໝູ່ເພື່ອນ, ອ້າຍ ຫຼື ຄົນຮູ້ຈັກໄປນຳ.
  3. ມີໝາກວີດຕິດໂຕ: ເລືອກໝາກວີດຄຸນນະພາບດີ ສຽງຈະດັງເປັນພິເສດມາເຊື່ອງໄວ້ຖົງໂສ້ງຖົງເສື້ອ ເມື່ອທ່ານຕ້ອງເດີນທາງໄກ. ຜູ້ຂຽນບໍ່ໄດ້ເອົາມຸກນີ້ມາຈາກຮູບເງົາໄທທານິກດອກ! ແຕ່ວ່າສຽງໝາກວີດຈະຊ່ວຍເຮັດໃຫ້ຄົນຮ້າຍຕົກໃຈ ແລະຮຽກຮ້ອງຄວາມສົນໃຈໃຫ້ຜູ້ຄົນເຂົ້າມາຊ່ວຍເວລາເກີດເຫດຮ້າຍກັບທ່ານ.
  4. ໃຊ້ມືຖືໃຫ້ເປັນປະໂຫຍດ: ຕັ້ງໝາກເລກສຸກເສີນເປັນເບີພໍ່ແມ່, ເບີກູ້ໄພ ຫຼືຕຳຫຼວດ ແລະພະຍາຍາມໃຫ້ໂທລະສັບມືຖືຂອງທ່ານພ້ອມໃຊ້ງານຢູ່ສະເໝີ ຢ່າໄດ້ມີຄຳວ່າຫຼິ້ນເນັດຈົນແບັດໝົດເດັດຂາດ.
  5. ຮຽນເປັນຄົນຫູໄວຕາໄວ: ໝັ່ນຝືກສັງເກດຄົນຮອບຕົວວ່າເຂົາຈັບຈ້ອງເຮົາ ຫຼື ບໍ່ ຫຼາຍກວ່າ 90% ຂອງຄົນຮ້າຍແມ່ນຕິດຕາມເຫຍື່ອກ່ອນຈະຫາໂອກາດລົງມື.
  6. ຖ້າທ່ານມັກດື່ມ: ຕາມສະຖານທີ່ບັນເທີງເປັນອີກຈຸດໜຶ່ງທີ່ສ່ຽງ ຖ້າທ່ານມັກດື່ມຈົ່ງລະນຶກໄວ້ສະເໝີວ່າຢ່າຮັບເຄື່ອງດື່ມຈາກຄົນແປກໜ້າ, ເມື່ອກັບມາແຕ່ຫ້ອງນ້ຳຄວນປ່ຽນຈອກເຫຼົ້າໃໝ່ ຫຼື ເທຖິ້ມ. ທີ່ສຳຄັນຢ່າດື່ມຈົນເມົາບໍ່ໄດ້ສະຕິເຖິງວ່າຈະໄປເຮຮາປາຕີ້ກັບເພື່ອນສາວປານໃດກໍ່ຕາມ.
  7. ຢ່າໄວ້ວາງໃຈຜູ້ຊາຍແປກໜ້າ: ໃນໂລກຂອງໂຊຊຽວເນັດສະໄໝນີ້ວ່ອງໄວທັນໃຈ ມີຫຼາຍຄົນຊອກຫາຄົນຮັກ, ຊອກຫາໝູ່ເພື່ອນຜ່ານຊ່ອງທາງນີ້ ຖ້າຫາກມີການນັດພົບກັນຄັ້ງທຳອິດບໍ່ຄວນໄປຄົນດຽວ ແລະ ຕ້ອງເປັນຝ່າຍເລືອກສະຖານທີ່ເອງ ຫຼື ຖ້າເດີນທາງໄປໃສມາໃສກໍ່ຢ່າຟ້າວໄວ້ໃຈ ຊາຍແປກໜ້າ ເຖິງວ່າໜ້າຕາດີປານໃດກໍຕາມ.
  8. ຖ້າຖືກໂຈນປຸ້ນ: ພະຍາຍາມຕັ້ງສະຕິຢ່າຂັດຂືນ ຖ້າພວກເຂົາຕ້ອງການສິ່ງມີຄ່າໃຫ້ຫາຈັງຫວະໂຍນສິ່ງຂອງເຫຼົ່ານັ້ນອອກໄປໃຫ້ໄກໂຕທີ່ສຸດ ຢ່າງໜ້ອຍກໍຍັງຊ່ວຍໃຫ້ເຮົາຫາຈັງຫວະໜີ ຕອນທີ່ໂຈນລະຄວາມສົນໃຈໄປທີ່ສິ່ງຂອງ ຫັນປາຍມີດປາຍປືນໄປທາງອື່ນ.
