spot_img
Home​ຂ່າວທ່ອງທ່ຽວການທ່ອງທ່ຽວຜົ້ງສາລີຂະຫຍາຍຕົວ ຜູ້ປະກອບການແລ່ນເຮືອລ່ອງນໍ້າອູ ມີລາຍຮັບເພີ່ມຂຶ້ນ!

ການທ່ອງທ່ຽວຜົ້ງສາລີຂະຫຍາຍຕົວ ຜູ້ປະກອບການແລ່ນເຮືອລ່ອງນໍ້າອູ ມີລາຍຮັບເພີ່ມຂຶ້ນ!

Published on

ຂປລ. ນັກທ່ອງທ່ຽວຕ່າງປະເທດຫລັງໄຫລເຂົ້າຢ້ຽມຢາມແລະ ທ່ຽວຊົມແຂວງຜົ້ງສາລີ ເພີ່ມຂຶ້ນຢ່າງຕໍ່ເນື່ອງໂດຍຈຸດດຶງດູດສ່ວນໃຫຍ່​ແມ່ນ​ທ່ຽວ​ຊົມ​ຊົນ​ເຜົ່າ, ວິຖີຊີວິດ ​ແລະ ທໍາ​ມະ​ຊາດ ຂະນະ​ທີ່ຜູ້​ປະກອບ​ການທຸລະ​ກິດ​ທ່ອງ​ທ່ຽວ ​ແລະ ປະຊາຊົນ​ພາຍ​ໃນ​ແຂວງ​ດັ່ງກ່າວ ​ມີ​ຄວາມ​ກັງວົນ​ວ່າ​ຖ້າ​ມີ​ການ​ພັດທະນາ​​ໄວ​ເກີນ​ໄປ ​ໂດຍ​ບໍ່​ມີ​ການຈັດການວາງ​ແຜນ, ການສະຫງວນ​ບາງ​ເຂດ​ໄວ້ ​ແລະ ບໍ່​ມີ​ການ​ຄຸ້ມ​ຄອງ​ຢ່າງ​ເປັນ​ລະບົບ​ຈະ​ສົ່ງ​ຜົນ​ກະທົບ​ໃນ​ຕໍ່ໜ້າ​ແນ່ນອນ.

ທ່ານ ອານຸວົງ ​ແກ້ວ​ນາກ​ອນ ​ເຈົ້າ​ໜ້າ​ທີ່​ວິຊາ​ການ​ຂອງ​ພະ​ແນ​ກຖະ​ແຫລ​ງຂ່າວ, ວັດ​ທະນະ​ທໍາ ​ແລະ ທ່ອງ​ທ່ຽວ ​ໄດ້​ເປີດ​ເຜີຍ​​ໃນ​ວັນ​ທີ 3 ພຶດສະພາ 2016 ນີ້ ​ວ່າ: ປີຜ່ານມາ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ຢ້ຽມຢາມ ​ແລະ ທ່ຽວ​ຊົມ​ພາຍ​ໃນ​ແຂວງ​ຂອງ​ພວກ​ເຮົາ​ປະມານ 62.000 ກວ່າ​ຄົນ. ​ໃນ​ນັ້ນ​, ນັກ​ທ່ອງ​ທ່ຽວ​ສາກົນ 14.000 ຄົນ ​ແລະ ນັກ​ທ່ອງ​ທ່ຽວ​ຕາມ​ຊາຍ​​ແດນປະມານ 47.000 ຄົນ ​ແລະ ຄາດ​ວ່າ​ນັກ​ທ່ອງ​ທ່ຽວ​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ​ປະມານ 70.000 ຄົນ ​ເຊິ່ງນັກ​ທ່ອງ​ທ່ຽວ​ສ່ວນ​ໃຫຍ່​ແມ່ນ​ເຂົ້າ​ໄປ​ທ່ຽວ​ຊົມ​ວິຖີ​ຊີວິດ​ຂອງ​ຊົນ​ເຜົ່າ, ຂີ່​ເຮືອ​ລ່ອງ​ນໍ້າ​ອູ​ຊົມ​ທິວ​ທັດທໍາ​ມະ​ຊາດ ​ແລະ ສັດປ່າ ​ຈາກ​ເມືອງ​ສໍາພັນ, ​ເມືອງຂວາ​ແຂວງ​ຜົ້ງ​ສາລີ​ ​ເຖິງໜອງ​ຂຽວ ​ເມືອງ​ງອຍ ​ແຂວງ​ຫລວງ​ພະ​ບາງ, ສືບ​ຕໍ່​ກາບ​ໄຫວ້​ພະພຸດທະ​ຮູບ​ໃນ​ຖໍ້າ​ຕິ່ງ ​ແລະ ຢ້ຽມ​ຊົມ​ເມືອງ​ມໍລະດົກ​ໂລກ.

