Homeຂ່າວພາຍ​ໃນສອງສາວລາວຂົນຍາບ້າ ມູນຄ່າ 120 ລ້ານບາດ ຖືກຈັບໄດ້ທີ່ດ່ານໜອງຄາຍ ວັນທີ 13/5/2014

ສອງສາວລາວຂົນຍາບ້າ ມູນຄ່າ 120 ລ້ານບາດ ຖືກຈັບໄດ້ທີ່ດ່ານໜອງຄາຍ ວັນທີ 13/5/2014

Published on

10341434_771191292912545_8250558705149196005_n
ສອງສາວລາວຂົນຍາບ້າ ມູນຄ່າ 120 ລ້ານບາດ

ລາຍງານຜ່ານບ໋ອກຂອງ ຂ່າວອ່ອນລາຍໜອງຄາຍ ໃຫ້ຮູ້ຕອນເວລາ 13:00 ວັນທີ 13 ພຶດສະພາ 2014 ເຈົ້າໜ້າທີ່ ພາສີຂອງດ່ານໜອງຄາຍ ໄດ້ກວດລົດເກັງ KIA ກຳແພງນະຄອນ 6066 ພົບຢາບ້າ ຈຳນວນ 380,000 ເມັດ ລວມມູນຄ່າກວ່າ 120 ລ້ານບາດ.

ການຈັບກຸມແມ່ນຕອນເວລາ ປະມານ 07:00 ຂອງວັນທີ 13 ພຶດສະພາ ໂດຍຜູ້ຂັບຂີ່ລົດຊື່ ນາງ ທອມມາ ອາຍຸ 30 ປີ ແລະ ຄົນທີ່ຂີ່ມານຳ ຊື່ນາງ ທິພາພອນ ສອນດາລາ. ເຈົ້າໜ້າທີ່ໄດ້ກວດລົດຄັນດັ່ງກ່າວ ແລະ ພົບເຫັນ ກະໂປງທ້າຍລົດມີການດັດແປງ. ເບື້ອງຕົນ ນາງທອມມາ ບອກວ່າເປັນລະບົບເຄື່ອງສຽງ ເຈົ້າໜ້າທີ່ໄດ້ ຂໍກວດລະອຽດ ຈິ່ງພົບ ຖົງດຳຫ້າຖົງ ເຊື່ອງໄວ້ທາງໃນ ເມືອກວດສອບ ຈິ່ງພົບ ຢາບ້າຈຳນວນ 30 ຫໍ່ໃຫຍ່ ແລະ 11 ຫໍ່ນ້ອຍ ລວມທັງໝົດ 380,000 ເມັດ ແລະ ຢາໄອອີກ 1 ມັດ ນ້ຳໜັກ 1 ກິໂລກະລາມ ຕົກເປັນມູນຄ່າກວ່າ 120 ລ້ານບາດ.

ຈາກການສອບສວນ, ທັງສອງບອກວ່າໄດ້ຮັບວ່າຈ້າງຈາກ ທ້າວຕ້າ ຄົນລາວ ເປັນເງິນ 10,000 ບາດ ໃຫ້ຂັບລົດຄັນດັ່ງກ່າວພ້ອມ ກະເປົາ 5 ໜ່ວຍ ໄປຝັ່ງໄທ ຖ້າວ່າໄປຮອດ ແລ້ວຈະໂທຫາທັງສອງຄົນ ໄປສົ່ງທີ່ຈຸດນັດໝາຍອີກຕໍ່ໄປ. ທັງສອງກໍ່ບໍ່ຮູ້ວ່າຈະນັດພົບຢູ່ໃສ ແຕ່ຖືກຈັບກຸ່ມໄດ້ກ່ອນ.

ໃນຊ່ວງປີ 2013 ທີ່ຜ່ານມາ ດ່ານພາສີໜອງຄາຍ ມີຜົນງານາການຈັບກຸມຢາເສບຕິດຈຳນວນ 20 ຄະດີ ເປັນຢາບ້າ ຈຳນວນ 426,132 ເມັດ, ຢາໄອ 9,351,50 ກາມ, ຝິ່ນ 350 ກາມ ລວມມູນຄ່າທັງໝົດ 160 ລ້ານບາດ.

ຂໍ້ມູນຈາກ: http://nongkhainewsonline.blogspot.com/2014/05/380000-1-120.html

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...