Homeອຸບັດເຫດແລະປາກົດການຫຍໍ້ທໍ້ອຸບັດຕິເຫດຕຳແລ້ວໜີ! ໄພໃກ້ຕົວທີ່ຕ້ອງໄດ້ຮັບການແກ້ໄຂຢ່າງຈິງຈັງ ແລະ ຮີບດ່ວນ

ອຸບັດຕິເຫດຕຳແລ້ວໜີ! ໄພໃກ້ຕົວທີ່ຕ້ອງໄດ້ຮັບການແກ້ໄຂຢ່າງຈິງຈັງ ແລະ ຮີບດ່ວນ

Published on

ອຸບັດຕິເຫດຕຳແລ້ວໜີ ໃນສັງຄົມປັດຈຸບັນຖືວ່າເປັນເຫດການທີ່ພົບເຫັນເປັນປະຈຳ ແລະ ກຳລັງແຜ່ລະບາດໃນສັງຄົມ ຕົວຢ່າງເຫດການ

  • ໃນວັນທີ 30/4/2016 ເວລາ 23:00ໂມງ ເກີດອຸບັດຕິເຫດ ລົດໃຫຍ່ຕຳລົດຈັກແລ້ວລົບໜີ ຈຸດເກີດເຫດແມ່ນບ້ານ ໜອງສອງຫ້ອງ ເມືອງ ໄຊທານີ ແຂວງ ນະຄອນຫຼວງ.
  • ໃນວັນທີ 30/4/2016 ເວລາ 08:46 ໂມງ ເກີດອຸບັດຕິເຫດ ລົດໃຫຍ່ຕຳລົດຈັກແລ້ວລົບໜີ ຈຸດເກີດເຫດແມ່ນ ຫຼັກ15
  • ໃນວັນທີ 1/05/2016 ເວລາ 13:48ໂມງ ເກີດອຸບັດຕິເຫດ ມີລົດໃຫຍ່ຕຳກັບລົດຈັກແລ້ວໜີ ຈຸດເກີດເຫດແມ່ນ ບ້ານ ຫາດຊາຍຂາວ ເມືອງ ຫາດຊາຍຟອງ ນະຄອນຫລວງວຽງຈັນ

ນອກຈາກຕົວຢ່າງເຫດການທີ່ຍົກມາຂ້າງເທິງນີ້ແລ້ວ ຍັງມີອີກຫຼາຍໆເຫດການ ຫຼາຍແຂວງ ເຊິ່ງມັນແມ່ນເລື່ອງໃກ້ຕົວທີ່ບໍ່ຄວນເບິ່ງຂ້າມ.

ເຫດການຕຳແລ້ວໜີ ແມ່ນປະກົດການຫຍໍ້ທໍ້ໃນສັງຄົມ ບັນຫານີ້ມັນແມ່ນບັນຫາໃຫຍ່ໃກ້ຕົວທີ່ບໍ່ຄວນເບິ່ງຂ້າມ ຕ້ອງໄດ້ຮັບການແກ້ໄຂຢ່າງຈິງຈັງ ແລະ ຮີບດ່ວນ ເພາະຖ້າປ່ອຍໄວ້ຈະເປັນບັນຫາຊ້ຳເຮື້ອ ແລະ ອາດເຮັດໃຫ້ຜູ້ກະທຳຜິດເກີດຄວາມບໍ່ຢ້ານກົວຕໍ່ກົດໝາຍບ້ານເມືອງ ແລະ ອາດຈະລຸກລາມຄືເຊື້ອພະຍາດຮ້າຍທີ່ແຜ່ລະບາດໃນສັງຄົມ ເພາະອາດມີບາງກຸ່ມຄົນນຳເອົາເຫດການດັ່ງກ່າວນີ້ໄປຮຽນແບບຕາມ ຝາກເຖິງເຈົ້າໜ້າທີ່ພາກສ່ວນທີ່ຮັບຜິດຊອບວຽກງານດັ່ງກ່າວຊ່ວຍແກ້ໄຂບັນຫານີ້ໂດຍດ່ວນ.

ຂັບຂີ່ປອດໄພ ທຸກຄົນຕ້ອງໃສ່ໃຈ, ເຄົາລົບກົດຈະລາຈອນຢ່າງເຄັ່ງຂັດ ແລະ ມີນ້ຳໃຈໃຫ້ກັນສະເໝີ

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...