spot_img
Homeຂ່າວການພັດທະນາສຳ­ເລັດ​ເກືອບ 60% ໂຄງ­ການ​ຟື້ນ​ຟູ ​ທາງ​ເລກ 9 ສັນ­ຍາ 2

ສຳ­ເລັດ​ເກືອບ 60% ໂຄງ­ການ​ຟື້ນ​ຟູ ​ທາງ​ເລກ 9 ສັນ­ຍາ 2

Published on

ໂຄງ­ການ​ຟື້ນ​ຟູ​ທາງ​ເລກ 9 ແຂວງ​ສະ­ຫວັນ​ນະ​ເຂດ​ສັນ­ຍາ 2 ໄດ້​ຮັບ​ທຶນ​ກໍ່­ສ້າງ​ຈາກ​ກອງ​ທຶນ​ບູ­ລະ­ນະ​ຮັກ­ສາ​ທາງ​ຫຼວງ 70% ແລະ​ງົບ­ປະ­ມານ​ຂອງ​ລັດ 30% ໂດຍ​ແມ່ນ​ບໍ­ລິ­ສັດ​ຄູນ​ໄຊ​ພັດ­ທະ­ນາ​ກໍ່­ສ້າງ​ຈຳ­ກັດ​ຜູ້​ດຽວ​ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງ ແລະ​ມີ​ບໍ­ລິ­ສັດ CaRol ຈາກ​ປະ­ເທດ​ຍີ່­ປຸ່ນ​ແນະ­ນຳ​ທາງ​ດ້ານ​ເຕັກ​ນິ​ິກ ແລະ​ລັດ​ວິ​ສາ​ຫະ​ກິດ​ວິ​ສາ​ວະ​ກຳ​ຄົມ­ມະ­ນາ­ຄົມ​ຮ່ວມ​ກັບ​ລັດ​ວິ​ສາ​ຫະ​ກິດ​ສຳຫຼວດ​ອອກ​ແບບ ແລະ​ວິ­ໄຈ​ວັດ​ສະ​ດຸ​ກໍ່­ສ້າງ​ເປັນ​ບໍ­ລິ­ສັດ​ທີ່​ປຶກ­ສາ, ລວມ​ມີ​ໄລ­ຍະ​ທາງ​ທັງ​ໝົດ 100 ກິ­ໂລ­ແມັດ, ໃນ​ມູນ​ຄ່າ​ການ​ລົງທຶນ​ທັງ​ໝົດ 319 ຕື້້​ກວ່າ​ກີບ, ຊຶ່ງ​ການ​ກໍ່­ສ້າງ​ໄດ້​ແບ່ງ​ອອກ​ເປັນ 3 ຕອນ​ຄື: ຕອນ​ທີ 1 ແມ່ນ​ເລີ່ມ​ຈາກ ກິ­ໂລ­ແມັດ​ທີ  105 ເມືອງພະ​ລານ​ໄຊຫາ ກິ­ໂລ­ແມັດ​ທີ 126 ດົງ​ກະ­ເພາະ, ຕອນ​ທີ 2 ແມ່ນ​ເລີ່ມ​ຈາກ​ກິ­ໂລ­ແມັດ​ທີ 126 ດົງ​ກະ­ເພາະ​ກິ­ໂລ­ແມັດ​ທີ 149 ບ້ານ​ເຊ ທ່າ​ມວກ ແລະ​ຕອນ​ທີ 3 ແມ່ນ ກິ­ໂລ­ແມັດ​ທີ 185 ຂົວ​ຫ້ວຍ​ຢອນຫາ ກິ­ໂລ­ແມັດ​ທີ 242 ຊາຍ​ແດນ​ລາວŒຫວຽດ­ນາມ.

ຕາມ​ການ​ລາຍ​ງານ​ຂອງ​ທ່ານ​ຫົວໜ້າ​ໂຄງ­ການ​ຟື້ນ​ຟູ​ທາງ​ເລກ 9 ແຂວງສະ­ຫວັນ​ນະ​ເຂດສັນ­ຍາ 2 ເມື່ອ​ບໍ່​ດົນມາ​ນີ້​ໄດ້​ໃຫ້​ຮູ້​ວ່າ:ພາຍ­ຫຼັງ​ທີ່​ເລີ່ມ​ລົງ­ມື ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ນັບ​ແຕ່​ເດືອນ ພຶດ­ສະ­ພາ 2014 ເປັນ­ຕົ້ນ​ມາ, ມາ​ຮອດປະ­ຈຸ​ບັນ​ນີ້, ໂຄງ­ການ​ແມ່ນ​ມີ​ຄວາມຄືບ​ໜ້າ​ຫຼາຍ​ດ້ານ, ທຽບ­ໃສ່​ແຜນ­ການແມ່ນ ບັນ­ລຸ​ໄດ້​ແລ້ວ​ເກືອບ 60% ໃນ​ນີ້ໄດ້​ຂຸດ​ຮື້​ໜ້າ​ທາງ​ເກົ່າ​ມີ​ຄວາມ​ຍາວ 27,50 ກິ­ໂລ­ແມັດ, ຈົກ​ວັດ​ສະ​ດຸ​ທີ່​ບໍ່ເໝາະ​ສົມ​ອອກ ແລະ​ຖົມ​ຄືນ​ດ້ວຍ​ວັດ ສະ​ດຸ​ດີ​ກໍ່­ສ້າງ​ຊັ້ນ​ພື້ນ​ທາງ​ໄດ້ 23,77 ກິ­ໂລ­ແມັດ, ປູ­ຢາງ​ອາ​ສ​ຟານ​ຊັ້ນ 1 ໄດ້ 22,95 ກິ­ໂລ­ແມັດ, ປູ­ຢາງ​ອາ​ສ​ຟານ ຊັ້ນ 2 ໄດ້ 33,22 ກິ­ໂລ­ແມັດ, ຕິດ​ຕັ້ງ ຫຼັກ​ຂອບ​ເຂດ​ສະ­ຫງວນ​ທາງ​ຫຼວງ​ໄດ້ 130 ຫຼັກ.

ຊຶ່ງ​ມາ​ໃນປະ­ຈຸ​ບັນ​ພວກ​ເຮົາ​ແມ່ນພວມ​ຂຸ້ນ­ຂ້ຽວ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ ກໍ່­ສ້າງ​ໃນ​ຕອນ​ທີ 2 ກໍ​ຄື ໃນ​ກິ­ໂລ­ແມັດທີ 126Œ149 ຊຶ່ງ​ເປັນ​ໄລ­ຍະ​ທາງ​ທີ່​ມີ ການ​ເປ່​ເພ​ຫຼາຍ ແລະ​ໜັກ​ທີ່​ສຸດ​ຂອງທາງ​ເລກ 9 ເພື່ອ​ໃຫ້​ສຳ­ເລັດ ແລະ​ໃຫ້​ໄດ້ ມອບŒຮັບ​ໃນ​ທ້າຍ​ເດືອນ​ມິ­ຖຸ­ນາ​ນີ້ພາຍຫຼັງ​ທີ່​ໄດ້​ມອບŒຮັບ ຈິ່ງ​ຈະ​ສືບ­ຕໍ່​ໃນ​ຊ່ວງ​ທີ​ສາມ​ໃນ​ຊ່ວງ​ເມືອງ​ເຊ​ໂປນ​ຫາ​ຊາຍ​ແດນ ເພື່ອ​ໃຫ້​ສຳ­ເລັດ​ຕາມ​ແຜນ­ການ​ທີ່​ວາງ ໄວ້​ໃນ​ປີ 2017 ນີ້.

ທີ່ມາ:logo

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...