spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີເນັ້ນໃຫ້ຄະນະລັດຖະບານຊຸດໃໝ່ ເອົາໃຈໃສ່ 6 ບັນຫາ

ນາຍົກລັດຖະມົນຕີເນັ້ນໃຫ້ຄະນະລັດຖະບານຊຸດໃໝ່ ເອົາໃຈໃສ່ 6 ບັນຫາ

Published on

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກ່າວໄຂກອງປະຊຸມຄະ ນະລັດຖະບານຄັ້ງປະຖົມມະລຶກ ຊຸດທີ VIII ໃນວັນທີ 29 ເມສາ ນີ້ ຢູ່ຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ ໂດຍການເປັນປະທານຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ຄະນະລັດຖະບານເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ທອງລຸນ ສິສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານກ່ຽວກັບການເຄື່ອນໄຫວຂອງລັດຖະບານຊຸດເກົ່າ ໃນໄລຍະ 5 ປີຜ່ານມາ ເຊິ່ງມີຫລາຍວຽກທີ່ມີຜົນງານພົ້ນເດັ່ນ ເປັນຕົ້ນ ແມ່ນການເມືອງມີສະຖຽນລະພາບ, ການພັດທະນາເສດຖະກິດສັງຄົມ ມີຫລາຍດ້ານໄດ້ມີທ່າກ້າວກະໂດດ ຜະ ລິດຕະພັນພາຍໃນຂະຫຍາຍຕົວສະເລ່ຍ ຢູ່ໃນລະດັບ 7,9% ຕໍ່ປີ ແລະ ການພັດທະນາຂົງເຂດວັດທະ ນະທໍາ ໄດ້ຮັບຜົນສໍາເລັດເປັນກ້າວໆ. ພ້ອມນີ້, ຍັງໄດ້ເນັ້ນໃຫ້ຄະນະລັດຖະບານຊຸດໃໝ່ ເອົາໃຈໃສ່ວຽກງານການພັດທະນາຊັບພະຍາກອນມະນຸດ, ພັດທະນາວັດທະນະທໍາສັງຄົມໃຫ້ມີຄຸນນະພາບ, ແກ້ໄຂຄວາມ ທຸກຍາກໃຫ້ເປັນຮູບປະທໍາ, ສ້າງຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ, ຊົນເຜົ່າຢ່າງທົ່ວເຖິງ, ຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໄດ້ຮັບການປົກປ້ອງ, ນໍາໃຊ້ຢ່າງມີປະສິດທິຜົນຕາມທິດສີຂຽວ ແລະ ຢືນຍົງ, ເພີ່ມທະວີວຽກງານປ້ອງກັນຊາດ-ປ່ອງກັນຄວາມສະຫງົບໃຫ້ເລິກເຊີ່ງ ແລະ ນໍາໃຊ້ກໍາລັງແຮງທົ່ວປວງຊົນ ເພື່ອຮັບປະກັນໃຫ້ປະເທດມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມິຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມອຸ່ນອ່ຽນໃນການດໍາລົງຊີວິດ ແລະ ທໍາມາຫາກິນ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ການລົງທຶນ ແລະ ການທ່ອງທ່ຽວ, ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ຕ້ອງຖືເອົາວຽກງານແກ້ໄຂຄວາມທຸກຍາກ ແລະ ສ້າງລາຍຮັບແບບຍືນຍົງໃຫ້ປະຊາຊົນບັນດາເຜົ່າ, ເປັນພື້ນຖານໃຫ້ແກ່ການນໍາພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ເພີ່ມທະວີການຈັດຕັ້ງນໍາພາ ແລະ ອໍານວຍ ຄວບຄຸມການພັດທະນາເສດຖະກິດໃຫ້ມີທ່ວງທ່າຂະຫຍາຍຕົວໃໝ່ຕາມທິດການພັດທະນາສີຂຽວ ແລະ ຍືນຍົງ, ຮັບປະກັນໃຫ້ເສດຖະກິດມະຫາພາກມີຄວາມເຂັ້ມແຂງ ແລະ ໝັ້ນທ່ຽງ, ສຸມໃສ່ພັດທະນາຂົງເຂດວັດທະນະທໍາ-ສັງຄົມ ໃຫ້ຫລາຍຂຶ້ນຕື່ມ ໂດຍຕ້ອງສົມທົບຢ່າງກົມກຽວ ລະຫວ່າງການພັດທະນາເສດຖະກິດ-ສັງຄົມ, ປັບປຸງ ແລະ ຂະຫຍາຍໂຄງລ່າງພື້ນຖານດ້ານການສຶກສາໃຫ້ທົ່ວເຖິງ, ຖືສໍາຄັນດ້ານການບໍລິການ ສາທາລະນະສຸກໂດຍສືບຕໍ່ປັັບປຸງ ແລະ ຂະຫຍາຍພື້ນຖານໂຄງລ່າງດ້ານສາທາລະນະສຸກ ໃຫ້ໄປເຖິງເຂດຊົນນະບົດຫ່າງໄກສອກຫລີກ, ສືບຕໍ່ປັບປຸງກົນໄກລະບອບລະບຽບການບໍລິຫານລັດ ແລະ ແບບແຜນວິທີເຮັດວຽກໃຫ້ເຂັ້ມແຂງ, ທັນສະໄໝ ຄ່ອງຕົວຫລາຍຂຶ້ນ. ພ້ອມນີ້, ສືບຕໍ່ຄົ້ນຄ້ວາປັບປຸງພາລະບົດບາດຂອງບັນດາກະຊວງ, ອົງການໃຫ້ມີຄວາມສອດຄ່ອງກົມ ກຽວ ແລະ ມີຄວາມຮັບຜິດຊອບແທ້, ເຊີດຊູຄວາມສາມາດ ແລະ ຄວາມສັກສິດດ້ານການຄຸ້ມຄອງເສດ ຖະກິດມະຫາພາກ, ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດວິໄນ ແຜນການ ແລະ ການເງິນ, ເຂັ້ມງວດຕ້ານການສໍ້ຫລາດບັງຫລວງ, ຢືດໝັ້ນແນວທາງການຕ່າງປະເທດໂດຍສັນຕິພາບ, ເອກະລາດ, ມິດ ຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ເພີ່ມທະວີການຮ່ວມມື ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ເຄື່ອນໄຫວດ້ວຍຄວາມເປັນເຈົ້າການຕື່ມອີກ, ຕ້ອງຖືສໍາຄັນຕໍ່ການກໍາແໜ້ນສະ ພາບແວດລ້ອມຂອງພາກພື້ນ ແລະ ສາກົນ ໃນແຕ່ລະໄລຍະ ເພື່ອຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫລືອຈາກບັນດາປະເທດ ແລະ ເພື່ອນມິດສາກົນ, ເພີ່ມທະວີເອົາໃຈໃສ່ຕໍ່ການຈັດຕັ້ງປະຕິບັດບັນດາສົນທິ ສັນຍາສາກົນ ແລະ ຂໍ້ຕົກລົງຕ່າງໆທີ່ ສປປ ລາວ ເປັນພາຄີ ກໍຄືບັນດາໂຄງການຮ່ວມມືຊ່ວຍເຫລືອໃຫ້ວ່ອງໄວທັນການ ແລະ ມີປະສິດທິຜົນສູງຂຶ້ນ

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...