spot_img
Homeຂ່າວການສຶກສາອອກແລ້ວ! ຜົນການສອບເສັງນັກຮຽນເກັ່ງ ຊັ້ນມັດທະຍົມສືກສາລະດັບຊາດ ປະຈຳສົກຮຽນ 2015-2016

ອອກແລ້ວ! ຜົນການສອບເສັງນັກຮຽນເກັ່ງ ຊັ້ນມັດທະຍົມສືກສາລະດັບຊາດ ປະຈຳສົກຮຽນ 2015-2016

Published on

ອອກແລ້ວສຳຫລັບຜົນການສອບເສັງນັກຮຽນເກັ່ງຊັ້ນມັດທະຍົມສືກສາລະດັບຊາດ ວັນທີ 28 ເສມາ 2016 ນີ້, ທີ່ມະຫາວິທະຍາໄລແຫ່ງຊາດລາວ, ສະຫຼຸບຜົນຂອງການສອບເສັງນັກຮຽນເກັ່ງລະດັບຊາດ ປະຈໍາສົກຮຽນ 2015-2016 ແລະ ມອບລາງວັນທຶນການສຶກສາໃຫ້ຜູ້ສອບເສັງໄດ້ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຄູນໍາພາ, ບັນດາພໍ່ແມ່ຜູ້ປົກຄອງ ນ້ອງນັກຮຽນຈາກໂຮງຮຽນອ້ອມຂ້າງເຂົ້າຮ່ວມຢ່າງພ້ອມພຽງ.

ການສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາຄັ້ງນີ້, ໄດ້ເຜີຍແຜ່ຢ່າງກວ້າງຂວາງ ແລະ ໄດ້ມີນັກຮຽນຊົນເຜົ່າຕ່າງໆຈາກຕົວເມືອງ ແລະ ຊົນນະບົດເຂົ້າຮ່ວມຢ່າງທົ່ວເຖິງ ໃນນັ້ນ, ມີນັກຮຽນເກັ່ງທີ່ເປັນຕົວແທນຈາກ 17 ແຂວງ ແລະ ນະຄອນຫຼວງ ທັງໝົດ 144 ຄົນ, ຍິງ 45 ຄົນເຂົ້າຮ່ວມ

ພິເສດ ໃນການສອບເສັງຄັ້ງນີ້, ມີນັກຮຽນຈໍານວນ 11 ຄົນທີ່ເຄີຍໄດ້ເຂົ້າຮ່ວມການສອບເສັງນັກຮຽນເກັ່ງລະດັບຊາດຂັ້ນມໍ 4 ໃນສົກປີ 2012-2013 ຜ່ານມາ ກໍ່ໄດ້ເຂົ້າຮ່ວມເຊັ່ນກັນ.

ການສອບເສັງຄັ້ງນີ້ ມີ 4 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ຟິຊິກສາດ ແລະ ເຄມີສາດ.

ສໍາລັບລາງວັນທີ 1 ລະດັບຊາດແຕ່ລະວິຊາໄດ້ຮັບທຶນການສຶກສາ 10 ລ້ານກີບ, ທີສອງ 8 ລ້ານກີບ ແລະ ທີສາມ 6 ລ້ານກີບ ພ້ອມດ້ວຍຫຼຽນລາງວັນ ແລະ ໃບຍັ້ງຢືນການສຶກສາ.

ຜົນການແຂ່ງຂັນ ຊັ້ນມໍ

ວິຊາພາສາລາວ-ວັນນະຄະດີ:

ທີ 1 ນາງ ພຸດທິດາ ສຸກອາລຸນ ຈາກ ມສ ໂຮງຮຽນພອນສະຫວັນຊົນເຜົ່າກຽມມະຫາວິທະຍາໄລ ນະຄອນຫຼວວຽງຈັນ,

ທີ 2 ທ້າວ ບຸນລ້ອມ ໄຊຍະສອນ

ທີ 3 ທ້າວ ລໍເຊ່ຍ ເຢຍລົ່ງຢາງ ຈາກແຂວງຊຽງຂວາງ.

