spot_img
Homeຂ່າວການສຶກສາເປີດຮັບສະໝັກທຶນແລກປ່ຽນການສຶກສາກັບມະຫາວິທະຍາໄລຕ່າງໆໃນປະເທດສະມາຊິກອາຊຽນ ໃນສົກສຶກສາ 2016/2017,

ເປີດຮັບສະໝັກທຶນແລກປ່ຽນການສຶກສາກັບມະຫາວິທະຍາໄລຕ່າງໆໃນປະເທດສະມາຊິກອາຊຽນ ໃນສົກສຶກສາ 2016/2017,

Published on

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງການມາຍັງນັກສຶກສາມະຫາວິທະຍາໄລແຫ່ງຊາດຊາບວ່າ: ປັດຈຸບັນນີ້ພວກເຮົາກໍາລັງເປີດຮັບນັກສຶກສາເພື່ອສະໝັກທຶນແລກປ່ຽນການສຶກສາກັບມະຫາວິທະຍາໄລຕ່າງໆໃນປະເທດສະມາຊິກອາຊຽນ ໃນສົກສຶກສາ 2016/2017, ພາຍໃຕ້ທຶນສະໝັບສະໜູນການສຶກສາຈາກ SHARE Project: Become Part of ASEAN’s Future. ນັກສຶກສາຜູ້ທີ່ສົນໃຈສະໝັກເອົາທຶນແລ່ກປ່ຽນການສຶກສານີ້ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດ ແລະ ສົ່ງຕາມທີ່ຢູ່ລຸ່ມນີ້:

ໝາຍເຫດ: ຜູ້ທີ່ສົນໃຈສະໝັກສາມາດເຂົ້າຮ່ວມຟັງການເຜີຍແຜ່ກ່ຽວກັບທຶນ SHARE Project: Become Part of ASEAN’s Future, ແລະ ຂັ້ນຕອນການສະໝັກ ໄດ້ທີ່ ຫ້ອງປະຊຸມຊັ້ນ 2 ສະໂມສອນໃຫ່ຍ ມຊ ເວລາ 13:00-15:30 ໂມງ ວັນພະຫັດ ທີ 12 ພຶດສະພາ 2016.

v ເງື່ອນໄຂຜູ້ສະໝັກ
1. ເປັນນັກສຶກສາ ຮຽນປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ
ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ,
ສາມາດເວົ້າ, ຂຽນ ແລະ ນໍາສະເໜີເປັນພາສາອັງກິດໄດ້ໃນລະດັບດີ,
4. ມີຄວາມຮູ້ກ່ຽວກັບ ASEAN, Sustainable Development, Economy, Culture, Politics, Climate Change, etc.
5. ມີຄວາມສາມາດດ້ານສິລະປະ ແລະ ວັດທະນະທໍາ, ແລະ
6. ມີສຸຂະພາບດີທັງຮ່າງກາຍ ແລະ ຈິດໃຈ.

v ຂັ້ນຕອນການສະໝັກ ແລະ ຄັດເລືອກ
1. ລົງທະບຽນເຂົ້າຮ່ວມຟັງການເຜີຍແຜ່ທຶນການສຶກສາ ແລະ ຂັ້ນຕອນການສະໝັກ: http://goo.gl/forms/hZEhP6zAwd
2. ເລືອກມະຫາວິທະຍາໄລທີ່ຕ້ອງການຢາກຈະໄປແລກປ່ຽນ, ເຊິ່ງມີທັງໝົດ 7 ມະຫາວະທະຍາໄລດັ່ງລຸ່ມນີ້:
a. Royal University of Phnom Penh, Cambodia, http://www.rupp.edu.kh/
b. University of Indonesia, Indonesia, http://www.ui.ac.id/en/
c. University Kebangsaan Malaysia, Malaysia, http://www.ppukm.ukm.my/
d. University of Yangon, Myanmar, http://uy.edu.mm/
e. University of Philippines, the Philippines, http://www.up.edu.ph/
f. Chulalongkorn University, Thailand, http://www.chula.ac.th/en/
g. Vietnam National University, Hanoi, Vietnam, https://vnu.edu.vn/eng/

3. ລົງທະບຽນເຂົ້າສໍາພາດຄັດເລືອກ: http://goo.gl/forms/GXfe5l1izX
4. ເລືອກສາຂາວິຊາຮຽນ ແລະ ດາວໂຫຼດແບບຟອມສະໝັກເຂົ້າສໍາພາດ:
https://drive.google.com/folderview…
5. ສົ່ງແບບຟອມເຂົ້າສໍາພາດເຖິງ: soubinlpdr@gmail.com, ພາຍໃນວັນທີ 18 ພຶດສະພາ 2016.
6. ສໍາພາດຄັດເລືອກ: ເວລາ 09: 00 ໂມງ, ວັນພະຫັດ ທີ 19 ພຶດສະພາ 2016 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ
ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງ ມະຫາວິທະຍາໄລນັກສຶກສາສະໝັກຕ່າງໆໃນອາຊຽນເປັນຜູ້ຄັດເລືອກໃນຮອບຕໍ່ໄປ.

v ທຶນການສຶກສາທີ່ທາງໂຄງການຮັບຜິດຊອບ
ນັກສຶກສາທີ່ຖືກຄັດເລືອກເຂົ້າຮ່ວມ ໂຄງການແລກປ່ຽນນີ້ຈະໄດ້ຮັບທຶນການສຶກສາຄື: ຄ່າຮຽນ, ເງິນເດືອນ, ປີ້ຍົນໄປ-ກັບ, ປະກັນສຸຂະພາບ, ຄ່າຊື້ອຸປະກອນການຮຽນ, ແລະ ຄ່າວີຊາ.

v ຂໍ້ມູນເພີ່ມເຕີມ:
1. ລາຍລະອຽດກ່ຽວກັບທຶນການສຶກສາ: http://www.share-asean.eu/
2. ຜູ້ປະສານງານ: ອຈ. ສຸບິນ ສີສະຫວັດ
ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ: 021 770 720, 020 5571 3535
ເມວ: soubinlpdr@gmail.com

Sincerely yours,

Soubin Sisavath (Mr.)

Coordinator for Exchange Programs
International Relations Office
National University of Laos
P.O.Box:7322, Vientiane, Lao P.D.R
Tel/Fax: +856-21-770720, 770381
Mobile: +856-20-55713535, 55431639
Email: soubinlpdr@gmail.com, sisavath-ej@hotmail.com
Web: http://www.nuol.edu.la/

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...