spot_img
Homeວັນນະກຳເລື່ອງສັ້ນ"ເຈົ້າ ກັບ ເຂົາ ແລະ ເຮົາສາມຄົນ" ແບບສະບັບຂອງລາວ ຕອນ 6

“ເຈົ້າ ກັບ ເຂົາ ແລະ ເຮົາສາມຄົນ” ແບບສະບັບຂອງລາວ ຕອນ 6

Published on

ອ່ານຕໍ່ສະບັບກ່ອນ

ຄິ້ມໄດ້ລົງທຶນນອນທີ່ຫ້ອງນ້ອຍເພື່ອຫວັງຈະໄດ້ປັບຄວາມເຂົ້າໃຈກັບນ້ອຍ ແລະ ເຊົ້າມື້ຕໍ່ມາໃນຂະນະທີ່ຄິ້ມກຳລັງນອນລັບຕາມທີ່ໂຊຟານັ້ນນ້ອຍອອກຈາກຫ້ອງມາ ກໍ່ເຫັນຄິ້ມນອນຄົດທີ່ໂຊຟາ ນ້ອຍຮູ້ສຶກເຫັນໃຈ, ດີໃຈ ທີ່ເຫັນຄິ້ມນອນຢູ່ບ່ອນນັ້ນ ໃນໃຈນ້ອຍແມ່ນເລີ່ມຫວັ່ນໄຫວອີກຄັ້ງ ລາວໄດ້ຄ່ອຍໆຍ່າງໄປທີ່ໂຊຟາ ແລ່ວຈັບເອົາຜ້າຫົ່ມທີ່ຕີນຄິ້ມຂື້ນມາແລ້ວຄ່ອຍໆຫົ່ມລົງໃຫ້ ແລະ ທັນໃດນັ້ນ ຄິ້ມກໍ່ໄດ້ມືນຕາຂຶ້ນແລ້ວເອົາມືເບື້ອງຊ້າຍຈັບແຂນນ້ອຍໄວ້ ແລ້ວດຶງທັງຕົວນ້ອຍລົງມານັ່ງທີ່ໂຊຟາກັບຕົວເອງ ທຳອິດນ້ອຍກໍ່ເຮັດຂັດຂືນ ແຕ່ສຸດທ້າຍພວກເຂົາກໍ່ໄດ້ປັບຄວາມເຂົ້າໃຈກັນ ຄິ້ມ ໄດ້ສັນຍາກັບນ້ອຍວ່າຈະເລີກກັບບີ້ ແລະ ຄັ້ງນີ້ແມ່ນຂໍໂອກາດຈາກນ້ອຍ ເພື່ອໃຫ້ລາວກັບຕົວ ແລະ ປັງປຸງຕົວເອງໃໝ່ ເຊິ່ງມັນກໍ່ໄດ້ຜົນດີ ເພາະນ້ອຍຍອມໃຈອ່ອນຍົກໂທດໃຫ້ຄິ້ມໂດຍດີ ທັງສອງກໍ່ກັບມາຮັກກັນເໝືອນເດີມ

ທີ່ບໍລິສັດ ທີ່ໂຕະເຮັດວຽກຂອງນ້ອຍ ເມື່ອນ້ອຍໄດ້ປັບຄວາມເຂົ້າໃຈກັບຄິ້ມແລ້ວ ລາວກໍ່ຮູ້ສຶກເບີກບານໃຈກັບມາຍິ້ມໄດ້ອີກຄັ້ງ ເປິ້ນເຫັນແບບນັ້ນເລີຍເວົ້າກວນໝູ່ອອກໄປວ່າ:

ເປິ້ນ: ໜ້າບານປານຈານດາວທຽມເນາະບາດຄືນດີກັນລະ!

ນ້ອຍກໍ່ຍິ້ມເຂີນໆແລ້ວຕອບໝູ່ໄປວ່າ: ກະແນ່ນອນລ່ະເພິ່ນ ແນວຄົນມັນມີຄວາມສຸກເນາະ

ເປິ້ນ: ອື້…ໃຫ້ມັນສຸກແບບນີ້ຕະຫຼອດໄປເດີ້ ຢ່າສູ່ມີເລື່ອງອີກລ່ະ! ເຂົາປວດຫົວນຳ ຄ້ານເປັນກຳມະການ, ຄ້ານປອບໃຈຄົນ, ຄ້ານເຫັນຄົນງໍ້ກັນ

