spot_img
Homeວັນນະກຳເລື່ອງສັ້ນ"ເຈົ້າ ກັບ ເຂົາ ແລະ ເຮົາສາມຄົນ" ແບບສະບັບຂອງລາວ ຕອນ 5

“ເຈົ້າ ກັບ ເຂົາ ແລະ ເຮົາສາມຄົນ” ແບບສະບັບຂອງລາວ ຕອນ 5

Published on

ອ່ານຕໍ່ຈາກວ່ານນີ້

ເຖິງຄ່ຳຄືນວານນີ້ຈະເປັນຄືນທີ່ໂຊກຮ້າຍຂອງພວກເຂົາທັງສາມຄົນ ແຕ່ດ້ວຍຄວາມຮັບຜິດຊອບທີ່ມີຕໍ່ວຽກງານ ເຊົ້າມື້ຕໍ່ມາ ຄິ້ມ ແລະ ນ້ອຍ ກໍ່ຕ້ອງຝືນຕົວເອງມາເຮັດວຽກ ເພາະນ້ອຍເອງກໍ່ມີນັດລົມວຽກກັບລູກຄ້າ ສ່ວນວຽກຄິ້ມກໍ່ສຳຄັນ ແລະ ຂາດບໍ່ໄດ້ ສ່ວນ ບີ້ ແມ່ນສະບາຍແນ່ຈັກໜ້ອຍເພາະເປີດຮ້ານເສີມສວຍຢູ່ເຮືອນຢາກເປີດຢາກປິດກໍ່ໄດ້ຕາມໃຈນາງ

ເຊົ້າມື້ນີ້ ນ້ອຍຮູ້ສຶກວ່າເປັນວຽກມີບັນຫາຕິດຂັດຫຼາຍໃນການອະທິບາຍງານ ເພາະຂາດສະມາທິ ແລະ ອິດເມື່ອຍເພາະບໍ່ໄດ້ລັຍຍອຍຈາກມື້ຄືນນີ້ແນ່ ແຕ່ກໍ່ຍັງໂຊກດີທີ່ເປິ້ນ ຊ່ວຍອະທິບາຍໃນບາງຂອດວຽກທີ່ນ້ອຍຄາ.

ທາງຄິ້ມກໍ່ເຮັດວຽກດ້ວຍຄວາມເຫງົາຫງັອຍອ່ອນເພຍ ແຕ່ວຽກຂອງຄິ້ມບໍ່ແມ່ນພາກສ່ວນບໍລິການຈິ່ງບໍ່ຄ່ອຍມີບັນຫາປານໃດ ເພາະລາວຢູ່ຝ່າຍ IT ຄຳແສງ ສັງເກດເຫັນຄິ້ມອິດເມື່ອຍແຮງລາວເລີຍຍ່າງເຂົ້າໄປຖາມດ້ວຍຄວາມເປັນຫ່ວງ ແຕ່ຄິ້ມກໍ່ບໍ່ໄດ້ເວົ້າຫຍັງຫຼາຍ ມີແຕ່ສະແດງຄຳຂອບໃຈຕໍ່ການເປັນຫ່ວງຂອງໝູ່

ຫຼັງຈາກເລີກວຽກຕອນບ່າຍ ນ້ອຍ ກັບເປິ້ນໄດ້ໄປກິນໝີ່ກ້ຽວແຖວສີຫອມ ໃນລະຫວ່າງນັ່ງຖ້າໝີ່ກ້ຽວນ້ອຍໄດ້ຈົກໂທລະສັບຈາກກະເປົາພາຍຂອງຕົນອອກມາເບິ່ງ ໃນໃຈຫວັງວ່າຈະມີສາຍຄິ້ມໂທເຂົ້າມາ ຫຼື ມີຂໍຄວາມສົ່ງເຂົ້າມາຂໍໂທດ ຫຼື ງໍ້ຕົວເອງ ແຕ່ຜົນປະກົດຄື ບໍ່ມີທັງຂໍ້ຄວາມ ແລະ ບໍ່ມີທັງສາຍໂທເຂົ້າເລີຍແມ້ແຕ່ສາຍດຽວ ນ້ອຍແຮງຮູ້ສຶກຄຽດໃຫ້ຄິ້ມຂຶ້ນຕື່ມອີກ.

