spot_img
Homeປະຊາສຳພັນອາກາດຈະ​​ເຢັນ​ລົງ​ເລັກ​ນ້ອຍ ພ້ອມມີ​ລົມ​ພັດ​ແຮງ​ຢູ່​ບາງ​ທ້ອງ​ຖິ່ນ

ອາກາດຈະ​​ເຢັນ​ລົງ​ເລັກ​ນ້ອຍ ພ້ອມມີ​ລົມ​ພັດ​ແຮງ​ຢູ່​ບາງ​ທ້ອງ​ຖິ່ນ

Published on

ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃຫ້​ຮູ້​ວ່າ: ບໍລິ​ເວນ​ຄວາມ​ກົດ​ດັນ​ຕ່ຳຂອງ​ອາກາດ​ຮ້ອນ​ຍັງ​ມີ​ກຳລັງ​ປານ​ກາງ​ປົກ​ຄຸມ​ຢູ່​ທົ່ວ​ທຸກ​ພາກ​ຂອງ​ລາວ, ສົມທົບ​ກັບ​ກະ​ແສ​ລົມ​ຕາ​ເວັນ​ຕົກ-ຕາ​ເວັນ​ຕົກສ່ຽງ​ໃຕ້​ພັດ​ປົກ​ຄຸມ, ​ເຊິ່ງຍັງ​ຈະ​ເຮັດ​ໃຫ້​ອຸນຫະພູມ​ອາກາດ​ຮ້ອນ​ເອົ້າ ​ແລະ ຍັງ​ຈະ​ມີ​ຝົນຕົກ​ຟ້າ​ຄະນອງ ພ້ອມ​ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາດ​ຢູ່​ບາງ​ທ້ອງ​ຖິ່ນ​ໃນ​ແຕ່ລ​ະພາກ.

ພາກ​ເໜືອ​ດ້ານ​ຕາ​ເວັນ​ອອກ: ມີ​ເມກ​ຂະຫຍາຍຕົວ​ໃນ​ຕອນ​ບ່າຍ​ຫາ​ຕອນ​ຄ່ຳ ​ແລະ ຈະ​ມີ​ຝົນຕົກ​ຟ້າ​ຄະນອງ, ພ້ອມມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາດ​ຢູ່​ບາງ​ທ້ອງ​ຖິ່ນ​ແຂວງ​ຜົ້ງ​ສາລີ ​ແລະ ຊຽງ​ຂວາງ. ອຸນຫະພູມ​ຕ່ຳ​ສຸດ 15-17 ອົງສາ ​ແລະ ສູງ​ສຸດ 27-29 ອົງສາ. ພາກ​ເໜືອ​ດ້ານ​ຕາ​ເວັນ​ຕົກ: ມີ​ເມກ​ຂະຫຍາ​ຍຕົວ​ຫລາຍ​ຂຶ້ນ​ໃນ​ຕອນ​ບ່າຍ​ຫາ​ຄ່ຳ ​ແລະ ຈະ​ມີ​ຝົນຕົກ​ຟ້າ​ຄະນອງ ພ້ອມ​ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາດ

​ຢູ່​ບາງ​ທ້ອງ​ຖິ່ນ​ແຂວງ​ບໍ່​ແກ້ວ, ຫລວງ​ນ້ຳ​ທາ, ຫລວງ​ພະ​ບາງ ​ແລະ ​ໄຊ​ຍະ​ບູລີ. ອຸນຫະ ພູມ​ຕ່ຳ​ສຸດ 19-21 ອົງສາ ​ແລະ ສູງ​ສຸດ 35-37 ອົງສາ. ​ເມືອງ​ສິງ ​ແລະ ວຽງ​ພູ​ຄາ: ອຸນຫະ​ພຸມ​ຕ່ຳ​ສຸດ 15-17 ອົງສາ​ ​ແລະ ສູງ​ສຸດ 31-33ອົງສາ.

ສຳລັບ​ນະຄອນຫລວງ​ວຽງ​ຈັນ: ມີ​ເມກ​ຂະຫຍາຍຕົວ​ຫລາຍ​ຂຶ້ນ​ໃນ​ຕອນ​ບ່າຍຫາຄ່ຳ ​ແລະ ຈະ​ມີ​ຝົນຕົກ​ຟ້າ​ຄະນອງ, ພ້ອມ​ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາ​ດຢູ່​ບາງ​ບໍລິ​ເວນ. ອຸນຫະພູມ​ຕ່ຳ​ສຸດ 21-23 ອົງສາ ​ແລະ ສູງ​ສຸດ 34-36 ອົງສາ. ພາກ​ກາງ: ມີ​ເມກ​ຂະ​ຫຍາ​ຍຕົວ​ຫລາຍ​ຂຶ້ນ​ໃນ​ຕອນ​ບ່າຍ​ຫາ​ຕອນ​ຄ່ຳ ​ແລະ ຈະ​ມີ​ຝົນຕົກ​ຟ້າ​ຄະນອງ ພ້ອມ​ມີ​ລົມ​ພັດ​ແຮ​ງ​ເປັນ​ບາງ​ໂອກາດ​ຢູ່​ບາງ​ທ້ອງ​ຖິ່ນ​ແຂວງ​ວຽງ​ຈັນ, ບໍລິ​ຄຳ​ໄຊ, ຄຳ​ມ່ວນ ​ແລະ ສະຫວັນ​ນະ​ເຂດ. ອຸນຫະ​ພູມ​ຕ່ຳ​ສຸດ 20-22 ອົງສາ ​ແລະ ສູງ​ສຸດ 36-38 ອົງສາ, ​ໄຊ​ສົມບູນ: ມີ​ເມກ​ປົກ​ຄຸມ​ເປັນ​ບາງ​ສ່ວນ ​ແລະ ຈະ​ມີ​ຝົນຕົກ​ກະຈາຍ​ເປັນ​ບາງ​​ໂອກາດ. ອຸນຫະພູມ​ຕ່ຳ​ສຸດ 16-18 ອົງສາ ​ແລະ ສູງ​ສຸດ 26-28 ອົງສາ.

ພາກ​ໃຕ້: ມີ​ເມກ​ປົກ​ຄຸມ​ເປັນ​ສ່ວນ​​ຫລາຍ, ຈະ​ມີ​ຝົນຕົກ​ຟ້າ​ຄະນອງ ພ້ອມ​ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາດ​ຢູ່​ບາງ​ທ້ອງ​ຖິ່ນ​ແຂ​ຍງສາລະ​ວັນ, ​ເຊ​ກອງ ​ແລະ ອັດ​ຕະປື. ອຸນຫະພູມ​ຕ່ຳ​ສຸດ 22-24 ອົງສາ ​ແລະ ສູງ​ສຸດ 32-34 ອົງສາ.ສ່ວນ​ເຂດ​ພູ​ພຽງ​ບໍລະ​ເວນ: ຈະ​ມີ​ຝົນຕົກ​ກະຈາຍ​ພ້ອມ​ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາດ. ອຸນຫະພູມ​ຕ່ຳ​ສຸດ 13-15ອົງສາ ​ແລະ ສູງ​ສຸດ 25-27 ອົງສາ.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...