ນ້ອຍ: ໂອຍເນາະ! ແນວເພິ່ນເປັນໝູ່ເຂົາຢາມເຂົາທຸກກະທຸກນຳເຂົາແນ່ດຸ

ເປິ້ນ: ທຸລະເດິ! ເຮົາເຊົາລົມກັນເທາະຫົວໜ້າກຳລັງຍ່າງເຂົາມາແລ້ວ

ແລ້ວຫົວໜ້າກໍ່ເຂົ້າມາຊັ່ງວຽກສອງສາວ ແລະ ກໍ່ຈາກໄປ ແລ້ວນ້ອຍກັບເປິ້ນກໍ່ກັບມາຕັ້ງໃຈເຮັດວຽກທີ່ຕົນໄດ້ຮັບມອບໝາຍ

ທີ່ທະນາຄານ ວັນນີ້ວຽກບໍ່ຫຼາຍ ຄິ້ມເລີຍມີໂອກາດນັ່ງພັກບາງເວລາ ລາວໄດ້ຄິດທົບທວນເລື່ອງຕ່າງໆທີ່ເກີດຂຶ້ນ ລາວຮູ້ສຶກວິນຫົວສັບສົນກັບຄວາມຄິດຕົວເອງ ຖ້າຈະໄປເລີກກັບບີ້ ແຕ່ໃນໃຈຍັງຮູ້ສຶກຮັກ ແລະ ເສຍດາຍ ຖ້າຈະເລີກກັບນ້ອຍ ຍິ່ງເປັນໄປບໍ່ໄດ້ເພາະລາວກໍ່ຮັກຫຼາຍ ທີ່ສຳຄັນຄອບຄົວຂອງຄິ້ມກໍ່ຮັກນ້ອຍຫຼາຍ ຖ້າເລີກກັບນ້ອຍມີຫວັງຄິ້ມຖືກດ່າຕາຍແນ່ນອນ ໃນຂະນະທີ່ລາວກຳລັງນັ່ງໃຈລອຍຄິດເລື່ອງຄວາມຮັກທີ່ວຸ້ນວາຍຢູ່ນັ້ນສຽງໂທລະສັບຂອງລາວກໍ່ດັງຂຶ້ນ ເປັນເບີແປກໂທເຂົ້າມາ ລາວໄດ້ກົດຮັບປະກົດວ່າແມ່ນ ບີ້ ທີ່ຢືມໂທລະສັບໝູ່ໂທມາຫາ ແລະ ບີ້ໄດ້ນັດຄິ້ມໄປຫາທີ່ເຮືອນຂອງລາວ ຄິ້ມກໍ່ຕົກລົງໄປຫາຕາມທີ່ນັດໄວ້.

ຫຼັງເລີກວຽກຄິ້ມໄດ້ໂທຫານ້ອຍ ແລ້ວບອກວ່າສິໄປເຕະບານກັບໝູ່ ຫຼັງຈາກເຕະບານແລ້ວລາວຈະກັບມາຫຼິ້ນນຳຕອນ 21:00ໂມງແລງ ເມື່ອລົມໂທລະສັບກັບນ້ອຍແລ້ວລາວກໍ່ຟ້າວຂັບລົດໄປທີ່ເຮືອນບີ້ທີ່ບ້ານຂຸນຕາທັນທີ ແຕ່ກ່ອນຈະຮອດເຮືອນບີ້ ລາວໄດ້ຈອດລົດແລະຈົກໜ່ວຍໂທລະສັບທີ່ໃຊ້ລົມກັບນ້ອຍອອກຈາກກະເປົາແລ້ວປິດເຄື່ອງໄວ້ ຈາກນັ້ນກໍ່ເອົາໂທລະສັບຊ້ອນໄວ້ເບາະລົດ ແລ້ວຈິ່ງຂັບລົດຕໍ່ໄປຈົນຮອດເຮືອນຂອງບີ້, ບີ້ໄດ້ນັ່ງຖ້າຄິ້ມທີ່ໂຕະຫີນຫນ້າບ້ານ ລາວໄດ້ນັ່ງເຮັດໜ້າບຶ້ງ ແລະ ຫັນຂ້າງໃສ່ຄິມ ເມື່ອຄິ້ມເຫັນແບບນັ້ນ ລາວກໍ່ຍ່າງເຂົ້າໄປຫາ ແລ້ວເອົາມືຈັບທີ່ຫົວບີ້ເບົາໆ ບີ້ກໍ່ເອົາມືປັດອອກ ຄິ້ມເອົາສອງມືຈັບທີ່ບ່າບີ້ ບີ້ກໍ່ສິດອອກອີກ ຄິ້ມກໍ່ເລີຍນັ່ງລົງຂ້າງບີ້ ແຕ່ບີ້ກໍ່ຢັບໜີ ຄິ້ມກໍ່ຢັບຕາມ ຢັບໜີຢັບຕາກັນຢູ່ຫັ້ນ ສຸດທ້າຍຄິ້ມກໍ່ເຊົາຢັບຕາມບີ້ ບີ້ບໍ່ຍອມປາກກັບຄິ້ມປະມາມ 30 ນາທີ ຄິ້ມເລີຍຖອນຫາຍໃຈ ແລ້ວລຸກຈາກຕັ່ງເພື່ອຈະຍ່າງໄປຫາລົດ ແຕ່ບີ້ພັດບໍ່ຍອມລາວໄດ້ຈັບມືຄິ້ມໄວ້ ພ້ອມທັງແນມເບິ່ງໜ້າ ແລະ ເວົ້າກັບຄິ້ມວ່າ:

