Homeຂ່າວຕ່າງປະເທດເພັດເມັດໃຫຍ່ທີ່ສຸດໃນໂລກ ກຽມນຳອອກປະມູນຂາຍ ຄາດລາຄາທະລຸເຖິງ 70 ລ້ານໂດລາ!

ເພັດເມັດໃຫຍ່ທີ່ສຸດໃນໂລກ ກຽມນຳອອກປະມູນຂາຍ ຄາດລາຄາທະລຸເຖິງ 70 ລ້ານໂດລາ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ພຶດສະພາຜ່ານມານີ້ວ່າ ເພັດຂະໜາດໃຫຍ່ທີ່ສຸດໃນໂລກ ນ້ຳໜັກ 1,190 ກະຣັດ ກຽມຖືກນຳອອກມາປະມູນຂາຍ ໂດຍສະຖາບັນປະມູນລະຫວ່າງປະເທດ ໂຊທີບີ ນະຄອນຫລວງລອນດອນ ປະເທດອັງກິດ ໃນກຳນົດວັນທີ 29 ມິຖຸນາຈະມາເຖິງນີ້ ໂດຍຄາດວ່າຈະຖືກປະມູນຊື້ ໃນລາຄາແພງມະຫາສານເຖິງ 70 ລ້ານໂດລາ.

ທັງນີ້ ບໍລິສັດບໍ່ເພັດ ລູຄາຣາ ໄດມອນ ຂອງປະເທດການາດາ ເປັນຜູ້ຄົ້ນພົບເພັດເມັດດັ່ງກ່າວ ໃນປະເທດບອດວານາ ໃນເດືອນພະຈິກປີ 2015 ທີ່ຜ່ານມາ ໂດຍມີຂະໜາດໃຫຍ່ທໍ່ກັບລູກເຕັນນິສ ແລະ ເຊື່ອວ່າ ເພັດເມັດດັ່ງກ່າວນີ້ ມີອາຍຸເຖິງປະມານ 2,500-3,000 ລ້ານປີ.

NjpUs24nCQKx5e1EaEFacugmD77rMLQVUaXu7jdAxO1

 

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...