ທາງຝ່າຍຄິ້ມຫລັງຈາກເລີກວຽກຕອນສວາຍ ສິ່ງທີ່ລາວເຮັດທຳອິດແມ່ນຟ້າວໄປເລາະຊື້ໂທລະສັບໜ່ວຍໃໝ່ ບາດນີ້ຊື້ສອງໜ່ວຍເລີຍ ເພື່ອເອົາໄວ້ລົມກັບສອງຄົນ, ທາງສາວບີ້ກໍ່ຄອງໂທລະສັບຈາກຄິ້ມໂທມາງໍ້ ແຕ່ກໍ່ບໍ່ມີວີ່ແວວແຮງເຮັດໃຫ້ລາວຮ້ອນຮົນ ຫງຸດງິດທັງວັນ ໃຜເວົ້າຫຍັງນຳກໍ່ບໍ່ຢາກເວົ້າ ບໍ່ຢາດຕອບ ມີແຕ່ຢາກຮ້າຍໃສ່ຖ້າມີຄົນມາຖາມຈູ້ຈີ້ຫຼາຍ ຈົນບໍ່ມີໃຜກ້າເຂົ້າໃກ້ແມ້ແຕ່ແມ່ຂອງລາວເອງ.

ເມື່ອຄິ້ມຊື້ໂທລະສັບແລ້ວໆ ລາວກໍ່ຟ້າວກັບມາຫ້ອງການ ເພາະຢ້ານເຂົ້າວຽກບໍ່ທັນ ຫຼັງຈາກນັ້ນລາວກໍ່ຟ້າວເອົາຊິມໂທລະສັບຈາກໜ່ວຍເກົ່າລາວອອກມາໃສ່ໜ່ວຍໃໝ່ ແລ້ວກໍ່ສາກໄວ້ຄາດວ່າຕອນເລີກວຽກກໍ່ພໍດີສາກຄົບຕາມຊົ່ວໂມງທີ່ກຳນົດໄວ້.

ເປິ້ນເຫັນນ້ອຍເຊັງຫຼາຍ ເລີຍພານ້ອຍໄປນັ່ງຫຼິ້ນກິນຕຳໝີ່ ກິນນ້ຳປັ່ນທີ່ແຄມຂອງ ຫວັງວ່າຈະຊ່ວຍໃຫ້ໝູ່ຮູ້ສຶກດີຂຶ້ນ ແຕ່ມັນບໍ່ເປັນໄປດັ່ງທີ່ຄິດ ເພາະບັງເອີນຮ້ານທີ່ເປິ້ນພານ້ອຍໄປຊ້ຳພັດເປັນຮ້ານທີ່ຄິ້ມພານ້ອຍມາກິນເປັນປະຈຳ ນ້ອຍແຮງຮູ້ສຶກໂຫຍຫາ ເຖິງຄິ້ມຫຼາຍກ່ວາເດີມ ເມື່ອຄິດເຫັນພາບເກົ່າໆ ນ້ອຍໄດ້ໃຊ້ໄມມ້ຖູ່ເຂ່ຍໆຖາດຕຳໝີ່ສິຄີບເອົາຕ່ອນໃດກະບໍ່ຄືບ ເປິ້ນເລີຍບອກໃຫ້ນ້ອຍວ່າ ຢ່າເຂ່ຍ ສິກິນໂຕໃດກະຄີບອອກໄປໄວໆມັນຄຸງຖາດ ນ້ອຍຊຶງຢູ່ຈາກນັ້ນ ນ້ຳຕານ້ອຍກໍ່ຄ່ອຍໆໄຫລອອກມາໂດຍທີ່ບໍ່ສຽງ (ໄຫ້ຫງຽບໆ) ເມື່ອເປິ້ນເຫັນໝູ່ນ້ຳຕາໄຫລ ລາວກໍ່ຟ້າວດຶງເອົາທິດຊູ້ມາເຊັດນ້ຳຕາໃຫ້ໝູ່ ແຕ່ເຖິງຈະເຊັດພຽງໃດນ້ຳຕານ້ອຍກໍ່ບໍມີທ່າທີວ່າຈະເຊົາໄຫລ ແຕ່ແຮງໄຫລອອກເລື່ອຍໆ ນ້ອຍໄດ້ໝູບໜ້າລົງໂຕະເພື່ອປິດບັງບໍ່ໃຫ້ຄົນອື່ນເຫັນນ້ຳຕາຂອງຕົນເອງ ນ້ອຍພະຍາຍາມກັ້ນນ້ຳຕາເອົາໄວ້ແຕ່ມັນກັ້ນບໍ່ຢູ່ ເມື່ອເປິ້ນເຫັນທ່າບໍ່ດີລາວກໍ່ຟ້າວຈ່າຍເງິນ ແລະ ພານ້ອຍກັບເມືອທີ່ຫ້ອງໂດຍດ່ວນ.