  9. ສິ່ງຂອງມີດ້າມແຂງ ຫຼື ອາວຸດມີຄົມຄວນມີຕິດໂຕ: ຄັນຮົ່ມ, ສ້ອມ, ບິກ…ອາດເປັນຕົວຊ່ວຍໃນຍາມສຸກເສີນໄດ້ ຢ່າລືມມີຕິດຖົງ
  10. ສະເປພິກໄທ, ສະເປຜົມ, ນ້ຳຫ້ອມ ແລະ ອື່ນໆ: ໃນຍາມສຸກເສີນບັນດາສິ່ງຂອງເຫຼົ່ານີ້ຈະສາມາດຊ່ວຍທ່ານໄດ້ ພຽງແຕ່ທ່ານສີດສະເປໄປທີ່ຕາຂອງຄົນຮ້າຍເທົ່ານັ້ນ ພວກເຂົາກໍ່ຈະຮູ້ສຶກເຈັບຕາ ແລ້ວທ່ານກໍ່ສວາຍໂອກາດນັ້ນຫາຫົນທາງໜີທັນທີ
  11. ມານຍາຍິງ: ໃນຂະນະທີ່ຜູ້ຊາຍກຳລັງສຸດກະຊາກລາກດຶງທ່ານນັ້ນ ທ່ານຈົ່ງຕັ້ງສະຕິ ແລະ ທຳທ່າເຮັດຄືຍອມ, ທັງແວວຕາ, ທ່່າທາງ ແລະ ໃຊ້ຄຳເວົ້າອອຍຮູເຂົາໄປກ່ອນ ພະຍາຍາມເວົ້າອອຍໃຫ້ເຂົາຢູ່ໃນທ່າຢືນ ແລ້ວກອດຄໍເຂົາໄວ້ເຮັດທຳທ່າຄືສິຈູບຈາກນັ້ນກໍ່ໃຊ້ເຂົ່າຂອງທ່ານຕຳທີ່ອັນທະເຂົາໃຫ້ສຸດແຮງຂອງທ່ານທັນທີ ເມື່ອເວລາທີ່ເຂົາເຈັບນ້ອງຊາຍ ທ່ານຈົ່ງຟ້າວແລ່ນໜີໄປໃຫ້ໄວທີ່ສຸດ ແລະ ຮ້ອງສົ່ງສຽງໃຫ້ຄົນຊ່ວຍ
  12. ຮຽນຮູ້ວິທີ ແລະ ມີໄວພິບໃນການປ້ອງກັນຕົວ: ແມ່ຍິງຮູ້ຈັກວິທີການຕໍ່ສູ້ແມ່ນເລື່ອງທີ່ດີໃນຍຸກປັດຈຸບັນ, ທ່ານຢ່າຄິດວ່າມັນເປັນເລື່ອງທີ່ບໍ່ຈຳເປັນຕ້ອງຮຽນຮູ້ກໍ່ໄດ້ ເພາະເລື່ອງນີ້ເປັນໜ້າທີ່ຂອງຜູ້ຊາຍຕ້ອງເປັນຝ່າຍປົກປ້ອງທ່ານຈາກເຫດຮ້າຍ ແຕ່ທ່ານຕ້ອງຄຳນຶງວ່າ ພວກເຂົາອາດຈະບໍ່ໄດ້ຢູ່ປົກປ້ອງທ່ານຕະຫຼອດ 24 ຊົ່ວໂມງ ແລະ ພວກທ່ານກໍ່ບໍ່ແມ່ນນາງເອກໃນລະຄອນ ເມື່ອຍາມເກີດບັນຫາຈະມີພະເອກມາຊ່ວຍທັນເວລາໄດ້ທຸກຄັ້ງ ສະນັ້ນສິ່ງທຳອິດທີ່ຄວນເຮັດແມ່ນຕ້ອງຄິດຊ່ວຍຕົວເອງໃຫ້ລອດ ບໍ່ແມ່ນເຝົ້າຄິດວ່າຈະມີຄົນມາຊ່ວຍທ່ານໃຫ້ລອດ.
