spot_img
Homeຂ່າວເຫດການຖະແຫລງການ ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ສຳເລັດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ຖະແຫລງການ ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ສຳເລັດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

Published on

ຂປລ. ​ເພື່ອ​ເປັນ​ການ​ສົ່ງ​ເສີມ​ສາຍ​ພົວພັນ​ການ​ຮ່ວມ​ມື​ອັນ​ດີງາມ ລະຫວ່າງ ສປປ ລາວ ​ແລະ ຍີ່ປຸ່ນ, ທ່ານ ຟູ​ມີ​ໂອະ ກິ​ຊີ​ດະ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ, ພ້ອມ​ຄະນະ ​ໄດ້​​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ ວັນ​ທີ 4-5 ພຶດສະພາ 2016 ນີ້.

​ເຊິ່ງຈຸດປະສົງ​​ໃນ​ການ​ມາ​ຢ້ຽມຢາມ ສປປ ລາວ ​ໃນ​ຄັ້ງ​ນີ້ ມີ 4 ຈຸດປະສົງ​ຫລັກ ​ຄື: ​ເພື່ອ​ສະ​ແດງ​ຄວາມ​ຍິນ​ດີ ​ແລະ ພົບ​ປະ​​ໂອ້​ລົມ ກັບ​ລັດຖະບານ​ຊຸດ​ໃໝ່​ຂອງສປປ ລາວ ພ້ອມ​ທັງ​ປຶກສາ​ຫາລື​ບັນຫາ​ຕ່າງໆ ທີ່​ສອງ​ຝ່າຍ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ຮ່ວມ​ກັນ ​ແນ່​ໃສ່​ເພື່ອ​ຮັດ​ແໜ້ນ​ການ​ພົວພັນ ​ແລະ ການ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ; ​ເພື່ອ​ສະ​ແດງ​ຄວາມ​ຍິນ​ດີ ​ ທີ່ ສປປ ລາວ ​ເປັນ​ປະທານ​ອາຊຽນ ​ໃນ​ປີ 2016 ນີ້, ​ເຊິ່ງຍີ່ປຸ່ນ ​ກໍ​ມີ​ຄວາມ​ຍິນ​ດີ​ ກັບ​ການ​ຮ່ວມ​ຕົວ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ທີ່​ມີ​ຜົນ​ດີ​ຕໍ່​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ພ້ອມ​ທັງ​ຫວັງ​ວ່າ ​ບັນດາ​ປະ​ເທດ​ອາ​ຊຽນຈະ​ເຂົ້າ​ຮ່ວມ ​ແລະ ປະກອບ​ຄຳ​ຄິດ​ເຫັນ​ ​ໃນ​ກອງ​ປະຊຸມ G7 ທີ່ຈະ​ຈັດ​ຂຶ້ນ ຢູ່​ປະ​ເທດ​ຍີ່ປຸ່ນ ​ໄວໆ​ນີ້​; ນອກຈາກ​ນີ້​ ຍັງ​ເປັນ​ການ​ສ້າງສາ​ຍພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ສຶກສາ ​ແລະ ວັດທະນະທຳ-ສັງຄົມ ​ໂດຍ​ສະ​ເພາະ​ທາງ​ດ້ານ​​ເສດຖະກິດ ​​ໃນ​ນັ້ນ​ ມີ​ຫລາຍ​ໂຄງການ​ທີ່​ລັດຖະບານ ​ແລະ ປະຊາຊົນ​ຍີ່ປຸ່ນ ​ໄດ​້​ໃຫ້ການ​ຊ່ວຍ​ເຫລືອ ​ແລະ ສະໜັບສະໜູນ ​ເຊິ່ງລັດຖະບານ​ຍີ່ປຸ່ນ ​ໄດ້​ເນັ້ນ​ໜັກ ​​ໃນ​ດ້ານ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ການ​ປັບ​ປຸງຖະໜົນ​ຫົນ​ທາງ ​ເສັ້ນທາງ​ຫລວງ​ແຫ່ງ​ຊາດ ​ແລະ ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ເຊິ່ງການ​ພັດທະນາ​ດັ່ງກ່າວ​ ຈະ​ເປັນ​ການ​ປະກອບສ່ວນ​ສຳຄັນ​ໃນ​ການ​ພັດທະນາ ​ເສດຖະກິດ-ສັງຄົມ​ຂອງ ສປປ ລາວ; ​ໃນ​ການ​ເດີນ​ມາ​ຄັ້ງ​ນີ້ ​ຍັງ​ເປັນ​ການສ້າງສາ​ຍພົວພັນ​ທີ່​ດີ ລະຫວ່າງ ຍີ່ປຸ່ນ ກັບ ບັນດາ​ປະ​ເທດ​ລຸ່ມ​ແມ່​ນ້ຳຂອງ, ພ້ອມ​ທັງ​ສ້າງ​ຄວາມ​ເຂັ້ມ​ແຂງ ​ແລະ ພັດທະນາ​ເສດຖະກິດ-ສັງຄົມ ​ໃຫ້​ມີ​ຄວາມ​ສະ​ເໝີ​ພາບ, ສັນຕິພາບ ​ໃນ​ການ​ພັດທະນາ​ໃນ​ບັນດາ​ປະ​ເທດ​ຕ່າງໆ ​ໃຫ້​ມີ​ຄວາມ​ເທົ່າ​ທຽມ​ກັນ.

​ ໃນ​ໂອກາດ​ດັ່ງກ່າວ, ​ຝ່າຍ​ລັດຖະບານ​ຍີ່​ປຸ່ນ​ ໄດ້​ຢືນຢັນຈະ​ສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫລືອ ​ໃນ​ການ​ເປັນ​ປະທານ​ອາຊຽນຂອງສປປ ລາວ ອີງ​ຕາມ​ການ​ສະ​ເໜີ​ຂອງ​ລັດຖະບານລາວ. ພ້ອມ​ທັງ​​ຮຽກຮ້ອງ​ໃຫ້​ນັກທຸລະກິດຍີ່ປຸ່ນ ​ເຂົ້າ​ມາ​ລົງທຶນ ​ເພື່ອ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ພັດທະນາ​ຂົງ​ເຂດ​ອາ​ຊຽນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...