ບີ້: ຟ້າວໄປ! ຟ້າວກັບໄປຫາມັນຫວາ? ນັ່ງຢູ່ກັບຂ້ອຍກ່ອນ

ຈາກນັ້ນຄິ້ມກໍ່ນັ່ງລົງຄືນ ແລະ ເວົ້າກັບບີ້ວ່າ: ຄິດວ່າສິບໍ່ເວົົ້າຫຍັງລະຊັ້ນດອກ ເລີຍສິກັບເມືອ

ບີ້: ເຈົ້າເລີກກັບມັນລະຫວາຈິ່ງມາຫາຂ້ອຍ

ຄິ້ມຮູ້ສຶກຫງຸດງິດເລັກນ້ອຍ ລາວໄດ້ຖອນຫາຍໃຈເບົາໆ ແລ້ວຕອບໄປວ່າ: ເຊົາຄົບກັບລາວແລ້ວ! ພໍໃຈບໍ່! ຮຶ

ເມື່ອໄດ້ຍິນຄິ້ມເວົ້າແບບນັ້ນບີ້ກໍ່ຈ້ອງເບິ່ງໜ້າຄິ້ມແລ້ວຍິ້ມ ພ້ອມທັງວ່າ: ແທ້ຫວາ! ແລ້ວໂນ້ມຕົວໄປກອດຄິ້ມດ້ວຍຄວາມດີໃຈ ຫົວຂອງບີ້ໄດ້ໝູນທີ່ບ່າຄິ້ມ ຄິ້ມໄດ້ເອົາມືລູບທີ່ຫົວບີ້ເບົາໆເພື່ອສະແດງຄວາມຮັກ ແລະ ຮູ້ສຶກດີໃຈເລັກນ້ອຍ ແລະ ອຸກໃຈເລັກໜ້ອຍ ພວກເຂົາໄດ້ປັບຄວາມເຂົ້າໃຈກັນຢ່າງງ່າຍດາຍກ່ວາທີ່ຄິດໄວ້ ແລ້ວຄິ້ມກໍ່ບອກເບີໃໝ່່ຂອງຕົນໃຫ້ບີ້ຕິດຕໍ່ຕົນເບີໃໝ່ ສ່ວນເບີເກົ່າແມ່ນຖິ້ມແລ້ວ ພວກເຂົາໄດ້ນັ່ງຫຼິ້ນນຳກັນຈົນຮອດໂມງກິນເຂົ້າຄິ້ມກໍ່ໄດ້ກິນເຂົ້າຮ່ວມພາກັບຄອບຄົວຂອງບີ້ ນີ້ຖືວ່າເປັນຄັ້ງທຳອິດໃນຮອບ 7 ປີທີ່ພວກເຂົາເຄີຍຄົບກັນມາ ເພາະທີ່ຜ່ານມາຄິ້ມບໍ່ເຄີຍໄດ້ກິນເຂົ້າທີ່ເຮືອນບີ້ເລີຍ, ຈົນຮອດເວລາ 8:30ໂມງ ຄິ້ມໄດ້ຂໍບີ້ກັບເຮືອນກ່ອນ ເຊິ່ງອ້າງວ່າມື້ອື່ນຕ້ອງມີວຽກແຕ່ເຊົ້າ ມື້ນີ້ເຮັດວຽກເມື່ອຍຫຼາຍເລີຍຢາກກັບເມືອພັກຜ່ອນນອນແຕ່ເວັນ ບີ້ກໍ່ເລີຍຍອມໃຫ້ຄິ້ມກັບດ້ວຍຄວາມອາໄລອາວອນ, ເມື່ອອອກຈາກເຮືອນບີ້ວິດປະຕູໜ້າບ້ານ ຄິ້ມກໍ່ຟ້າວບິດລົດໄປຫານ້ອຍທີ່ບ້ານໜອງໄຮທັນທີ.

