Homeນານາສາລະນ້ຳ​ໝ່າ​ເຂົ້າ (ນ້ຳເຂົ້າມວກ)​​ ຄຸນປະໂຫຍດ​ຫຼວງ​ຫຼາຍ​ທີ່​ເຈົ້າ​ບໍ່​ເຄີຍ​ຮູ້​

ນ້ຳ​ໝ່າ​ເຂົ້າ (ນ້ຳເຂົ້າມວກ)​​ ຄຸນປະໂຫຍດ​ຫຼວງ​ຫຼາຍ​ທີ່​ເຈົ້າ​ບໍ່​ເຄີຍ​ຮູ້​

Published on

ທ່ານຮູ້ ຫຼື ບໍ່ວ່າ ນ້ຳເຂົ້າມວກທີ່ເຮົາຖິ້ມທຸກເຊົ້າ-ແລງ ໃນເວລາໜຶ້ງເຂົ້າ ມັນມີຄຸນປະໂຫຍດຫຼາຍພຽງໃດ ນອກຈາກມັນຈະຊ່ວຍບຳລຸງເສັ້ນຜົມໃຫ້ເງົາງາມ ແລະ ນຸ້ມມື່ນແລ້ວ ມັນຍັງທີ່ຫຼາຍກ່ວາທີ່ທ່ານຄິດ ເຮົາມາອ່ານໄປພ້ອມໆກັນເລີຍ

ຄຸນ​ປະໂຫຍດ​ຂອງ​ນ້ຳເຂົ້າມວກດ້ານສານອາຫານ

ນ້ຳເຂົ້າມວກຈະປະກອບມີສານ​ອາຫານ​ຫຼວງ​ຫຼາຍ​ ດັ່ງ​ຕໍ່ໄປ​ນີ້:​
– ວິ​ຕາ​ມິນ​ບີ​ 3  ມີ​ສ່ວນ​ຊ່ວຍ​ໃນ​ການທຳ​ລາຍ​ພິດ,​ ແອລກໍ​ຮໍ ແລະ ​ຢາ​ເສບ​ຕິດ​
– ວິ​ຕາ​ມິນ​ບີ​ 2 ມີ​ສ່ວນ​ຊ່ວຍ​ປ້ອງ​ກັນ​ໄຂ​ມັນ​ອຸດ​ຕັນ​ໃນ​ເສັ້ນ​ເລືອດ​
– ວິ​ຕາ​ມິນ​ບີ​ 1 ມີ​ປະໂຫຍດ​ຕໍ່​ການ​ເຮັດ​ວຽກງານ​ຂອງ​ສະໝອງ​ ລະບົບ​ປະສາດ​ ລະບົບ​ຍ່ອຍ​ອາຫານ​ ຫົວ​ໃຈ ​ແລະ​ກ້າມເນື້ອ

ສັບພະຄຸນຂອງນ້ຳເຂົ້າມວກ​ປະກອບມີ:

1. ນ້ຳ​​ເຂົ້າມວກ​ຊ່ວຍ​ໃຫ້​ໜ້າ​ໃສ​

​ລ້າງ​ໜ້າດ້ວຍນ້ຳເຂົ້າມວກ​ເປັນ​ປະຈຳ​ທຸກ​ເຊົ້າ-​ແລງ​ ຈະ​ຊ່ວຍ​ຮັກສາ​ສິວ​ຝ້າ,​ ກຳຈັດ​ຄວາມ​ມັນ​, ຫຼຸດ​ສິວ​ ເຮັດໃຫ້​ຜິວ​ໜ້າ​ຂາວ​ນວນ​ນຸ່ມ​ ຂຶ້ນ​ໄດ້​

2. ນ້ຳ​ເຂົ້າມວກ​ຊ່ວຍ​ໃຫ້​ມື​ນຸ່ມ​

ໃນເວລາທີ່ເຮົາຊາວເຂົ້າ, ລ້າງເຂົ້າເຮົາຈະຮູ້ສຶກໃນເວລາທີ່ເຮົາເອົາມືແຊ່ລົງໄປໃນນ້ຳເຂົ້າມວກ ມືຂອງເຮົາຈະຮູ້ສຶກນຸ້ມຂຶ້ນຢ່າງຮູ້ສຶກໄດ້ທັນທີ

3. ນ້ຳ​ເຂົ້າມວກ​ຊ່ວຍ​ໃຫ້​ຜົມ​ງາມ​

ການນຳນ້ຳເຂົ້າມວກມາສະຫົວ, ມາໝັກຜົມຈະເຮັດໃຫຜົມມີສຸຂະພາບດີ, ດຳເງົາງາມ, ນຸ້ມ ແລະ ໜັງຫົວຊຸ່ມຊື່ນ ໂດຍສະເພາະນຳໝາກຂີ້ຫູດມາປະສົມໃນການສະພ້ອມຍິ່ງເຮັດໃຫ້ຜົມທ່ານງາມ ແລະ ບໍ່ແຕກປາຍອີກດ້ວຍ ເມື່ອສະນ້ຳເຂົ້າມວກແລ້ວ ຈິ່ງຕາມດ້ວຍການລ້າງອອກໂດຍການໃຊ້ຢາສະຫົວ ເຮັເແບບນີ້ເປັນປະຈຳຜົມຂອງທ່ານຈະງາມ ແລະ ມີສຸຂະພາບດີແນ່ນອນ

4. ນ້ຳ​ເຂົ້າ​ມວກໃຊ້​ລ້າງ​ຜັກ​ໝາກໄມ້​ໄດ້​

ນຳນ້ຳເຂົ້າມວກນ້ຳທີສອງມາລ້າງຜັກໂດຍການນຳຜັກແຊ່ໄວ້ບຶດໜຶ່ງ ຈະຊ່ວຍໃຫສານຜິດທີ່ຕິດຄ້າງໃນໃບຜັກຫລຸດອອກໄປໄດ້.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...