spot_img
Home​ຂ່າວທ່ອງທ່ຽວວັດພັນຫລວງ ແຄມນ້ຳຄານ ຫຼວງພະບາງ

ວັດພັນຫລວງ ແຄມນ້ຳຄານ ຫຼວງພະບາງ

Published on

ວັດພັນຫລວງ ຕັ້ງຢູ່ໃນບ້ານຂອງຊ່າງປັ້ນໝໍ້, ແຄມນ້ຳຄານ ແລະ ເປັນວັດທີ່ ເພິ່ນບໍ່ຮູ້ຈັກມື້ສ້າງຄັກແນ່, ແຕ່ມີລັກສະນະ ໃກ້ຄຽງກັບວັດ ໃນສະຕະວັດທີ XVIII ແລະ XIX. ເປັນວັດແບບທຳມະດາ, ມີຫ້ອງ ແລະ ເຊຍດ່ຽວ, ວັດນີ້ຖືກເປເພ ໃນປີ ຄສ 1948. ສິມຂອງວັດຖືກສ້າງຄືນໃຫມ່ ໃນປີ ຄສ 1951 ແລະ ໄດ້ຕໍ່ເຕີມໃຫ້ໃຫຍ່ອອກ ດ້ວຍການສ້າງສອງລະບຽງ ດ້ານຂ້າງໃສ່ຕື່ມ. ຈຸດສົນໃຈຂອງສິມຂອງວັນແຫ່ງນີ້ ແມ່ນຢູ່ທີ່ແທນ ພຣະປະທານ ເຊິ່ງມີລັກສະນະ ເປັນຫໍຜາສາດແກ້ວ ທີ່ເປັນບ່ອນປະດິດສະຖານ ບັນດາພຣະພຸທທະຮູບ ເຊິ່ງໃນນັ້ນ ເປັນພະພຸທທະຮູບ ປາງຊົງເຄື່ອງ ຊື່ໃນປາງ “ຊີ້ທໍລະນີເປັນພະຍານ“ ຕາມຂໍ້ມູນທ້ອງຖິ່ນເວົ້າວ່າ ພຣະພຸດທະຮູບ ສອງອົງນີ້ ອາດເອົາມາຈາກເມືອງຢູ່ໃກ້ໆ ເຂດຊາຍແດນ ລາວ-ຫວຽດນາມ.

1911

ວັດພັນຫລວງແຫ່ງນີ້ ຍັງມີພຣະພຸທທະຮູບອີກອົງຫນຶ່ງທີ່ຜູ້ຄົນເຄົາລົບນັບຖື ນັ້ນກໍ່ຄື ພຣະສີລາ ຕາມການເລົ່າຂອງຜູ້ເຖົ້າຜູ້ແກ່ເພິ່ນເລົ່າວ່າ ພຣະສີລານີ້ແຕ່ກ່ອນແມ່ນຝັງຢູ່ພິ້ນດິນໂດຍທາງຫນ້າຂອງພຣະພຸທທະຮູບແມ່ນຝັງດິນ ໂດຍປິ່ນຫລັງຂຶ້ນມາເທິງພື້ນດິນ ໃນຫມູ່ບ້ານຂອງລາວກາງ ແຕ່ເຂົາເຈົ້າກໍ່ເອົາດ້ານຫລັງຂອງພຣະອົງນີ້ເປັນທີ່ຝົນມິດແລະພ້າ ຕໍ່ມາເກີດມີຟ້າຝົນພະຍຸເຂົ້າເຮັດໃຫ້ດິນເສາະເຈື່ອນ ຈົນເຮັດໃຫ້ພຣະອົງນີ້ໄຫລກິ້ງລົງຈາກຫມູ່ບ້ານແຫ່ງນັ້ນ ແລະໄຫລມາຕົກທີ່ນ້ຳຄານ ໄຫລມາຢຸດຢູ່ແຖວທ່າປ່າເຝືອນ ( ຊື່ທ່າປ່ເຝືອນກໍ່ໄດ້ມາຈາກພຣະອົງນີ້) ຍ້ອນໄຫລມາຢູ່ທ່ານ້ຳແຫ່ງນີ້ ເຮັດໃຫ້ນ້ຳຄານໄຫລເຝືອຍຂຶ້ນມາ ຈຶ່ງເອິ້ນທ່ານີ້ວ່າ ທ່າປ່າເຝືອນ ຈາກນັ້ນບັນດາ ຜູ້ເຖົ້າຜູ້ແກ່ ຂອງບ້ານ ອາຮາມ ວິຊຸນ ແລະອາໄພ ກໍ່ມາອະຣາດທະນານິມົນເພິ່ນຂຶ້ນຈາກນ້ຳແຕ່ກໍ່ບໍ່ສາມາດຍົກຂຶ້ນໄດ້ ຈົນເຖົ້າແກ່ບ້ານພັນຫລວງມາເຮັດພິທີອະຣາດທະນາພຣະສິລາອົງນີ້ ຈຶ່ງຍົກຂຶ້ນແບບເບົາໂຍ່ງແບບອັດສະຈັນ ຈາກນັ້ນພຣະສິລາອົງນີ້ກໍ່ປະດິດສະຖານຢູ່ທີ່ວັດພັນຫລວງມາຈົນຮອດປະຈຸບັນນິ້ (ສ່ວນປີໃດນັ້ນ ແມ່ນບໍ່ມີຂໍ້ມູນ)

ເຮືອຊ່ວງຂອງວັດພັນຫລວງ ແມ່ນເຮືອຊ່ວງເຈົ້າກົມມະຂຸນ ແມ່ນເອົາໄວ້ຢູ່ພັນຫລວງ ເຮືອດັ່ງກ່າວກໍ່ໄດ້ໂປດເປ່ເພພັງ ໄປຕາມການເວລາ ຫລັງຈາກນັ້ນໄທບ້ານພັນຫລວງ ຈຶ່ງສ້າງເຫລັ້ມໃຫມ່ຂຶ້ນມາແທນ ຕົກມາຮອດ ປີ ຄສ 1976 ຈຶ່ງໄປເອົາເຮືອຕຳຫລວດມາພາຍ (ຈຶ່ໄດ້ວ່າເຮືອຊ່ວງຈະຫນັກ ແຫນ້ນຫາ ທາງສີຂຽວ ດອກດວງຈະທາສີຂາວ ) ຕໍ່ມາແມ່ນຂາຍລຳເກົ່າອອກ ຈາກນັ້ນມາກະຊວງພາຍໃນມາຕິດຕໍ່ ຂໍເອົາເຮືອຕຳຫລວດເກົ່າລົງໄປວຽງຈັນ
ດັ່ງນັ້ນ ທຸພັນທະວົງ ຈຶ່ງສ້າງເຫລັ້ມໃຫມ່ຂຶ້ນມາແລ້ວກໍ່ຂາຍອອກໄປ ກໍ່ເລີຍບໍ່ມີເຮືອຊ່ວງຈົນມາເຖິງ ປີ ຄສ 2014 ຈຶ່ງພາກັນມາສ້າງເຫລັ້ມປະຈຸບັນນີ້ຂຶ້ນມາເປັນເຮືອແບບຕິດ (ບໍ່ແມ່ນເຮືອຂຸດ ທີ່ຂຸດຈາກໄມ້ລຳດຽວ)

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...