  13. ຈົ່ງເລັບມືໃຫ້ຍາວແລະ ເຮັດຈວຍແຫລມໄວ້: ຢ່າຕັກເລັບມືສັ້ນຈົນໝົດເດັດຂາດ ເພາະເລັບມືຈະເປັນອາວຸດໜຶ່ງທີ່ໃຊ້ໃນການຂູດ, ຢິກ ເພື່ອໃຫ້ເກີດບາດແຜ ເຊິ່ງມັນອາດຊ່ວຍເປັນຫຼັກຖານເພື່ອນຳຄວາມຄົນຮ້າຍມາລົງໂທດໄດ້ ແລະ ທີ່ສຳຄັນ ເອົາໄວ້ແທງຕາໂຈນໃນເວລາຕໍ່ສູ້ກັນໄດ້
  14. ຄວນຈື່ປ້າຍລົດ: ກໍລະນີທີ່ທ່ານໃຊ້ບໍລິການລົດໂດຍສານ ແລະ ມີທ່ານນັ່ງມາຄົນດຽວ ເຊັ່ນ: ແທັກຊີ, ຕຸກໆ, ຈຳໂບ້, ລົດຈັກຮັບຈ້າງ… ຄວນຈື່ເລກປ້າຍລົດ, ສີລົດ, ຈຸດທຳອິດທີ່ຂຶ້ນລົດ ໄວ້ໃຫ້ດີ ເພື່ອສະດວກໃນເວລາໄປຂໍໃຫ້ເຈົ້າໜ້າທີ່ຊ່ວຍຈັບຄົນຮ້າຍ
  15. ມີຄວາມລະວັງຕົວຢ່າງປະໝາດໃນເວລາໃຊ້ບໍລິການລົດຮັບຈ້າງ: ກໍລະນີທີ່ທ່ານໃຊ້ບໍລິການລົດຮັບຈ້າງ ແລະ ມີທ່ານນັ່ງມາຄົນດຽວ ເຊັ່ນ: ແທັກຊີ, ຕຸກໆ, ຈຳໂບ້, ລົດຈັກຮັບຈ້າງ…ທ່ານຄວນເບິ່ງທາງເມືອພ້ອມບໍ່ແມ່ນບອກແຕ່ຈຸດສະຖານທີ່ທີ່ທ່ານຈະລົງ ແລ້ວນັ່ງກົ້ມໜ້າຫຼິ້ນແຕ່ໂທລະສັບໂດຍບໍ່ສົນໃຈເລີຍວ່າຄົນຂັບລົດນັ້ນຈະພາທ່ານໄປທາງໃດ ເຊິ່ງນີ້ກໍ່ເປັນອີກຊ້ອງຫວ່າງໜຶ່ງທີ່ເຮັດໃຫ້ພວກບໍ່ຫວັງດີສາມາດສວາຍໂອກາດກັບທ່ານໄດ້. ກໍລະນີທີ່ທ່ານບໍ່ຮູ້ທາງ, ບໍ່ລຶ້ງທາງທ່ານຄວນໂທລະສັບຫາຍາດພີ່ນ້ອງ, ໝູ່ເພື່ອນຂອງທ່ານແຕ່ລະໄລຍະຂອງເສັ້ນທາງ ຫຼື ໃຊ້ Google Map ເຂົ້າຊ່ວຍໃນການຄົ້ນຫາເສັ້ນທາງໄດ້. ເພື່ອໃຫ້ແນ່ໃຈວ່າຄົນຂັບລົດມາທ່ານໄປຖືກທາງທີ່ຕ້ອງການແທ້ ຫຼື ບໍ່

ທັງໝົດນີ້ແມ່ນຂໍ້ມູນດບື້ອງຕົ້ນທີ່ຊ່ວຍເປັນແນວທາງໃນການປ້ອງກັນຕົວຈາກຄົນຮ້າຍ ໂດຍສະເພາະເພດຍິງ ແຕ່ສິ່ງທີ່ສຳຄັນທີ່ສຸດແມ່ນ “ສະຕິ ແລະ ຄວາມບໍ່ປະໝາດ” ເທົ່ານັ້ນທີ່ຈະເຮັດໃຫ້ທ່ານບໍ່ເກີດເຫດ ແລະ ປອດໄພຈາກເຫດຮ້າຍໄດ້

 

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...