ທ່ານ ອານຸວົງ​ ກ່າວ​ຕື່ມ​ອີກ​ວ່າ: ​ແຂວງ​ຜົ້ງ​ສາລີ​ ຖື​ວ່າ​ເປັນ​ໜຶ່ງ​ໃນ​ຫລາຍໆ​ແຂວງ​ຂອງ ສປປ ລາວ​ ທີ່​ມີ​​ຫລາຍຊົນ​ເຜົ່າ ທີ່ດໍາລົງ​ຊີວິດແບບກະແຈກກະຈາຍ, ມີອາກາດ​ເຢັນດີ ແລະ ມີນໍ້າອູ​ໄຫລ​ຜ່ານຍາວ 448 ກິໂລແມັດ ປຽບເໜືອເສັ້ນເລືອດໃຫຍ່ ທີ່ຫລໍ່ລ້ຽງຊີວິດປະຊາຊົນມາຕັ້ງແຕ່ບູຮານ​ນະ​ການ ແລະ ທັງເປັນທ່າ​ແຮງ​ທີ່ສຳຄັນຂອງແຂວງ ເພື່ອດຶງດູດດ້ານການທ່ອງທ່ຽວ, ສ້າງວຽກເຮັດງານທໍາ ແລະ ສ້າງລາຍໄດ້ໃຫ້ປະຊາຊົນແບບຍືນຍົງ.

ທ່ານ ປຸ້ຍ ຜູ້ປະກອບການທຸລະກິດແລ່ນເຮືອນຢູ່ເມືອງຂວາ ​ເວົ້າວ່າ: ອຸດສາຫະກໍາທ່ອງທ່ຽວພາຍໃນແຂວງ ຖື​ໄດ້ວ່າເປັນແຫລ່ງລາຍຮັບໜຶ່ງ​ທີ່​ສຳຄັນ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາ​ເຜົ່າ ໂດຍສະເພາະການບໍລິການໂຮງແຮມ, ເຮືອນພັກ, ການແລ່ນເຮືອນ ແລະ ອື່ນໆ ແນວໃດກໍດີ ການພັດທະນາກໍເປັນສິ່ງທີ່ຈຳ​ເປັນ ​ແລະ ຂາດ​ບໍ່​ໄດ້ ​ແຕ່​ກໍຕ້ອງ​ໄດ້ມີການຈັດການບໍລິຫານ ແລະ ຄຸ້ມຄອງທີ່ດີ ສິ່ງ​ສຳຄັນບໍ່​ເປັນ​ພິດ​ຕໍ່​ສິ່ງ​ແວດລ້ອມ.

ທ່ານ ແສງຈັນ ປະຊາຊົນເມືອງຂວາ ​ເວົ້າວ່າ: ຕົນເອງແລ່ນເຮືອມາ 10 ກວ່າປີ ​ແລ້ວເຊິ່ງທຸ ລະກິດແລ່ນເຮືອໄດ້ເຮັດ​ໃຫ້ຊີວິດ​ການ​ເປັນ​ຢູ່ດີ​ຂຶ້ນ​ເລື້ອຍໆ, ມີລາຍຮັບປົກກະຕິສະເລ່ຍປະມານ 34 ແສນກີບຕໍ່ມື້ ເຊິ່ງນັກທ່ອງທ່ຽວສ່ວນໃຫຍ່ມາ​ໃຊ້ບໍລິການ ແມ່ນຊາວຕ່າງປະເທດທີ່ມາຈາກຊາຍ ແດນ ລາວຫວຽດນາມ ເຂົ້າມາທ່ອງ​ທ່ຽວເມືອງມໍລະດົກໂລກ ​ແລະ ນັ່ງເຮືອຈາກເມືອງຂວາ ມຸ່ງໜ້າສູ່ເມືອງງອຍ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...