spot_img
Homeຂ່າວທ້ອງຖິ່ນຂັນ​ຄຳ ພັນ­ທະ​ວົງ ນັກ­ທຸ­ລະ­ກິດ​ໝຸ່ມ​ໄຟ​ແຮງ

ຂັນ​ຄຳ ພັນ­ທະ​ວົງ ນັກ­ທຸ­ລະ­ກິດ​ໝຸ່ມ​ໄຟ​ແຮງ

Published on

ການ​ສ້າງ​ທຸ­ລະກິດ​ແມ່ນ​ຕ້ອງ​ຂຶ້ນ​ກັບຄວາມ​ມັກ​ຂອງ​ແຕ່​ລະບຸກ­ຄົນ​ຄື​ດັ່ງ ທ່ານ ຂັນຄຳ ພັນ­ທະ​ວົງ ນັກ​ທຸ­ລະກິດ​ໜຸ່ມ​ນ້ອຍ ອາ­ຍຸ 26 ປີ ທີ່​ເຮັດ​ທຸ­ລະ​ກິດ​ເຮືອນພັກ, ຮ້ານ​ອາ­ຫານ ໂດຍ​ເກີດ​ຈາກ​ໃຈ​ມັກເພື່ອບໍ­ລິ­ການ​ບັນ­ດາ​ນັກ​ທ່ອງ​ທ່ຽວ, ນັກ​ທຸ­ລະກິດລວມ​ເຖິງ​ພໍ່​ແມ່​ປະ­ຊາ­ຊົນ, ພໍ່­ຄ້າ​ຊາວຂາຍ​ທີ່​ມາ​ພັກ­ຜ່ອນ​ຢ່ອນ​ໃຈ ແລະ ​ຮັບ​ປະທານ​ອາ­ຫານ.

dfhsdfh

ທ່ານ ຂັນ​ຄຳ ພັນ­ທະ​ວົງ ຫຼື ໂອ​ເລ່ ເຈົ້າ​ຂອງ​ທຸ­ລະ​ກິດ​ເຮືອນ​ພັກ, ຮ້ານ​ອາຫານ​ຂັນ​ຄຳ ແລະ​ຍັງ​ເປັນ​ຮຸ້ນ​ສ່ວນ​ຂອງນ້ຳ​ຄານ​ຮໍ​ລິ​ເດ ເມືອງ​ຊຽງ​ເງິນ ແຂວງຫຼວງ​ພະ​ບາງ ໃຫ້​ຮູ້​ວ່າ: ຮ້ານ​ອາ­ຫານ​ຂັນຄຳ​ຊົມ​ວິວ​ຊຽງ​ເງິນສ້າງ​ຂຶ້ນ​ເມື່ອ​ປີ 2015 ສ່ວນ​ແມ່­ນ້ຳ​ຄານ​ຮໍ​ລິ​ເດ​ເປັນ​ບ່ອນພັກ­ຜ່ອນ​ແຫ່ງ​ໃໝ່​ທີ່​ສ້າງ​ຂຶ້ນ​ສຳ­ເລັດ​ໃນ ປີ 2016 ນີ້ ແລະ​ໄດ້​ຖື​ຮຸ້ນ 50% ສຳ­ລັບແຮງ​ບັນ­ດາ​ໃຈ​ໃນ​ການ​ສ້າງ​ທຸ­ລະ​ກິດແມ່ນ​ສ້າງ​ຂຶ້ນ​ເພື່ອ​ໃຫ້​ເປັນ​ທີ່​ຍອມ­ຮັບຂອງ​ຄົນ​ພາຍ​ໃນ ແລະ ​ຕ່າງ­ປະ­ເທດ, ຢາກ​ສ້າງ​ແຮງ​ບັນ­ດານ​ໃຈ​ໃຫ້​ກັບ​ໄວໜຸ່ມ​ຍຸກ​ໃໝ່, ໂດຍ​ເນັ້ນ​ທາງ​ດ້ານ​ການ​ບໍລິ​ການ​ການ­ທ່ອງ­ທ່ຽວ​ເປັນ​ຫຼັກ ແລະ ຢາກ​ນຳ​ເອົາ​ວັດ­ທະ­ນະ­ທຳ​ຂອງ​ຄົນ​ລາວມາ​ສະ­ແດງ​ອອກ​ໃຫ້​ຊາວ​ຕ່າງ​ຊາດ​ຮູ້ເຖິງ​ການ​ຕົກ­ແຕ່ງ​ຮ້ານ ແລະ​ເຮືອນ​ພັກແບບ​ບູ­ຮານ​ລາວ ແລະ​ທັງ​ຢາກ​ເປັນ​ສ່ວນໜຶ່ງ​ໃນ​ການ​ພັດ­ທະ­ນາ​ປະ­ເທດ.

