spot_img
HomeມູມໄອທີລາວHTC ເປີດໂຕສະມາດໂຟນໃໝ່ Desire 830 ມາພ້ອມກັບລະບົບສຽງ BoomSound

HTC ເປີດໂຕສະມາດໂຟນໃໝ່ Desire 830 ມາພ້ອມກັບລະບົບສຽງ BoomSound

Published on

HTC ໄດ້ປະກາດເປີດໂຕສະມາດໂຟນລຸ້ນໃໝ່ສຳລັບຕະຫຼາດສະມາດໂຟນໃນໄຕ້ຫວັນນັັ້ນກໍຄື: Desire 830. ໂດຍລຸ້ນນີ້ແມ່ນຈະມາແທນທີ່ສະມາດໂຟນລະດັບກາງແບບ Desire 820 ທິ່ອອກແບບດ້ວຍປຼາສຕິກ. ໜຶ່ງໃນຈຸດເດັ່ນທີ່ສຳຄັນສຳລັບລຸ້ນນີ້ແມ່ນລະບົບສຽງແບບ BoomSound ທີ່ເປັນເອກະລັກຂອງ HTC.

image

ສຳລັບ Desire 830 ມີສັດສ່ວນຢູ່ທີ່ 157.5 x 78.9 x 7.79 ມມ ແລະໃນສ່ວນຂອບໂຕເຄື່ອງແລະວົງແຫວນອ້ອມຮອບກ້ອງ ແມ່ນຖືກອອກແບບມາດ້ວຍສີສັນທີ່ສວຍງາມ ແຕ່ວ່າມີພຽງແຕ່ 2 ສີເທົ່ານັ້ນຄື: ສີຟ້າ ແລະ ສີແດງ.

ໃນດ້ານສະເປັກຂອງ Desire 830 ແມ່ນໃຊ້ງານຊິບປະມວນຜົນ octa-core MediaTek Helio X10 ຄວາມແຮງຢູ່ທີ່ 1.5GHz, RAM 3GB ແລະພື້ນທີ່ໂຕເຄື່ອງ 32GB ສາມາດເພີ່ມ microSD ເສີມໄດ້ສູງສຸດ 128GB

image

ກ້ອງຫຼັງມີຄວາມລະອຽດ 13 ລ້ານພິກເຊວ  ພ້ອມກັບລະບົບ OIS ແລະຮູຮັບແສງ f/2.0. ສ່ວນກ້ອງໜ້າມີຄວາມລະອຽດ 4 ລ້ານພິກເຊວ, ຮູຮັບແສງ f/2.0 UltraPixel. ໂຕເຄື່ອງບັນຈຸແບັດເຕີຣີຂະໜາດ 2,800mAh

ສຳລັບລາຄາຂອງ Desire 830 ທີ່ຈະຂາຍໃນໄຕ້ຫວັນວັນທີ 6 ພຶດສະພານີ້ ແມ່ນ 9900 NTD (2.520.000 ກີບ). ສຳລັບຂ່າວເລື່ອງການຈະນຳອອກມາຈຳໜ່າຍນອກປະເທດນັ້ນຕອນນີ້ຍັງບໍ່ມີລາຍງານອອກມາໃດໆ

ທີ່ມາ:gsmarena

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...