Homeຂ່າວເຫດການໝາກເຫັບຕົກ ຢູ່ບ້ານຫາດດອນແກ້ວ ເມືອງ ປາກທາ ແຂວງ ບໍ່ແກ້ວ.

ໝາກເຫັບຕົກ ຢູ່ບ້ານຫາດດອນແກ້ວ ເມືອງ ປາກທາ ແຂວງ ບໍ່ແກ້ວ.

Published on

911

ເວລາປະມານ 18:20 ໂມງ ຂອງວັນທີ 4 ພຶດສະພາ 2016 ຜ່ານມານີ້, ເກີດມີພາຍຸຝົນ, ລົມແຮງ ແລະ ໝາກເຫັບຕົກ ຢູ່ບ້ານ ຫາດດອນແກ້ວ ເມືອງ ປາກທາ ແຂວງ ບໍ່ແກ້ວ. ນາງ ປິກ ປະຊາຊົນບ້ານຫາດດອນແກ້ວບອກວ່າ: ສະພາບອາກາດປີນີ້ຈັກເປັນແນວໃດ? ບາງມື້ກໍຮ້ອນແຮງໆ ແລະ ເກີດມີລົມຝົນຕົກຈົນຕັ້ງໂຕບໍ່ທັນ ຍິ່ງກວ່ານັ້ນຝົນຕົກຍັງມີໝາກເຫັບຕົກກະຈາຍຢ່າງຫລວງບໍ່ຄ່ອຍປົກເຫັນແບບນີ້ປານໃດ. ຜ່ານກໍໄດ້ເຫັນແຕ່ຂ່າວຢູ່ບ້ານເພີ່ນ ແຕ່ປັດຈຸບັນມັນເກີດຂຶ້ນໄດ້ທຸກໆບ່ອນ ສະນັ້ນຂໍໃຫ້ປະຊາຊົນມີສະຕິລະວັງໂຕຄວນປຸກເຮືອນໃຫ້ແໜ້ນໜາ, ຄວນຫລີກລ້ຽງບ່ອນທີ່ມີຄວາມສ່ຽງ.

ຕາມແຫລ່ງຂ່າວເບື້ອງຕົ້ນຍັງບໍ່ທັນມີການລາຍງານກ່ຽວກັບຄວາມເສຍຫາຍ ຫາກມີຄວາມຄືບໜ້າແນວໃດນັ້ນທາງເຮົາຈຳນຳມາແຈ້ງໃຫ້ຊາບອີກຄັ້ງ

ພາບ-ຂ່າວ: ສອດສ່ອງ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...