spot_img
Homeຂ່າວພາຍ​ໃນຫົວໜ້າກະສິກຳຯເມືອງໜອງບົກເຜີຍ ປີນີ້ຜະລິດເຂົ້ານາແຊງ ບໍ່ບັນລຸຕາມແຜນການ!

ຫົວໜ້າກະສິກຳຯເມືອງໜອງບົກເຜີຍ ປີນີ້ຜະລິດເຂົ້ານາແຊງ ບໍ່ບັນລຸຕາມແຜນການ!

Published on

ຂປລ. ທ່ານ ຄຳມອນ ພົມວິພັກ ຫົວໜ້າຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງໜອງບົກ ໄດ້ໃຫ້ສຳພາດ ຕໍ່ສື່​ມວນ​ຊົນ​ເມື່ອ​ບໍ່​ດົນ​ນີ້​ວ່າ: ການຜະລິດເຂົ້ານາແຊງໃນປີນີ້ ແຜນສູ້ຊົນແມ່ນ 2.100 ເຮັກຕາ, ມາຮອດປະຈຸບັນເກັບກ່ຽວ ໄດ້ແລ້ວ 25% ຂອງເນື້ອທີ່ປັກດຳຕົວຈິງ.

ການຜະລິດເຂົ້ານາແຊງ ຂອງກະສິກອນ ໃນທົ່ວເມືອງ ໜອງ​ບົກ ປີນີ້ບໍ່ສາມາດບັນລຸຕາມແຜນການ ເນື່ອງຈາກວ່າ ລະບົບຊົນລະປະທານບໍ່ມີຄວາມພ້ອມ ໂດຍສະເພາະແມ່ນລະບົບ ຫົວງານຈັກສູບນ້ຳຕ່າງໆ ບໍ່ໄດ້ນຳໃຊ້ເຖິງ 5 ໂຄງການ ແລະ ໄດ້ນຳໃຊ້ 21 ໂຄງການ, ແຕ່ມີບາງໂຄງການ ຍັງມີຄວາມລ້າຊ້າ ຍ້ອນວ່າໄດ້ມີການປັບປຸງ​ ແລະ ບໍ່ໄດ້ຕາມແຜນການ, ນອກຈາກນີ້ແລ້ວ ຍັງມີບັນຫາກ່ຽວກັບ ເຂົ້າເປັນເພ້ຍ, ໄປຄຽງຄູ່ກັນນັ້ນ ປະຊາຊົນໃນບາງເຂດ ໄດ້ຢຸດເຊົາການຜະລິດເຂົ້ານາແຊງ ເນື່ອງຈາກຕົ້ນທຶນ ໃນການຜະລິດສູງ ໂດຍສະເພາະ ແມ່ນຄ່າໃຊ້ຈ່າຍຕ່າງໆ, ລາຄາເຂົ້າແມ່ນຍັງບໍ່ມີການຮອງຮັບ ຈຶ່ງໄດ້ຫັນໄປປະກອບ ອາຊີບໃໝ່ ເຊັ່ນ: ປູກໝາກເຜັດ, ສາລີ, ໝາກຖົ່ວ, ໝາກແຕງ ແລະ ຜັກຊະນິດຕ່າງໆ.

 

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...