Homeຂ່າວການພັດທະນາທ່ານ ລັດຖະມົນຕີ ກະຊວງ ຖະແຫລງຂ່າວວັດທະນະທຳ ຕ້ອນຮັບ ທ່ານ ທູດອັງກິດ

ທ່ານ ລັດຖະມົນຕີ ກະຊວງ ຖະແຫລງຂ່າວວັດທະນະທຳ ຕ້ອນຮັບ ທ່ານ ທູດອັງກິດ

Published on

ທ່ານ ສຈ. ປອ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ໄດ້ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ດີ ຮັກ ອີວານ (D Hugh Evans) ເອກອັກຄະ ລາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກອັງ ກິດ ປະຈຳລາວ, ເມື່ອວັນທີ 28 ເມສາ ທີ່ກະຊວງດັ່ງກ່າວ.

ໃນໂອກາດນີ້, ທ່ານລັດ ຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາ ສູງຕໍ່ທ່ານເອກອັກຄະລາຊະ ທູດອັງກິດ ທີ່ໄດ້ມາຢ້ຽມຢາມ ພົບປະໃນຄັ້ງນີ້ ຊຶ່ງການຢ້ຽມ ຢາມ ເພື່ອສົນທະນາການຮ່ວມ ມືຫຼາຍດ້ານ ໂດຍສະເພາະ ແມ່ນດ້ານຖະແຫຼງຂ່າວ, ວັດ ທະນະທຳ, ດ້ານທ່ອງທ່ຽວ ແລະ ດ້ານອື່ນໆ ທີ່ເປັນປະ ໂຫຍດໃຫ້ແກ່ທັງ ສອງຝ່າຍໃນ ອະນາຄົດ, ເພື່ອເປັນການປະ ກອບສ່ວນເສີມສ້າງສາຍພົວ ພັນຮ່ວມມືທັງສອງຝ່ານລະ ຫວ່າງລາວ-ອັງກິດ ທີ່ມີມາແຕ່ ດົນນານແລ້ວນັ້ນ ໃຫ້ນັບມື້ໄດ້ ຮັບການຂະຫຍາຍຕົວຍິ່ງຂຶ້ນ. ໂອກາດນີ້ ທ່ານລັດຖະມົນຕີ ຍັງໄດ້ອວຍພອນໃຫ້ທ່ານທູດອັງ ກິດ ຈົ່ງປະສົບຜົນສຳເລັດໃນການ ປະຕິບັດໜ້າທີ່ຢູ່ ສປປ ລາວ.

ທ່ານເອກອັກຄະລາຊະ ທູດໄດ້ກ່າວສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນຂອງທ່ານລັດຖະມົນຕີ ໃນຄັ້ງນີ້ ແລະ ພ້ອມຢືນຢັນ ຈະສືບຕໍ່ເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ດີ ລາວ-ອັງກິດ, ອັງ ກິດ-ລາວ ທີ່ມີມາແລ້ວນັ້ນ ໃຫ້ເກີດດອກອອກຜົນຍິ່ງໆ ຂຶ້ນ.

ຂຽນຂ່າວ: ພູວັນ

ຂ່າວຈາກ: ສຳນັກຂ່າວເອບີຊີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...