Homeສຸຂະພາບ ແລະ ສີ່ງແວດລ້ອມວິທີແກ້ພິດເວລາ ຂີ້ເຂັບກັດ ດ້ວຍສະໝຸນໄພທຳມະຊາດ

ວິທີແກ້ພິດເວລາ ຂີ້ເຂັບກັດ ດ້ວຍສະໝຸນໄພທຳມະຊາດ

Published on

ຂີ້ເຂັບ ຖືກຈັດເປັນສັດທີ່ມີພິດອັນຕະລາຍຫຼາຍ ຖ້າຫາກໃຜໄດ້ຮັບພິດໃນປະລິມານຫຼາຍອາດເສຍຊີວິດໄດ້ ໂດຍສະເພາະກັບຜູ້ແພ້ພິດຂີ້ເຂັບ ວັນນີ້ ລາວໂພສຕ໌ມີ ວິທີແກ້ພິດວລາ ຂີ້ເຂັບກັດ ດ້ວຍສະໝຸນໄພທຳມະຊາດ ມາຝາກ ຫວັງວ່າຈະເປັນໄປໂຫຍດກັບທ່ານຜູ້ອ່ານ.

ອາການຂອງພິດເມື່ອຖືກກັດ
ພິດ ຂີ້ເຂັບ ນັ້ນ ປະກອບດ້ວຍສານທີ່ກໍ່ໃຫ້ເກີດອາການອັກເສບຕໍ່ຮ່າງກາຍຫຼາຍ ຜູ້ຖືກກັດຈະຮູ້ສຶກປວດ ບວມແດງ ຖ້າຫາກເກີດອາການບວມຫຼາຍຈະເຮັດໃຫ້ເລືອດບໍ່ໄຫລໃນບໍລິເວນນັ້ນ ບາງຄັ້ງອາດຕ້ອງຕັດບໍລິເວນນັ້ນຖິ້ມ

ວິທີແກ້ພິດຂີ້ເຂັບກັດດ້ວຍສະໝູນໄພ
ໂດຍການຮັກສາຜິດຂີ້ເຂັບນັ້ນ ເບື້ອງຕົ້ນສາມາດເຮັດໄດ້ດ້ວຍການເຮັດຄວາມສະອາດແຜໃຫ້ສະອາດ ຈາກນັ້ນຄວນກິນຢາແກ້ປວດ ເຊິ່ງສະໝູນໄພທີ່ໃຊ້ຈະປະກອບມີ:

1. ວ່ານຕີນຂີ້ເຂັບ

biodiversity-12971-1
ໂດຍການນຳເອົາໃບສົດມັນມາຕຳໃຫ້ລະອຽດ ແລະ ປະສົມກັບເຫຼົ້າຂາວ ຫຼື ນ້ຳເຂົ້າມ້ວກກໍ່ໄດ້ ຈາກນັ້ນໃຫ້ຕອງເອົາແຕ່ນ້ຳ ມາທາບໍລິເວນບາດແຜ ແລ້ວນຳກາກທີ່ໄດ້ມາພອກປະໄວ້ອີກຮອບ ຈະຊ່ວຍແກເພິດຂີ້ເຂັບໄດ້ແລະຊ່ວຍລຸດອາການບວມນຳອີກ

2. ຜັກຕຳນິນ

1324543139
ພຽງນຳຕຳນິນມາຕຳໃຫ້ລະອຽດ ຈາກນັ້ນປະສົມກັບເຫຼົ້າຂາວ ແລ້ວນຳມາພອກບໍລິເວນທີ່ຖືກ ຂີ້ເຂັບກັດ ຈະຊ່ວຍຖອນພິດຂີ້ເຂັບໄດ້ເປັນຢ່າງດີ

3. ຂິງແກ່

payslip_20110831153034
ໂດຍການນຳຂິງແກ່ມາຕຳໃຫ້ລະອຽດ ຈາກນັ້ນປະາົມກັບເຫຼົ້າຂາວ ແລ້ວຈິ່ງນຳໄປພອກໄວ້ບໍລິເວນທີ່ຖືກຂີ້ເຂັບກັດ ຈະບັນເທົາອາການປວດ ແລະ ຊ່ວຍຖອນພິດໄດ້ອີກດ້ວຍ

ສຳລັບວິທີການແກ້ພິດຂີ້ເຂັບກັດ ດ້ວຍສະໝຸນໄພທຳມະຊາດນີ້ ເປັນພຽງການແກ້ຂັ້ນເບື້ອງຕົນ ຫຼື ສຳລັບຄົນທີ່ຖືກກັດບໍ່ຫຼາຍຈຸດ ໄດ້ຮັບພິດບໍ່ຫຼາຍເທົ່ານັ້ນ ແຕ່ຖ້າບໍລິເວນທີ່ຖືກກັດນັ້ນມີອາການບວມຫຼາຍເປັນພິເສດ ຄວນຟ້າວໄປພົບແພດໂດຍໄວຈະເໝາະສົມກ່ວາ ເພາະບໍ່ເຊັ້ນນັ້ນຈະເຮັດໃຫ້ເກີດອັນຕະລາຍຮ້າຍແຮງໄດ້
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...