ການຂັບລົດຈາກຂຸນຕາມາໜອງໄຮ ຄິ້ມໃຊ້ເວລາ 30 ນາທີ ກາຍມາທາງດອນກອຍລາວໄດ້ແວ່ຊື້ນ້ຳເຕົ້າຮູ້ ແລະ ຂະໜົມໄປຕ້ອນນ້ອຍ ເພາະລາວຮູ້ວ່ານ້ອຍມັກກິນ ແຕ່ກ່ອນຈະຮອດຮ່ອມຫ້ອງແຖວທີ່ນ້ອຍຢູ່ຄິ້ມກໍ່ຈອດລົດ ແລ້ວປ່ຽນໂທລະສັບ ລາວໄດ້ຈົກໜ່ວຍໂທລະສັບທີ່ຢູ່ເບາະລົດອອກມາ ແລະ ປ່ຽນເອົາໜ່ວຍທີ່ໃຊ້ລົມກັບບີ້ ປິດເຄື່ອງແລ້ວນຳໄປຊ້ອນທີ່ເບາະລົດແທນ. ເມື່ອສຳເລັດການປ່ຽນໂທລະສັບແລ້ວ ລາວກໍ່ຟ້າວຂັບລົດເຂົ້າຮ່ອມຫ້ອງແຖວ ເມື່ອຮອດໜ້າຫ້ອງລາວໄດ້ຈອດລົດແລ້ວຈັບເອົາຖົງນ້ຳເຕົ້່າຮູ້ຮ້ອນພ້ອມຂະໜົມຄູ່ຂຶ້ນມາຈາກກະຕ່າລົດແລ້ວຫິ້ວເຂົ້າໄປໃນຫ້ອງ ຄິ້ມເຫັນນ້ອຍນັ່ງເບິ່ງໂທລະທັດຄົນດຽວທີ່ໂຊຟາ ຄິ້ມຄ່ອຍໆຍ່າງຢ້ອງໆເຂົ້າໄປເພື່ອບໍ່ຢາກໃຫ້ນ້ອຍຮູ້ຕົວ ແຕ່ທີ່ຈິງນ້ອຍກໍ່ຮູ້ແລ້ວວ່າຄິ້ມມາເພາະຈື່ສຽງລົດໄດ້ ຄິ້ມໄດ້ຄ່ອຍຍ່າງໄປນັ່ງຂ້າງໆນ້ອຍ ພ້ອມທັງຟ້າວຫອມແກ້ມນ້ອຍເບົາໆ ບາດໜຶ່ງໄວແບບສາຍຟ້າເມບຈົນນ້ອຍກໍ່ຕື່ນຢຸບບາດໜຶ່ງ ນ້ອຍກໍ່ແນມມາຫາຄິ້ມແລ້ວເອົາມືຟາດຄິ້ມບາດໜຶ່ງເບົາໆແລ້ວເວົ້າດ້ວຍສີໜ້າອາຍໆວ່າ:

ນ້ອຍ: ບ້າ! ຄົນສວາຍໂອກາດ

ຄິ້ມ: ຖ້າບໍ່ເຮັດແບບນີ້ຈະຮູ້ນ່ະ ວ່າແກ້ມນ້ອຍຫອມພຽງໃດ? ຂໍດົມອີກດູ…ຫັ້ນ

ຄິ້ມໄດ້ຢື່ນໜ້າຕົນເອງເຂົ້າໄປໄກ້ໜ້ານ້ອຍເພື່ອຈະດົມອີກຄັ້ງແຕ່ນ້ອຍໃຊ້ມືຢູ້ໜ້າຄິ້ມອອກໄປ ແຕ່ຄິ້ມກໍ່ຍັງເຮັດຢອກນ້ອຍ ແລະ ນ້ອຍທັງເວົ້າທັງຫົວວ່າ: ພໍແລ້ວ! ກິນນ້ຳເຕົ້າຫູ້ດີກ່ວາ ດຽວນ້ຳເຕົ້າຮູ້ເຢັນໝົດ ນ້ອຍກຳລັງສິລຸກຈາກໂຊຟາໄປເອົາຈອກ ແລະ ຖ້ວຍເພື່ອມາໃສ່ນ້ຳເຕົ້າຮູ້ ແລະ ຂະໜົມ ແຕ່ຄິ້ມບໍ່ຍອມໃຫ້ນ້ອຍໄປ ລາວອາສາໄປເອົາແທນມື້ນີ້ຄິ້ມບໍລິການເຕັມທີ່ ນ້ອຍຮູ້ສຶກຫົວໃຈເຕັມອີ່ມໄປດ້ວຍຄວາມຮັກ, ຄວາມສຸກ ລາວຍິ້ມຈົນບໍ່ຢາກຫຸບ ໃນເວລາກິນເຕົ້າຮູ້ຢູ່ນັ້ນນ້ອຍໄດ້ຖາມຄິ້ມວ່າ:

