spot_img
Homeນານາສາລະ12 ປະໂຫຍດຂອງຢາສີແຂ້ວ ຮັບຮອງວ່າ ຫຼອດດຽວຄຸ້ມ!

12 ປະໂຫຍດຂອງຢາສີແຂ້ວ ຮັບຮອງວ່າ ຫຼອດດຽວຄຸ້ມ!

Published on

ຢາສີແຂ້ວ ບໍ່ແມ່ນມີພຽງໄວ້ເຮັດຄວາມສະອາດແຂ້ວ ແລະ ປາກໃຫ້ສະອາດເທົ່ານັ້ນ ແຕ່ສັບພະຄຸນມັນຍັງສາມາດນຳໃຊ້ໄດ້ຫຼາຍຢ່າງ ເຊິ່ງຈະມີຫຍັງແນ່ເຮົາມາອ່ານກັນເລີຍ

  1. ເຮັດຄວາມສະອາດຕຸກນ້ຳທີ່ມີກິ້ນ ແລະ ຮອຍເປື້ອນແທນສະບູ ຫຼື ນ້ຳຢາລ້າງຖ້ວຍໄດ້
  2. ເຮັດຄວາມສະອາດປະເພດເຄື່ອງເງິນ, ທອງ ແລະ ເພັດໃຫ້ກັບມາເງົາງາມແວວວັບໄດ້ ແຕ່ບໍ່ສາມາດໄປຂັດໄຂ່ມຸກໄດ້ ເພາະຈະເຮັດໃຫ້ຜິວໄຂ່ມຸກເປັນຮອຍ
  3. ກຳຈັດຮອຍສົກກະປົກທີ່ຕິດຕາມເສື້ອຜ້າໄດ້ເຊັ່ນ: ຮອຍລິບສະຕິກ, ຮອຍຊອສ, ຮອຍນ້ຳໝາກໄມ້ ພຽງທາຢາສີແຂ້ວລົງທີ່ຮອຍດັ່ງກ່າວກ່ອນນຳໄປຊັກ (ບໍ່ຄວນໃຊ້ຢາສີແຂ້ວສູດໄວທ໌ເທນນິ້ງກັບຜ້າສີ)
  4. ເຮັດຄວາມສະອາດໂກບຕາໄຟລົດ ໂດຍການເຮັດຄວາມສະອາດໂກບຕາໄຟລົດດ້ວຍສະບູກ່ອນ ແລ້ວຈິ່ງໃຊ້ຢາສີແຂ້ວໄປຂັດຊ້ຳອີກຄັ້ງ
  5. ນຳຢາສີແຂ້ວມາຂັດເກີບໜັງໃຫ້ເງົາງາມແທນນ້ຳຢາຂັດເກີບໄດ້
  6. ຂັດແວ່ນຫ້ອງນ້ຳໃຫ້ໃສວາວວັບໄດ້
  7. ຂັດໜ້າແຜ່ນ ຊີດີ ທີ່ມີຮອຍຂີດເລັກໜ້ອຍໃຫ້ກັບມາຫຼິ້ນບໍ່ສະດຸດໄດ້
  8. ໃຊ້ຢາສີແຂ້ວລ້າງມືຈະຊ່ວຍໃຫ້ມືມີຄວາມຊຸ່ມຊື່ນ ແລະ ບໍ່ມີກິ່ນເໝັນ
  9. ຢາສີແຂ້ວເຮັດຄວາມສະອາດເຕົາລີດເຄື່ອງໄດ້ ໂດຍການສຽບເຕົາລີດໃຫ້ຮອ້ນກ່ອນແລ້ວຖອດໄຟອອກ ຈາກນັ້ນກໍ່ເອົາຜ້າຈຸ່ມນ້ຳປຽກໝາດໆ ແລ້ວບີບຢາສີແຂ້ວລົງບ່ອນຮອຍເປື້ອນທີ່ເຕົາລີດ ແລ້ວກໍ່ຄ່ອຍເອົາຜ້າມາເຊັດອອກ ເຊັດຈົນຮອຍເປື້ອນນັ້ນຫາຍໝົດ
  10. ໃຊ້ຂັດຫົວກັອກນ້ຳໃຫ້ສະອາດໄດ້
  11. ໃຊ້ເຮັດຄວາມສະອາດແຜ່ນຟີມໜ້າຈໍໂທລະສັບໄດ້
  12. ໃຊ້ຂັດອ່າງລ້າງໜ້າແທນນ້ຳຢາທຳຄວາມສະອາດຫ້ອງນ້ຳໄດ້

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...