Homeຂ່າວການພັດທະນາຫາລືຜົນ​ກະທົບ​ຈາກ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳ​ງຽບ

ຫາລືຜົນ​ກະທົບ​ຈາກ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳ​ງຽບ

Published on

​ໃນ​ວັນ​ທີ 9 ພຶດສະພາ​ຜ່ານ​ມານີ້, ຢູ່​ສະ​ໂມ​ສອນ​ແຂວງ​ບໍລິ​ຄຳ​ໄຊ, ອຳນາດ​ການ​ປົກຄອງ​ແຂວງ​ໄຊ​ສົມບູນ, ບໍລິ​ຄຳ​ໄຊ, ຜູ້​ພັດທະນາ​ໂຄງການ​ພັດທະນາ​ເຂື່ອນ​ໄຟຟ້າ​ນ້ຳ​ງຽບ 1 ​ແລະ ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງການ​ດັ່ງກ່າວ,​ໄດ້​ຮ່ວມ​ກັນປຶກ ສາ​ຫາລື​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ ​ແລະ ການ​ແກ້​ໄຂ​ຜົນ​ກະທົບ​ດ້ານ​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ,ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ດຣ ສົມບັດ ​ເຢຍລີ​ເຮີ ​ເຈົ້າ​ແຂວງ​ໄຊ​ສົມບູນ.

ທ່ານ ​ໂຢຊິ​ຮິ​ໂລ ຢາ​ມາ​ບາ​ຢາ​ຊິ ອຳນວຍ​ການ​ບໍລິສັດ​ໄຟຟ້າ​ນ້ຳ​ງຽບ1ກ່າວ​ວ່າ: ​​ໂຄງການ​​ໄຟຟ້າ​ນ້ຳ​ງຽບ1 ​ແມ່ນ​ການ​ຮ່ວມ​ທຶນ​ລະຫວ່າງ​ບໍລິສັດ​ການ​ໄຟຟ້າ​ຄັນ​ໄຊ​ຂອງ​ຍີ​ປຸ່ນ,ການ​ໄຟຟ້າ​ສາກົນ​ອີ​ເກັດ(EGAT) ​ແລະ ລັດ​ວິ​ສາ​ຫະກິດ​ຖື​ຮຸ້ນ​ລາວ (LHSE), ​ມີອ່າງ​ເກັບ​ນ້ຳ​ຍາວ 70 ກິ​ໂລ​ແມັດ,ກວມ​ເນື້ອທີ່ 6.500 ​ເຮັກ​ຕ້າ,ຕົວ​ເຂື່ອນ​ສູງ 150 ​ແມັດ,​ກຳລັງ​ຕິດຕັ້ງ 260 ​ເມ​ກາ​ວັດ ເພື່ອ​ຜະລິດ​ກະ​ແສໄຟຟ້າ​ສະໜອງ​ໃຫ້​ພາຍ​ໃນ ​ແລະ  ສົ່ງອອກ ຊຶ່ງພາຍຫລັງ​ເຂື່ອນ​ດັ່ງກ່າວ​ກໍ່ສ້າງສຳ​ເລັດ​ຈະ​ສ້າງ​ປະ​

ໂຫຍ​ດ​ຄື: ​ເສຍ​ພັນທະ​ໃຫ້​ລັດຖະບານ​ຫລາຍ​ກວ່າ 600 ລ້ານ​ໂດ​ລາ​ສະຫະລັດ​ຕະຫລອດ​ໄລຍະ​ສຳ​ປະທານ 27 ປີ, ພ້ອມນີ້, ຍັງຈະ ປະກອບສ່ວນກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເຊັ່ນ: ຖະໜົນຫົນທາງ, ຊົນລະປະທານ, ​ເຮືອນ​ຊານບ້ານຊ່ອງ​ຂອງ​ປະຊາຊົນ, ປັບປຸງ​ລະ ບົບ​ນ້ຳ​ສະອາດ ​ແລະ ​ໄຟຟ້າ, ສ້າງ​ວຽກ​ເຮັດ​ງານ​ທຳ​​ໃຫ້ແຮງ​ງານ​ທ້ອງ​ຖິ່ນເພື່ອສົ່ງ​ເສີມ ​ແລະ ພັດທະນາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະ ຊາຊົນດີຂຶ້ນ.

ທ່ານ ກາ​ເສມ ຊັດ​ທອງ ຮັບ​ພິຊອບ​ວຽກ​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ ຂອງ​ບໍລິສັດ ກ່າວ​ວ່າ: ​​ໂຄງການ​ດັ່ງກ່າວ ກວມ​ເອົາ​ພື້ນທີ່​ຈຳນວນໜຶ່ງຂອງ​ເມືອງບໍລິຄັນແຂວງ​ບໍລິ​ຄຳ​ໄຊ ​ແລະ ​ເມືອງຮົ່ມ,ທ່າໂທມ​ແຂວງ​ໄຊ​ສົມບູນ  ​ເຊິ່ງມີທັງໝົດ 25 ບ້ານ​ໄດ້​ຮັບ​ຜົນ​ກະທົບ.ແຕ່​ແນວ​ໃດ​ກໍ​ຕາມ ໂຄງການ​ໃຫ້​ຄຳ​ໝັ້ນສັນຍາ​ກັບ​ລັດຖະບານ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນວ່າ​ຈະ​ປະ ຕິບັດຕາມກົດໝາຍ,ລະບຽບການ ​ແລະ ຂໍ້​ກຳນົດ​ຕ່າງໆ​ຂອງລາວ ​ແລະ ສາກົນ​ວາງ​ອອກ​ຢ່າງ​ເຂັ້ມງວດ ​ໂດຍ​ສະ​ເພາະຈະ​​ເອົາ​ໃຈ​ໃສ່​ໃນມາດ​ຕະການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ ​ເຊັ່ນ:ການປົກ​ປັກ​ຮັກສາ​ຊັບພະຍາກອນປ່າ​ໄມ້ ​ແລະ ຊີວະ​ນາໆ​ພັນໃນ​ໄລຍະ​ກໍ່ສ້າງ, ການ​ຍົກຍ້າຍ​ຈັດ​ສັນບ້ານ​ປະຊາຊົນ,ການ​ຊົດ​ເຊີຍ ​ແລະ ອື່ນໆ.

​ໃນກອງປະຊຸມໄດ້ຍົກບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ,ວິທີການແກ້ໄຂ,ແຜນຍົກຍ້າຍຈັດ ສັນຟື້ນຟູຊິວິດ ການເປັນຢູ່ຂອງປະຊາຊົນ ແລະ ອື່ນໆ,ແຕ່ແນວ​ໃດ​ກໍ​ຕາມ, ສິ່ງ​ທີ່ຜູ້​ເຂົ້າ​ຮ່ວມ​ສ່ວນ​ຫລາຍ​ໃຫ້​ຄວາມ​ສົນ​ໃຈ ຍັງ​ແມ່ນ​ມາດ​ຕະ ການ​ລະອຽດກ່ຽວ​ກັບ​​ແຜນ​ງານ​ຫລຸດຜ່ອນ​ຜົນ​ກະທົບ, ການ​ຕັດ​ໄມ້​ໃນ​ຂອບ​ເຂດ​ອ່າງ​​ເກັບ​ນ້ຳ​,ການຈັດ​ສັນພື້ນທີ່​ຍົກຍ້າຍໃໝ່​ລວມ​ເຖິງ​ບັນຫາ​ການຊົດ​ເຊີຍ​ໃຫ້ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ.

ທີ່ມາ http://laophatthananews.blogspot.com/2014/05/1_12.html

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...