spot_img
Homeຂ່າວທ້ອງຖິ່ນທົ່ວປະເທດມີພາຫະນະເພີ່ມຂຶ້ນ 1,717,504 ຄັນ

ທົ່ວປະເທດມີພາຫະນະເພີ່ມຂຶ້ນ 1,717,504 ຄັນ

Published on

ທົ່ວປະເທດມີພາຫະນະເພີ່ມຂຶ້ນ 1,717,504 ຄັນ

ຈໍານວນພາຫະນະໃນ ສປປ ລາວ ໄດ້ເພີ່ມຂຶ້ນຢ່າງໄວວາ ມາຮອດປີ 2015 ທົ່ວປະເທດມີພາຫະນະທັງໝົດ 1,717,504 ຄັນ. ໃນນັ້ນ ປະເພດລົດຈັກ ມີ 1,326,868 ຄັນ, ປະເພດລົດເບົາ ມີ 337,449 ຄັນ ແລະ ປະເພດລົດບັນທຸກ ມີ 53,187 ຄັນ. ເມື່ອທຽບໃສ່ປີ 2014 ເຫັນວ່າຈຳນວນພາຫະນະເພີ່ມຂຶ້ນ 140,320 ຄັນ ເທົ່າກັບ 8,17% ຂອງຈຳນວນພາຫະນະທັງໝົດ, ເຊິ່ງ (ບໍ່ລວມລົດພາກລັດ ແລະ ອົງການທີ່ສຳຄັນອື່ນໆ) ທີ່ມີຈຳນວນເພີ່ມຂຶ້ນເຊັ່ນດຽວກັນ.

ອີງຕາມສະຖິຕິຈາກ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງໃຫ້ຮູ້ວ່າ: ໃນແຕ່ລະປີມີຈຳນວນພາຫະນະເພີ່ມຂຶ້ນເລື່ອຍໆ ເຊິ່ງໃນປີ 2014 ທົ່ວປະເທດມີຈຳນວນລົດທັງໝົດ 1,577,184 ຄັນ, ຮອດປີ 2015 ມີທັງໝົດ 1,717,504 ຄັນ. ໃນນັ້ນຫຼາຍກວ່າໝູ່ຢູ່ນະຄອນຫຼວງວຽງຈັນ ມີ 721,882 ຄັນ ຮອງມາສະຫວັນນະເຂດ ມີ 273,279 ຄັນ, ຈຳປາສັກ ມີ 145,289 ຄັນ, ຫຼວງພະບາງ ມີ 96,496 ຄັນ, ແຂວງວຽງຈັນ ມີ 70,121 ຄັນ. ໜ້ອຍກວ່າໝູ່ແມ່ນຢູ່ແຂວງໄຊສົມບູນ ມີ 369 ຄັນ ແລະ ເຊກອງ 8,271 ຄັນ.

ທ່ານ ນວນໄຊ ພະໄຊສົມບັດ ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ສະເພາະລົດທີ່ມາຂຶ້ນທະບຽນແຕ່ລະປີໃນນະຄອນຫຼວງວຽງຈັນແມ່ນຈຳນວນເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງມັນໄດ້ສະແດງອອກໃນ ປີ 2009 ຈຳນວນພາຫະນະໃນນະຄອນຫຼວງວຽງຈັນ ມີທັງໝົດ 365,903 ຄັນ, ປີ 2010 ມີ 419,167 ຄັນ, ປີ 2012 ມີ 535,535 ຄັນ, ປີ 2013 ມີ 604,604 ຄັນ, ປີ 2014 ມີ 651,721 ຄັນ ແລະ ປີ 2015 ມີ 721,882 ຄັນ. ໃນນີ້, ປະເພດລົດຈັກ (ລົດສອງລໍ້) ກວມເຖິງ 60% ຂອງຈໍານວນລົດທັງໝົດທີ່ມາຂຶ້ນທະບຽນກັບກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ພວກເຮົາ, ເຊິ່ງໄດ້ສົ່ງຜົນໃຫ້ການສັນຈອນໃນເຂດຕົວເມືອງນັບມື້ນັບແອອັດ ໂດຍສະເພາະໃນຕົວເມືອງນະຄອນຫຼວງວຽງຈັນການຈະລາຈອນຈະແອອັດໃນເວລາຮີບດ່ວນ, ບາງເຂດກໍ່ຕິດຍາວເປັນກິໂລແມັດ.

ແຫ່ງຂ່າວຈາກ:ໜັງສືພິມເສດຖະກິດ-ການຄ້າ

 

 

ບົດຄວາມຫຼ້າສຸດ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...

ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ  ແລະ ດິນຖະຫຼົ່ມ...

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...