ນ້ອຍ: ຄິ້ມ! ນ້ອຍຄືໂທຫາຄິ້ມບໍ່ໄດ້! ໂທຍາມໃດກໍ່ບອກວ່າປິດເຄື່ອງ

ຄິ້ມກໍ່ເຮັດໜ້າຕາເສີຍໆແບບບໍ່ມີພິລຸດແລ້ວຕອບນ້ອຍໄປວ່າ: ຄິ້ມບໍ່ໄດ້ປິດເຄື່ອງໃດ໋ ຈາກນັ້ນລາວກໍ່ທຳທ່າຈົກໂທລະສັບອອກຈາກຖົງໂສ້ງາໂຊນ້ອຍ ເຫັນໜ້າຈໍດັບຢູ່ ແລະ ລາວລອງກົດເບິ່ງແລ້ວໂທລະສັບກໍ່ເປີດເຄື່ອງຂຶ້ນ ນ້ອຍເລີຍເວົ້າໄປວ່າ:

ນ້ອຍ: ເດະ! ໃສເພິ່ນວ່າບໍ່ປິດເຄື່ອງເພິ່ນຕວະເຂົາ! ເອ໋ະ ໂທລະສັບໜ່ວຍໃໝ່ຫວະ ເຈົ້າຊື້ມື້ໃດ! (ນ້ອຍເຮັດສົງໃສ)

ຄິ້ມກໍ່ອອຍເອົານ້ອຍ: ແມ່ນລະ! ຂ້ອຍຊື້ໃໝ່ຄືໜ່ວຍນັ້ນມັນເພແລ້ວ ແບັດມັນເສື່ອມຕະຫຼອດຂ້ອຍເລີຍດຶກໃສ່ຝາສະ! ແຕ່ຂ້ອຍສາບານກະໄດ້ຂ້ອຍບໍ່ໄດ້ປິດເຄື່ອງໃສເຈົ້າ ສົງໃສຖົງໂສ້ງຂ້ອງມັນຄັບຫຼາຍມັນເລີຍໄປກົດຖືກປຸ່ມປິດເອງ ຕິເບາະ!

ນ້ອຍເກີດຄວາມສົງໃສໃນໃຈກ່ຽວກັບຄິ້ມ ແຕ່ລາວກໍ່ບໍ່ຢາກເກີດປາກສຽງກັນຍ້ອນເລື່ອງບໍ່ເປັນເລື່ອງ ລາວພະຍາຍາມຄິດໃນແງ່ດີວ່າມັນອາດເກີດຂຶ້ນໄດ້ ຈາກນັ້ນນ້ອຍກໍ່ບໍ່ຖາມຫັຍງຫຼາຍອີກ ແລະ ຄິ້ມກໍ່ຮູ້ສຶກໂລ່ງໃຈທີ່ນ້ອຍບໍ່ຖາມສໍ້ຕໍ່ ຈາກນັ້ນຄິ້ມກໍ່ຊວນນ້ອຍລົມເລື່ອງໃໝ່ ລາວໄດ້ຖາມຫາເປິ້ນ ເພາະມື້ນີ້ມາບໍ່ເປິ້ນ ຄິ້ມຊຶ້ຂະໜົມ ແລະ ເຕົ້າຮູ້ມາເພື່ອ ແລະ ນ້ອຍໄດ້ບອກກັບຄິ້ມວ່າ ເປິ້ນໄປກິນເຂົ້າກັບຄຳແສງເດິກພຸ້ນຈິ່ງກັບ

“ຕາບໃດທີ່ເສືອບໍ່ສິ້ນລາຍ ຜູ້ຊາຍຫຼາຍໃຈກໍ່ມີຮັກດຽວບໍ່ໄດ້” ຄິ້ມຈະມີກົນລະຍຸດເອົາຕົວລອດໄດແນວໃດ ແລ້ວເມື່ອໃດຄວາມຈິງຈະຖືກເປີດເຜີຍອີກ ຕ້ອງຕິດຕາມຕອນຕໍ່ໄປ

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...