spot_img
Homeຂ່າວການພັດທະນາສ.ເກົາຫລີ ມອບເຄື່ອງຊ່ວຍເຫລືອ ມູນຄ່າກວ່າລ້ານໂດລາ ແກ່ຜູ້ປະສົບໄພພິບັດ-ທຸກຍາກ!

ສ.ເກົາຫລີ ມອບເຄື່ອງຊ່ວຍເຫລືອ ມູນຄ່າກວ່າລ້ານໂດລາ ແກ່ຜູ້ປະສົບໄພພິບັດ-ທຸກຍາກ!

Published on

ຂປລ. ສະມາຄົມສິລະປະ ແລະ ວັດທະນະທຳມວນຊົນ ສ.ເກົາຫລີ ໄດ້ນຳເອົາເຄື່ອງນຸ່ງຫົ່ມ, ເກີບ, ເຄື່ອງໃຊ້ຄົວເຮືອນ ແລະ ເຄື່ອງອຸປະກອນການສຶກສາຈຳນວນໜຶ່ງ ມີມູນຄ່າ 1 ລ້ານກວ່າໂດລາສະຫະລັດ ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອນຳໄປຊ່ວຍເຫລືອປະຊາຊົນ ທີ່ປະສົບໄພພິບັດ ແລະ ຜູ້ທຸກຍາກດ້ອຍໂອກາດຢູ່ເຂດຫ່າງໄກສອກຫລີກ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນ ໂດຍສະເພາະແມ່ນຜູ້ປະສົບໄພໜາວ ຢູ່  9 ແຂວງ ໃນໄລຍະຕົ້ນປີນີ້ ແລະ ຜູ້ປະສົບເຄາະຮ້າຍຈາກອັກຄີໄພ ຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ​ໃນ2016.

ພິທີມອບຮັບ ເຄື່ອງຊ່ວຍເຫລືອດັ່ງກ່າວ, ໄດ້ມີຂຶ້ນໃນອາທິດທີ່ຜ່ານມານີ້ ທີ່ກະຊວງແຮງງານ ແລະ  ສະຫວັດດີການສັງຄົມ ເຊິ່ງກ່າວມອບໂດຍ ທ່ານ ນາງ ຢູຮຽນສຸກ ທູດກິດຕິມະສັກເສດຖະກິດວັດທະນະທຳສັງຄົມ ສປປ ລາວ ປະຈຳ ສ.ເກົາຫລີ ທັງເປັນປະທານສະມາຄົມສິລະປະ ແລະ ວັດທະນະທຳມວນຊົນ ສ.ເກົາຫລີ ແລະ ກ່າວຮັບໂດຍ ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ  ສະຫວັດດີການສັງຄົມ,  ພ້ອມດ້ວຍທ່ານຮອງລັດຖະມົນຕີ ແລະ ແຂກຖືກເຊີນທີ່ກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ.

ເຄື່ອງທີ່ນຳມາຊ່ວຍເຫລືອໃນຄັ້ງນີ້ ແມ່ນການປຸກລະດົມຂົນຂວາຍຂອງ ສະມາຄົມສິລະປະ ແລະ  ວັດທະນະທຳ ມວນຊົນ ສ.ເກົາຫຼີ ໂດຍແມ່ນ Korea Fila ເປັນຜູ້ສະໜັບສະໜູນ ຜ່ານສະຖານທູດລາວປະຈຳ ສ.ເກົາຫລີ  ແລະ ຜູ້ປະສານງານຝ່າຍລາວ ແມ່ນຄະນະສະມາຊິກສະພາແຫ່ງຊາດ ເຂດ 9 ແຂວງຊຽງຂວາງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...