spot_img
Homeຂ່າວການພັດທະນາທ້າຍ​ປີ​ນີ້​ລາວ​ຈະ​ຜະລິດ​ໄຟຟ້າ​ໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງການ

ທ້າຍ​ປີ​ນີ້​ລາວ​ຈະ​ຜະລິດ​ໄຟຟ້າ​ໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງການ

Published on

ກະຊວງ​ພະລັງງານ ​ແລະ ບໍ່​ແຮ່​ໃຫ້​ຮູ້​ວ່າ: ປັດຈຸບັນ​ຕົວ​ເລກ​ການ​ຊົມ​ໃຊ້​ໄຟຟ້າ​ຢູ່​ປະ​ເທດ​ເຮົາ​ແມ່ນ​ເພີ່ມ​ຂື້ນຫຼາຍ, ​ເຮັດ​ໃຫ້ບັນຫາການ​ສະໜອງ​ໄຟຟ້າຕໍ່​ຜູ້​ຊົມ​ໃຊ້,​ໂດຍ​ສະ​ເພາະ​ແມ່ນ​ລະດູ​ແລ້ງ​ຊຶ່ງ​ຕ້ອງ​​ໄດ້​ນຳ​ເຂົ້າ​ໄຟຟ້າຈາກບັນດາ​ປະ​ເທດ​ໃກ້​ຄຽງ​ເຊັ່ນ: ຈີນ​,ຫວຽດນາມ, ​ໄທ,​ໃນ​ລາຄາ​ສູງ​ກວ່າ​ລາຄາ​ສົ່ງ​ອອກ ​ແລະຕາມ​ການ​ປະ​​ເມີນ​ຂອງ​ລັດຖະ ບານ​ກ່ຽວ​ກັບ​ຕົວ​ເລກ​ການ​ນຳ​ໃຊ້​​ໄຟຟ້າ​ໃນ​ປີ ຜ່ານມາ​ມີ​ສູງ​ເຖິງ 3000 ລ້ານ​ກິ​ໂລ​ວັນ​ໂມງ, ​ແຕ່​ຍອດ​ການ​ຜະລິດ​ມີ​ພຽງ 15, 469ລ້ານ​ກະ​ໂລ​ວັດ​ໂມງ ​ແລະ ມາ​ຮອດ​ປັດຈຸບັນ​ອັດຕາ​ການ​ຊົມ​ໃຊ້​ໄຟຟ້າ​ກວມ 87 %

ຂອງ​ຈຳນວນ​ຄອບຄົວ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ,ດັ່ງ​ນັ້ນ​ເພື່ອ​ຮັບ​ມື​ກັບ​ການ​ສະໜອງ​ໄຟຟ້າ​ໄດ້​ພຽງພໍ,ກະຊວງ​ພະລັງງານ ​ແລະ ບໍ່​ແຮ່​ຈະ​ຕ້ອງ​ສຸມ​​ໃສ່​ສ້າງ​ສາຍ​ສົ່ງ​ເຊື່ອມ​ຕໍ່​ຫາ​ກັນ​ໃນ​ແຕ່​ລະ​ພາກ​ໃນ​ທົ່ວ​ປະ​ເທດ​ໃຫ້​ສຳ​ເລັດ,​ເພື່ອ​ລໍ້​ຖ້າ​ຮອດ​ທ້າຍ​ປີ2016 ນີ້,ຊ່ຶງ​ມີ​ຫຼາຍ​ກວ່າ 20 ​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ຈະ​ເລີ່​ມຜະລິດ​ກະ​ແສ​ໄຟຟ້າ​ໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງການທັງ​ລະດູ​ຝົນ ​ແລະ ລະດູ​ແລ້ງ ​ແລະ ​ໃນ​ປີຜ່ານມາ​ຂ​ະ​​ແໜງ​ພະລັງງານ​ໄຟຟ້າ​ໄດ້​ຮຽກຮ້ອງ​ໃຫ້​ໂຮງ​ຈັກ​​ໂຮງ,​ໂຮ​ງານ​ປິດ​ໄຟຟ້າ​ເປັນ​ບາງ​ໄລຍະ​ເພື່ອ​ຕ້ອບສະໜອງ​ຄວາມ​ຕ້ອງການ​ຊົມ​ໃຊ້​ໄຟຟ້າ​ຂອງ​ສັງຄົມ​ແລ້ວ​ກໍ​ເຫັນ​ວ່າ​ໄດ້​ຮັບ​ຜົນ​ດີ​ບໍ່​ມີ​ບັນຫາ​ຫຍັງ​ເກີດ​ຂື້ນ, ສະ​ນັ້ນ​ໃນ​ປີ​ນີ້​ລາວ​​ເຮົາ​ອາດ​ມີ​ບາງ​ວັນ, ບາງ​ໄລຍະ​ທີ່​ໄຟຟ້າ​ບໍ່ພໍ​ໃຊ້​ກໍ​ໃຫ້​ປະຕິບັດ​ການ​ປະ​ຢັດ ​ແລະນຳ​ໃຊ້​ໄຟຟ້າ​ຢ່າງ​ມີ​ປະ​ໂຫຍ​ດບໍ່​ຟຸມ​ເຟືອຍ.

 

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...