ວິຊາຄະນິດສາດ:

ທີ 1 ທ້າວ ອາຕົງ ໄຊຕົວ ຈາກ ມສ ສັນຕິພາບ ແຂວງຫຼວງພະບາງ

ທີ 2 ທ້າວ ຈໍ່ລໍ ຈາກນະຄອນຫຼວງວຽງຈັນ

ທີ 3 ທ້າວ ຢ່າຈິງ ລາວໄຊຈ່າງ ຈາກ ແຂວງຫົວພັນ

ວິຊາຟິຊິກສາດ:

ທີ 1 ທ້າວ ມົວກ້ອງ ທ່າວໄຊລີ ຈາກ ມສ ພອນສະຫວັນຊົນເຜົ່າ ນະຄອນຫລວງວຽງຈັນ

ທີ 2 ທ້າວ ບຸນຍັງ ຊົ່ງຈໍ ຈາກແຂວງຫຼວງພະບາງ

ທີ 3 ທ້າວ ໄມ ອາເລົ່າ ຈາກແຂວງຫົວພັນ

ວິຊາເຄມີສາດ:

ທີ 1 ທ້າວ ເກດວິບຸນ ສຸວິມົນ ຈາກ ໂຮງຮຽນມິດຕະພາບລາວ-ຫວຽດນາມ ຈາກນະຄອນຫຼວງວຽງຈັນ

ທີ 2 ທ້າວ ນູ ວິຊົນຢ່າງ ຈາກແຂວງຫຼວງພະບາງ

ທີ 3 ທ້າວ ເຢຍມົວ ຈືປໍຢົງເຢັ່ງ ຈາກແຂວງຫົວພັນ.

ຜົນການແຂ່ງຂັນ ຊັ້ນມໍ 4

ທີ1 ລະດັບຊາດວິຊາພາສາລາວ-ວັນນະຄະດີ ທ້າວ ລັດຕະສິນ ສິນທະວົງ ຈາກໂຮງຮຽນ ມສ ຊົນເຜົ່າ ແຂວງຫົວພັນ

ທີ 2 ນາງ ອານຸສອນ ເພົາກອນ ຈາກນະຄອນຫຼວງວຽງຈັນ

ທີ 3 ນາງ ພຸດສະຫວັນ ແກ້ວລົດສາ ຈາກແຂວງຈໍາປາສັກ

ວິຊາຄະນິດສາດ

ທີ 1 ທ້າວ ເຕັງ ຮາງຊົງ ຈາກແຂວງຫຼວງພະບາງ

ວິຊາຟິຊິກສາດ

ທີ 1 ນາງ ວົງດາລາ ວົງນະຄອນ ຈາກໂຮງຮຽນ ມສ ວຽງຈັນ ນະຄອນຫຼວງວຽງຈັນ

ທີ 2 ທ້າວ ຊົ່ງລໍ່ ຈົວ ຈາກແຂວງຊຽງຂວາງ

ທີ 3 ທ້າວ ລີນ້ອງ ຈ້າງເຍຍປໍ ຈາກແຂວງວຽງຈັນ

ວິຊາເຄມີສາດ

ທີ 1 ນາງ ຈິນດາ ທະວີວັນ ຈາກ ໂຮງຮຽນ ມຕ ປາດຖະໜາ ນະຄອນຫຼວງວຽງຈັນ

ທີ 2 ທ້າວ ທອງເພັດ ລາວຈົ່ງ ຈາກແຂວງຜົ້ງສາລີ.

ທີມງານລສວໂພສຕ໌ ຂໍສະແດງຄວາມຊົມເຊີຍກັບຜົນງານທີ່ນ້ອງໆທຸກຄົນສາມາດຍາດມາໄດ້

ຂ່າວຈາກ: ຂ່າວ CRI-FM93

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...