ທາງຄິ້ມ ຫຼັງຈາກກິນເຂົ້າກິນນ້ຳແລ້ວ ລາວກໍ່ຟ້າວເປີດໂທລະສັບ ແລະ ໂທຫານ້ອຍທັງທີແຕ່ໂທເທົ່າໃດນ້ອຍກໍ່ບໍ່ຮັບສາຍ ສົ່ງຂໍ້ຄວາມຫາກໍ່ບໍ່ຕອບ ເພາະນ້ອຍບໍ່ໄດ້ຍິນ ລາວປິດລະບົບສຽງໄວ້ ບໍ່ໃຫ້ມັນສຽງ ແລະ ບໍ່ໃຫ້ສັ່ນອີກ, ຄິ້ມໂທຫາຈົນຮອດ 50 ສາຍ ນ້ອຍກໍ່ບໍ່ຮັບ ຄິ້ມເລີຍຟ້າວຈັບລົດບິດໄປຫານ້ອຍທີ່ຫ້ອງແຖວນ້ອຍ ພໍມາຮອດຫ້ອງກໍ່ເປັນເໝືອນເດີມນ້ອຍບໍ່ຍອມເປີດຫ້ອງໃຫ້ ຄິ້ມທັງຫ້ອງທັງໂທຫາ ທັງເຄາະປະຕູນ້ອຍກໍ່ບໍ່ມາເປີດໃຫ້ ສຸດທ້າຍເປິ້ນລຳຄານ ແລະ ຢ້ານຫ້ອງຂ້າງໆເຂົາເວົ້າໃຫ້ລາວກໍ່ເລີຍຍອມມາໄຂປະຕູໃຫ້ ຄິ້ມຟ້າວແລ່ນເຂົ້າໄປໃນຫ້ອງ ແຕ່ກໍ່ບໍ່ພົບຮ້ອຍ ເພາະນ້ອຍໄດ້ຂັງຕົວເອງໃນຫ້ອງນອນ ຄິ້ມໄດ້ຂໍຫ້ອງໃຫ້ນ້ອຍອອກມາແຕ່ນ້ອຍກໍ່ບໍ່ຍອມອອກມາ ຄິ້ມວ່າສິພັງປະຕູເຂົ້າໄປ ແຕ່ເປິ້ນກໍ່ບໍ່ຍອມໃຫ້ຄິ້ມເຮັດ ຄິ້ມນັ່ງອະທິບາຍເລື່ອງຕ່າງໆໃຫ້ນ້ອຍຟັງທີ່ໜ້າປະຕູຫ້ອງນອນ ແລະ ນ້ອຍກໍ່ມານັ່ງຟັງ ທັງສອງນັ່ງອີງຫຼັງໃສ່ກັນແຕ່ທີ່ຂັ້ນກາງໄວ້ຄືປະຕູບານດຽວ. ເປິ້ນກະບໍ່ຈັກສິເຮັດແນວໃດ ລາວເລີຍປ່ອຍໃຫ້ສອງຄົນນີ້ປັບຄວາມເຂົ້າໃຈກັນ ຈົນຮອດ 24:00ໂມງ ເປິ້ນເລີ່ມຢາກນອນແຮງແລ້ວລາວເລີຍບອກໃຫ້ຄິ້ມກັບເມືອເຮືອນກ່ອນ ມື້ໜ້າຈິ່ງກັບມາງໍ້ໃໝ່ ແຕ່ຄິ້ມບໍ່ເມືອຄືນນີ້ຂໍນອນຢູ່ໂຊຟາທີ່ຫ້ອງແທນ ເພື່ອມື້ອື່ນເຊົ້າຈະໄດ້ຕື່ນຂຶ້ນມາພົບກັບນ້ອຍ ເພາະມື້ອື່ນຈັ່ງໃດນ້ອຍກໍ່ຕ້ອງອອກຈາກຫ້ອງນອນ ເພື່ອໄປເຮັດວຽກຢູ່ແລ່ວ ເປິ້ນຈົນປັນຍາກໍ່ເລີຍຈັດກຽມບ່ອນນອນໃຫ້ຄິ້ມນອນຕາມຈຸດປະສົງຂອງຄິ້ມສະ ແລ້ວເປິ້ນກໍ່ເຂົ້າໄປນອນໃນກ້ອງກັບນ້ອຍ

ຄິ້ມລົງທຶນມານອນເຝົ້າຂະໜາດນີ້ແລ້ວ ນ້ອຍຈະຍອມໃຈອ່ອນຍົກໂທດໃຫ້ຄິ້ມຫຼືບໍ່ ແລະ ຄິ້ມຈະມີວິທີໃດໄປຂໍຄືນດີກັບ ບີ້ເຮົາຕ້ອງຕິດຕາມຕອນຕໍ່ໄປ

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌

 

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...