ແນວ­ໃດ​ກໍ​ດີທ່ານ ຂັນ​ຄຳ ພັນ­ທະ​ວົງ ໃຫ້​ຮູ້​ອີ​ກວ່າ: ການ​ເຮັດ​ທຸ­ລະ​ກິດ​ໃດ​ໜຶ່ງກໍ​ຕ້ອງ​ມີ​ສິ່ງ​ທ້າ​ທາຍ​ຫຼາຍໆ​ຢ່າງ ແຕ່​ສຳລັບ​ຂ້າ­ພະ­ເຈົ້າ​ແມ່ນ​ຖື​ຕົນ​ເອງ​ເປັນ​ຫຼັກ, ເຊື່ອ​ໝັ້ນ​ຕົນ​ເອງ​ວ່າ​ຕ້ອງ​ເຮັດ​ໄດ້ ແລະ ຕ້ອງ​ປະ­ສົບ​ຄວາມ​ສຳ­ເລັດ, ຕ້ອງ​ມີ​ການວາງ​ແຜນ​ລ່ວງ​ໜ້າ​ກ່ອນ​ທີ່​ຈະ​ລົງ­ມື​ເຮັດຖ້າ​ສິ່ງ​ທີ່​ລົງ­ມື​ເຮັດ​ບໍ່​ໄດ້​ຮັບ​ຜົນ​ດີ​ແມ່ນ​ຈະປ່ຽນ​ຄວາມ​ຄິດ​ປ່ຽນ​ແຜນ​ໃໝ່ ແຕ່​ບໍ່​ຍອມປ່ຽນ​ເປົ້າ​ໝາຍ ເພາະ­ວ່າ​ບັນ­ຫາ ແລະ​ອຸປະ​ສັກ​ທີ່​ເຮົາ​ພົບ​ຖື​ວ່າ​ເປັນ​ສ່ວນ​ໜຶ່ງ​ຂອງຄວາມ​ສຳ­ເລັດ​ຖ້າ​ເຮົາ​ແກ້​ໄຂ​ໃຫ້​ຖືກ​ຈຸດ.

ສຳ­ລັບ​ແຜນ­ການ​ຕໍ່­ໜ້າ​ແມ່ນ​ຈະ​ຂະຫຍາຍ​ທຸ­ລະ​ກິດ ແລະ​ສ້າງ​ບໍ­ລິ­ສັດ​ທ່ອງທ່ຽວ​ແມ່­ນ້ຳ​ຄານ​ຮໍ​ລິ​ເດ​ເປັນ​ຂອງ​ຕົນ ເອງທັງ​ນີ້​ກໍ​ຂໍ​ຝາກ​ເຖິງ​ບັນ­ດາ​ລູກ​ຄ້າ​ທຸກທ່ານ​ທີ່​ໃຫ້​ຄວາມ​ໄວ້​ວາງ­ໃຈ​ໃນ​ການ​ບໍ​ລິການ​ຂອງ​ພວກ​ເຮົາຖ້າ​ມີ​ສິ່ງ​ໃດ​ທີ່​ຍັງຂາດ​ຕົກ​ບົກ­ພ່ອງ, ຜິດ­ພາດ ຫຼື ບໍ່​ພໍ­ໃຈ​ໃນການ​ບໍ­ລິ­ການ​ຂໍ​ໃຫ້​ສົ່ງ​ຄຳ​ຕຳ​ນິ­ຕິ​ຊົມ​ມາໄດ້​ຮ້ານ​ອາ­ຫານ​ຂັນ​ຄຳຊົມ​ວິວ​ຊຽງ​ເງິນຂອງ​ພວກ​ເຮົາ​ຈະ​ປັບ­ປຸງ​ໃຫ້​ດີ​ຂຶ້ນ​ກວ່າເກົ່າ​ອີກສ່ວນ​ສະ­ຖານ­ທີ່​ຕັ້ງ​ຢູ່​ບ້ານ​ຊຽງເງິນເມືອງ​ຊຽງ​ເງິນ ແຂວງ​ຫຼວງ​ພະບາງ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...