spot_img
Homeຂ່າວທ້ອງຖິ່ນກຸ່ມຊາວນາເມືອງພຽງ ຮຽນຮູ້ເຕັກນິກການປູກເຂົ້າ ແບບກະເສດສຸມ

ກຸ່ມຊາວນາເມືອງພຽງ ຮຽນຮູ້ເຕັກນິກການປູກເຂົ້າ ແບບກະເສດສຸມ

Published on

ເພື່ອແນໃສ່ຍຸດທະສາດຂອງເມືອງ ໃຫ້ປະກົດຜົນເປັນຈິງ ໃນການສົ່ງເສີມການຜະລິດສະບຽງອາຫານ, ປູກເຂົ້າ, ປູກພືດ, ລ້ຽງສັດໃຫ້ກາຍເປັນສິນຄ້າ ສົມກັບຄຳຂວັນຂອງເມືອງພຽງທີ່ວ່າ: ສ້າງເມືອງພຽງເປັນເມືອງຜະລິດ ສະບຽງອາຫານ ຕິດພັນກັບການປຸງແຕ່ງ, ບໍລິການທາງຜ່ານ, ທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ,  ດັ່ງນັ້ນ ວັນທີ 22 ເມສາຜ່ານມານີ້ຢູ່ ທີ່ສູນ 30 ຮຕ ເມືອງພຽງ ພາກສ່ວນກ່ຽວຂ້ອງ ແລະ ກຸ່ມຊາວນາເມືອງພຽງ ໄດ້ເຂົ້າຊົມການສາທິດທົດລອງ ການປູກເຂົ້າຈ້າວ, ເຂົ້າກ່ຳຂອງບໍລິສັດຊີນຢວນ ທີ່ໄດ້ທົດລອງນຳໃຊ້ດິນຢູ່ສູນ ທົດລອງ 30 ເຮັກຕາ ເມືອງພຽງ ເປັນບ່ອນທົດລອງປູກເຂົ້າຈ້າວ ອັນໄດ້ສ້າງຄວາມສົນໃຈໃຫ້ແກ່ຊາວນາ.

ທ່ານ ສົມຫວັງ ສີສົມພອນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງພຽງ ໃຫ້ຮູ້ວ່າ: ການ ປູກເຂົ້າຂອງບໍລິສັດຊີນຢວນຂອງຈີນ ຢູ່ສູນ 30 ເຮັກຕານີ້ ຈະມີແນວພັນເຂົ້າຢູ່ 21 ກວ່າຊະນິດ ຈະເປັນເຂົ້າຈ້າວ ໂດຍແຕ່ລະຊະນິດຜົນຜະລິດຈະບໍ່ເທົ່າກັນເຊັ່ນ: ແນວພັນເຂົ້າຈ້າວຈິງເຢວ 18 ຈະໃຫ້ຜົນຜະລິດໄດ້ 8 ໂຕນຕໍ່ເຮັກຕາ ເຫຼືອນັ້ນແນວພັນເຂົ້າຈ້າວອື່ນໆ ຈະໃຫ້ຜົນຜະລິດຕ່ຳສຸດບໍ່ຫຼຸຸດ 6 ໂຕນຕໍ່ເຮັກຕາ. ການປັກດຳ ແມ່ນຈະໃສ່ແບບກະເສດສຸມ ນຳໃຊ້ກົນຈັກເຂົ້າຊ່ວຍ ເພື່ອປະຢັດແຮງງານເຊັ່ນ: ການເຮັດນາຢອດເມັດ, ການເຮັດ ນາຫວ່ານ, ການໃຊ້ລົດດຳນາ ຫຼື ວ່າໃຊ້ຄົນດຳ ອີງໃສ່ກໍລະນີຕົວຈິງ. ນອກນີ້ ຍັງໄດ້ສັງເກດຮຽນຮູ້ວ່າ ແນວພັນເຂົ້າຊະນິດໃດ ທີ່ເໝາະກັບດິນຟ້າອາກາດຂອງບ້ານເຮົາ.

ທ່ານ ສົມຫວັງ ຍັງໄດ້ກ່າວຕື່ມວ່າ: ຈຸດປະສົງການມາເບິ່ງ ແລະ ສັງເກດການສາທິດປູກເຂົ້າຂອງ ບໍລິສັດຊີນ ຢວນຂອງຈີນຄັ້ງນີ້ ກໍເພື່ອໃຫ້ກຸ່ມຊາວນາ ໄດ້ຮັບຮູ້ເຕັກນິກການປູກເຂົ້າແບບກະເສດສຸມ, ປູກເຂົ້າດ້ວຍເຕັກນິກໃໝ່ ເພື່ອສ້າງມູນຄ່າເພີ່ມໃຫ້ແກ່ຊາວນາ ແລະ ຄາດວ່າພາຍຫຼັງທີ່ໄດ້ມາເບິ່ງ ພ້ອມທັງໄດ້ຮັບຮູ້ການອະທິບາຍຈາກວິຊາການ ຂອງບໍລິສັດຊີນຢວນຄັ້ງນີ້ເຫັນວ່າ: ຊາວນາທຸກໆທ່ານກໍຈະມີ ແຜນປູກໃນລະດູນາປີ 2016 ນີ້ 2.000 ເຮັກຕາ, ຄາດວ່າເມືອງພຽງຈະມີເຂົ້າກຸ້ມກິນ ແລະ ຂາຍກາຍເປັນສິນຄ້າບໍ່ ຕ່ຳກວ່າ 14 ພັນໂຕນ ທັງນາ ແຊງ ແລະ ນາປີ ຄຽງຄູ່ກັນນີ້ ທາງບໍລິສັດຍັງຈະໄດ້ສ້າງໂຮງງານອົບແຫ້ງເຂົ້າ, ລານຕາກເຂົ້າ ພ້ອມທັງສົ່ງເສີມໃຫ້ກຸ່ມຊາວນາ ນຳໃຊ້ແນວພັນທີ່ໄດ້ຮັບຜົນຜະລິດສູງ ດ້ວຍຮູບແບບ 2+3 ແລະ ຮັບຊື້ຕາມລາຄາເຊັນໄວ້ 1 ເຮັກຕາ ທາງບໍລິສັດ ຈະຫັກເອົາຕົ້ນທຶນ 2 ລ້ານກີບ ເຫຼືອນັ້ນແມ່ນໃຫ້ກຸ່ມຊາວນາ ພ້ອມທັງຈະຮັບຊື້ເຂົ້ານຳຊາວນາຕື່ມອີກ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...