spot_img
Homeຂ່າວຕ່າງປະເທດແຈ້ງເຕືອນອາຫານທະເລເປັນພິດຈາກປະເທດເພື່ອນບ້ານຂໍໃຫ້ມີສະຕິ

ແຈ້ງເຕືອນອາຫານທະເລເປັນພິດຈາກປະເທດເພື່ອນບ້ານຂໍໃຫ້ມີສະຕິ

Published on

ແຈ້ງເຕືອນເຈົ້າທີ່ປະຈໍາຊາຍແດນເຊື່ອມຕໍ່ກັບລາວໃຫ້ເພີ່ມການກວດກາເວນຍາມຢ່າງເຄັ່ງຄັດພາຍຫລັງເກີດມີປາທະເລຕາຍຈໍານວນມະຫາສານຈາກໄຊຍາໄນທີ່ໂຮງງານອຸດສາຫະກໍາປ່ອຍລົງໃສ່ນໍ້າ. ກ່ຽວກັບບັນຫາດັ່ງກ່າວອາດມີກຸ່ມພໍ່ຄ້າແມ່ຄ້າຫົວໃສລັກລອບນໍາເຂົ້າມາຂາຍພາຍໃນປະທດລາວ ໂດຍສະເພາະວິທີຂອງແມ່ຄ້າພໍ່ຄ້າເຮັດແມ່ນເອົາໃສ່ແກັດໂຟມ ແລະ ເອົາສະກອດສີເທັບສີເຫລືອງຕິດ.

ສານໄຊຍາໄນຮຸນແຮງກວ່າຢາອາບສົບຄົນຕາຍ 100 ເທົ່າ ເພາະພິດດັ່ງກ່າວຄ້າຍຄືພິດງູຈົງອາງ ພອ້ມນີ້ ກໍຂໍແຈ້ງເຖິງພໍ່ແມ່ພີ່ນ້ອງຊາວລາວທຸກຄົນທີ່ຈະໄປທ່ຽວອາບນຳ້ທະເລຫຼືບໍລິໂພກອາຫານທະເລຈາກຫວຽດນາມ ໃນຂະນະນີ້ທະເລທາງພາກກາງຂອງປະເທດຫວຽດນາມ ( ຮ່າຕິງ, ກວາງບິນ, ກວາງຈິ, ເວ້ ແລະ ອາດລາມລົງໄປເຖິງດານັງ ) ກຳລັງປະເຊີນປັນຫາປາຕາຍຈຳນວນມະຫາສານເຊິ່ງແຕ່ລະມື້ມີຊາກປາຕາຍພົ້ນຂຶ້ນຫລາຍສິບໂຕນເຊິ່ງທາງການຂອງຫວຽດນາມຍັງບໍ່ແຈ້ງສາເຫດທີ່ແທ້ຈິງ ຜ່ານການວິໄຈຜູ້ຊ່ຽວຊານໄດ້ບອກໄວ້ວ່າຖ້າທ່ານໃດບໍ່ຮູ້ແລ້ວຊື້ປາພວກນີ້ມາກິນມັນຈະກໍ່ໃຫ້ເກີດສານທີ່ເປັນຕົ້ນເຫດຂອງມະເລັງຫຼືອາດເຖິງຂັ້ນເສຍຊີວິດໄດ້ຕອນນີ້ ຕອນນີ້ມີກຸ່ມສວຍໂອກາດ ໄຮ້ມະນຸດສະທຳ ບໍ່ສົນໃຈຊີວິດຄົນອື່ນ ໄດ້ເອົາປາຈຳນວນນີ້ໄປຂາຍແລະສົ່ງອອກໃນລາຄາທີ່ຖືກກ່ວາລາຄາປົກກະຕິຫຼາຍເທົ່າ ຕາມຄຳບອກເລົ່າຂອງຊາວປະມົງໄດ້ບອກກັບທີມຂ່າວຫວຽດນາມສາເຫດປາຕາຍແມ່ນຍ້ອນນິຄົມອຸດສາຫະກຳ formosa ໄດ້ປ່ອຍນຳ້ເສຍລົງທະເລເກີນມາດຕະຖານທີ່ກຳນົດ 9 ເທື່ອ ເຊິ່ງເປັນຕົ້ນເຫດຂອງໄພພິບັດຄັ້ງນີ້ ຖ້າຫຼີກໄດ້ໃຫ້ຫຼີກ ອາຫານທະເລທີມາຈາກຫວຽດນາມ
“ຊ່ວຍບອກກັນຕໍ່ ສະນັ້ນບໍ່ຕອ້ງຕົກໃຈເກີນເຫດຂໍໃຫ້ມີສະຕິ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...